ທ່ານ Pence ກ່າວວ່າ ສຫລ ຈະຊ່ວຍເຫຼືອ ໂດຍ​ກົງ ຕໍ່​ສາສະໜາ​ກຸ່ມ​ນ້ອຍ​

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ຖະແຫຼງ ຕໍ່ກຸ່ມອົງການ Defense of Christians ໃນກອງປະຊຸມ ປະຈຳປີ ຄັ້ງທີ 4 ເພື່ອ​ສົ່ງ​​ເສີມຄວາມ​ຮັບ​ຮູ້ຕໍ່ສະພາບ​ຂອງ​ຊາວ​ຄຣິສ ​ໃນວໍຊີງຕັນ, 25 ຕຸລາ 2017.

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ Mike Pence ກ່າວ​ວ່າ ກະຊວງ​ການ​ຕ່າງປະ​ເທດ
ຈະ​ບໍ່​ໃຫ້​ເງິນສະໜັບສະໜູນ ໃນ​ຄວາມ​ພະຍາຍາມ ໃຫ້ການບັນ​ເທົາ​ທຸກຂອງສະຫະປະ
ຊາຊາດ “ທີ່​ບໍ່​ມີ​ປະສິດທິ​ຜົນ” ​ຕໍ່ພວກທີ່ຖືກປະ​ຫັດ​ປະຫານ ​ແລະສາສະໜາ​ກຸ່ມ​ນ້ອຍ​
ໃນ​ພາກ​ຕາ​ເວັນ​ອອກ​ກາງ ​ແລະຈະໃຫ້ການຊ່ວຍເຫຼືອ​ພວກ​ເຂົາ​ເຈົ້າ​ໂດຍ​ກົງ ຜ່ານທາງ
​ອົງການພັດ ທະນານາໆ​ຊາດຂອງສະຫະລັດ ຫຼື USAID.

ທ່ານ Pence ​ໄດ້​ປະກາດ​ໃນ​ການ​ເອົາ​ບາດກ້າວ​ດັ່ງກ່າວ​ ໃນການ​ກ່າວ​ຖະ​ແຫຼ​ງການ​
ທີ່​ສະຖານ​ຈັດ​ລ້ຽງ​ອາຫານ​ຄ່ຳ​ໃນວັນ​ພຸດ​ວານ​ນີ້ ຂອງ​ກຸ່ມ​ທີ່​ເອີ້ນ​ວ່າ ກຸ່ມ​ປົກ​ປ້ອງ​ສາສະໜາ
​ຄຣິສ ຫຼື “Defense of Christians” ທີ່​ເຮັດວຽກເພື່ອ​ “ສົ່ງເສີມຄວາມ​ຮັບ​ຮູ້ຕໍ່ສະພາບ​
ຂອງ​ຊາວ​ຄຣິສ​ໃນພາກ​ຕາ​ເວັນ​ອອກ​ກາງ.”

“ພວກ​ເຮົາ​ຈະ​ບໍ່​ອາ​ໄສ​ກາງ​ຕໍ່​ອົງການ​ສະຫະ​ປະຊາ​ຊາດ ພຽງລຳພັງ ​ເພື່ອ​ຊ່ອຍ​
ຊາວ​ຄຣິສ​ທີ່​ຖືກປະ​ຫັດ​ປະຫານ ແລະ​ຊົນ​ກຸ່ມ​ນ້ອຍທ່າມກາງ​ການ​ຂ້າ​ລ້າງ​ເຜົ່າ​ພັນ
​ແລະ​ຄວາມ​ໂຫດຮ້າຍ ​ປ່າ​ເຖື່ອນຂອງ​ພວກ​ກຸ່ມ​ກໍ່​ການ​ຮ້າຍ​ນັ້ນ,”
ນັ້ນຄືຄຳເວົ້າ
ຂອງ​ທ່ານ Pence ທີ່​ໄດ້​ກ່າວ​ໄວ້ ​ແລະ​ທ່ານ​ຍັງ​ກ່າວ​ຕື່ມ​ວ່າ “ສະຫະລັດ ຈະ​ເຮັດ​ວຽກ​
ແບບ​ຈັບມືກັນ ຈາກ​ມື້​ນີ້​ເປັນ​ຕົ້ນ​ໄປ ກັບ​ກຸ່ມ​ສາສະໜາ​ຕ່າງໆ ​ແລະ​ອົງການ​ເອກ​
ກະ​ຊົນ​ອື່ນໆ ​ເພື່ອ​ຊ່ອຍ​ເຫຼືອ​ພວກ​ທີ່​ຖືກ​ປະ​ຫັດ​ປະຫານ​ຍ້ອນ​ການ​ນັບຖືສາສະໜາ​
ຂອງ​ພວກ​ເຂົາ​ເຈົ້າ.”

