ປະທານາທິບໍດີສະຫະລັດ ທ່ານ Donald Trump ຈະຖະແຫລງຕໍ່ພວກນິຍົມແນວ
ທາງເດີມຫລາຍພັນຄົນ ໃນວັນສຸກມື້ນີ້ ຊຶ່ງເປັນມື້ທີ່ສາມແລະກໍມື້ສຸດທ້າຍຂອງກອງ
ປະຊຸມບົດບາດທາງການເມືອງພວກນິຍົມແນວທາງເດີມຫລື CPAC ທີ່ຈັດຂຶ້ນປີນີ້
ຢູ່ນອກນະຄອນຫລວງວໍຊິງຕັນ.
ຮອງປະທານາທິບໍດີສະຫະລັດ ທ່ານ Mike Pence ໄດ້ກ່າວຕໍ່ກອງປະຊຸມດັ່ງກ່າວ
ໃນວັນພະຫັດວານນີ້ວ່າ ໂດຍບອກພວກນິຍົມແນວທາງເດີມວ່າ ທຳນຽບຂາວພາຍ
ໃຕ້ການນຳພາ ຂອງປະທານາທິບໍດີທຣໍາ ແມ່ນ “ທຸລະກິດປະຕິບັດຕາມຄຳໜັ້ນສັນ
ຍາທີ່ໄດ້ໃຫ້ໄວ້.”
Your browser doesn’t support HTML5
Pence Downplays Legislators' Town Hall Protests Over 'Obamacare'
ທ່ານ Pence ແມ່ນສະມາຊິກພັກຣີພັບບລິກັນອາວຸໂສສູງສຸດ ທີ່ໄດ້ກ່າວຕໍ່ກອງປະ
ຊຸມ CPAC ອັນເປັນການເຕົ້າໂຮມປະຈຳປີ ທີ່ໃຫຍ່ສຸດຂອງປະເທດ ຂອງພວກນິ
ຍົມແນວທາງເດີມ.
ຝູງຊົນໄດ້ມາເຖິງໂຮງແຮມທີ່ລັດ Maryland ຢູ່ National Harbor ດ້ວຍອາລົມ
ຕື່ນເຕັ້ນ ທີ່ພັກຣີພັບບລິກັນຄວບຄຸມທຳນຽບຂາວແລະລັດຖະສະພາເປັນເທື່ອທຳ
ອິດໃນຮອບ 10 ປີ.
Your browser doesn’t support HTML5
Top White House Officials Praise Trump at CPAC
ໃນອັນທີ່ມີນໍ້າສຽງຄືກັບວ່າ ເປັນຄຳປາໄສປຸກໃຈໃນການໂຄສະນາຫາສຽງ ທ່ານ
Pence ຮ້ອງນາຍຂອງທ່ານ ປະທານາທິບໍດີ Trump ວ່າ ເປັນບຸກຄົນ ທີ່ “ມີ
ຄວາມໝັ້ນໃຈ ວິໄສທັດ ແລະກ້າຫານ” ແລະກ່າວວ່າ ທ່ານ Trump ໄດ້ປະຕິ ບັດ
ຕາມຄໍາໝັ້ນສັນຍາ ທີ່ທ່ານໄດ້ໃຫ້ໄວ້ຕໍ່ປະຊາຊົນອາເມຣິກັນ ລະຫວ່າງການໂຄ
ສະນາຫາສຽງນັ້ນ.
Your browser doesn’t support HTML5
Bannon: Corporatist Global Media Opposed to Economic Nationalist Agenda
ທ່ານ Pence ກ່າວວ່າ ສື່ມວນຊົນ ແລະພັກເດໂມແຄຣັດທີ່ເປັນຝ່າຍຄ້ານ ຍັງພະຍາ
ຍາມຫາທາງ ທີ່ຈະບໍ່ໃຫ້ຄວາມສຳຄັນ ຕໍ່ປະທານາທິບໍດີ Trump ແລະຂະບວນການ
ນິຍົມແນວທາງເດີມ. ແຕ່ທ່ານໄດ້ກ່າວວ່າ ນີ້ເປັນເວລາທີ່ຈະພິສູດວ່າ ຄຳຕອບຂອງ
ພວກນິຍົມແນວທາງເດີມ ເປັນຄຳຕອບທີ່ດີເລີດສຳລັບປະເທດ ຄືສ້າງວຽກເຮັດຫລາຍ
ຂຶ້ນ ເກັບພາສີໜ້ອຍ ສ້າງກຳລັງທະຫານໃຫ້ເຂັ້ມແຂງ ແລະນັບຖືລັດຖະທຳມະນູນ.
ຫົວໜ້າຄະນະບໍລິຫານ ທຳນຽບຂາວ ທ່ານ Reince Priebus, ກາງ, ພ້ອມດ້ວຍທີ່ປຶກສາດ້ານຍຸດທະສາດ ທ່ານ Stephen Bannon, ຊ້າຍ, ແລະ ປະທານອາເມຣິກັນຮັກສາແນວທາງເດີມ ທ່ານ Matt Schlapp.
ໃນຕອນເຊົ້າວັນພະຫັດວານນີ້ ຫົວໜ້າດ້ານຍຸດທະສາດຂອງທຳນຽບຂາວ ທ່ານ Steve Bannon ໄດ້ກ່າວຕໍ່ພວກນິຍົມແນວທາງເດີມວ່າ ເຂົາເຈົ້າສາມາດຄາດ ໝາຍວ່າ ມີການຕໍ່ສູ້ໃນແຕ່່ລະວັນ ກັບສື່ມວນຊົນ ແລະອື່ນໆ ທີ່ “ບໍ່ເຫັນດີເຫັນ ພ້ອມນຳນັ້ນ.”
ບັນດາຜູ້ສະໜັບສະໜູນ ສະຊາຊິກສະພາຕໍ່າພັກຣີພັບບລິກັນ ທ່ານ Keith Ellison ຈາກລັດ Minnesota ແລະອະດີດ ລັດຖະມົນຕກະຊວງແຮງງານ ທ່ານ Tom Perez, ຜູ້ສະໝັກເປັນ ປະທານຄະນະກຳມະການພັກເອໂມແຄຣັດ ແຫ່ງຊາດ.
ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ
Your browser doesn’t support HTML5
Pence CPAC