ຮອງ​ປະທານາທິບໍດີ​ສະຫະລັດ ​ໄດ້ກ່າວ​ວ່າ ອົງການ​ສະຫະ​ປະຊາ​ຊາດ ມີ​ຄວາມ
​ຫຼົ້ມ​ແຫຼວ​ໃນ​ການ​ປະຕິບັດ​ງານ​ຊ່ອຍ​ເຫຼືອ​ພວກ​ຊົນ​ກຸ່ມ​ນ້ອຍ ​ແລະ​ປ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ
“ທົນ​ທຸກແລະທໍ​ລະ​ມານ​ ທີ່​ບໍ່​ຈຳ​ເປັນ.”

ທ່ານ Pence ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ໃດ​ໆ ກ່ຽວ​ກັບ​ວ່າ ​ແມ່ນ​ມີ​ປະ​ເທດ​ໃດ​ແດ່​ທີ່​
ປະ​ກອບ​ສ່ວນ​ນຳ ວັນ​ເວລາຂອງ​ການ​ປ່ຽນ​ແປງ ຫຼື​ວ່າ ​ເປັນ​ເງິນ​ຈຳນວນ​ຫຼວງ​ຫຼາຍ
​ເທົ່າ​ໃດ​ທີ່​ຈະ​ຍົກ​ຍ້າຍ ຈາກການປະກອບສ່ວນຂອງ​ສະຫະລັດ ​ໄປ​ຍັງອົງການ​ສະຫະ​
ປະຊາ​ຊາດ.

ທ່ານ​ຍັງ​ໄດ້​ກ່າວ​ອີກ​ວ່າ ສາສະໜາ​ຄຣິສ ​ແມ່​ “ຕົກ​ຢູ່​ໃນສະພາບ​ທີ່​ຖືກ​ຂົ່ມຂູ່ ທຳລາຍ
ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ ​ໃນ​ຜືນ​ແຜ່ນດິນ​ໂບ​ຮານ​ເກົ່າ​ແກ່ ບ່ອນ​ທີ່​ຮຸ່ນ​ທຳ​ອິດ​ໄດ້​ເຕີບ​ໂຕ​
ມາ​ນັ້ນ,”
ຊຶ່ງ​ໄດ້​ກ່າວ​ເນັ້ນຢ່າງເປັນການສະ​ເພາະ​ເຖິງ ອີຣັກ, ຊີ​ເຣຍ ອີ​ຈິບ ​ແລະ ​
ເລ​ບາ​ນອນ.

VOA ​ໄດ້​ຕິດ​ຕໍ່​ໄປ​ຍັງ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ກະຊວງ​ການ​ຕ່າງປະ​ເທດ
ຫຼັງ​ຈາກການ​ກ່າວ​ຖະ​ແຫຼ​ງການ​ຂອງ​ທ່ານ Pence ຍັງ​ບໍ່​ທັນ​ໄດ້​ໃຫ້​ຄຳ​ຕອບໃນທັນທີ
​ທັນ​ໃດ​ເທື່ອ.

ອີງຕາມອົງການສະຫະປະຊາຊາດແລ້ວ ມີອົງການບັນເທົາທຸກໃຫຍ່ໆ 4 ອົງການ
ປະກອບດ້ວຍອົງການສະຫະປະຊາຊາດເພື່ອການພັດທະນາ​ ອົງການອົບພະຍົບ
ສະຫະປະຊາຊາດອົງການກອງທຶນເດັກສະຫະປະຊາຊາດ ແລະໂຄງການອາ
ຫານໂລກ.

ຂໍ້ມູນຕ່າງໆທີ່ມີຢູ່ ຈາກອົງການທັງສີ່ ກ່າວວ່າ ສະຫະລັດໄດ້ສະໜອງປະມານ 4 ພັນ
500 ລ້ານໂດລາຕໍ່ປີ ໃນເງິນທຶນທັງໝົດ ແລະເປັນຜູ້ໃຫ້ການຊ່ວຍເຫລືອລາຍໃຫຍ່
ທີ່ສຸດ ຍົກເວັ້ນແຕ່ອົງການສະຫະປະຊາຊາດເພື່ອການພັດທະນາ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຊາວອີຣັກ ຜູ້ທີ່ນັບຖືສາສະໜາຄຣິສ ຕຽມງານສຳຫຼັບ ວັນອາທິດທຳອິດ ທີ່ໂບດ Grand Immaculate ນັບຕັ້ງແຕ່ໄປຍຶດຄືນຈາກກຸ່ມລັດອິສລາມ ໃນເມືອງ Qaraqosh, ໃກ້ໆກັບນະຄອນ Mosul, ອີຣັກ, 30 ຕຸລາ