ຮອງ ປະທານາທິບໍດີ ໄມຄ໌ ເພັນສ໌ ຮັບບົດບາດ ເປັນຕົວແທນພິເສດ ຂອງ ປະທານາທິບໍດີ

ຮອງປະທານາທິບໍດີສະຫະລັດ ທ່ານ ໄມຄ໌ ເພັນສ໌ ຂຶ້ນກ່າວ ໃນເມືອງ ຟລໍເຣສວີລ, ລັດເທັກຊັສ 8 ພະຈິກ 2017.

ຮອງປະທານາທິບໍດີສະຫະລັດມີປະຫວັດໃນການທີ່ເປັນຜູ້ທີ່ມີອິດທິພົນໃນຫຼາຍໆດ້ານ
ຢູ່ໃນທຳນຽບຂາວຢ່າງກວ້າງຂວາງ ຊຶ່ງອິດທິພົນດັ່ງກ່າວນີ້ຈະຫລາຍຫລືໜ້ອຍປານ​
ໃດ​ນັ້ນ ແມ່ນຂຶ້ນກັບສາຍພົວພັນຂອງພວກເຂົາເຈົ້າ ກັບປະທານາທິບໍດີ. ໃນຂະນະທີ່
ລັດຖະບານຂອງທ່ານດໍໂນລ໌ ທຣຳ ກຽມຕົວຍ່າງເຂົ້າປີທີ 2 ຂອງການບໍລິຫານປະເທດ, ນັກຂ່າວວີໂອເອ ໄມຄ໌ ໂອ ຊູລິວັນ (Mike O’Sullivan) ມີລາຍງານ ກ່ຽວກັບບົດບາດ
ຂອງຮອງປະທານາທິບໍດີໄມຄ໌ ເພັນສ໌ (Mike Pence) ວ່າ ຈະສືບຕໍ່ຂະຫຍາຍກວ້າງ
ອອກໄປຕື່ມຫລາຍປານໃດ ຊຶ່ງ​ວັນນະ​ສອນ​ ຈະນຳ​ລາຍ​ອຽດມາສະ​ເໜີ​ທ່ານ​ໃນ​ອັນ​ດັບ
​ຕໍ່​ໄປ.

Your browser doesn’t support HTML5

ລາຍງານຂອງບົດບາດໜ້າທີ່ຂອງຮອງປະທານາທິບໍດີໄມຄ໌ ເພັນສ໌

​ໃນການໄປຢ້ຽມຢາມຕ່າງປະເທດຫລາຍໆຄັ້ງ ຊຶ່ງຮວມທັງການໄປຢ້ຽມຢາມທະຫານ
ໃນອັຟການິສຖານ ໃນເດືອນທັນວາທີ່ຜ່ານມານີ້ ທ່ານໄມຄ໌ ເພັນສ໌ (Mike Pence)
ມີບົດບາດໃນຖານະເປັນຕົວແທນຂອງປະທານາທິບໍດີ.

ນັກປະຫວັດສາດທີ່​ສຶກສາ​ການ​ເປັນຮອງປະທານາທິບໍດີ ທ່ານ​ນຶ່ງ​ກ່າວ​ວ່າບົດບາດ
ຂອງທ່ານແມ່ນຍິ່ງກວ່າການເປັນສັນຍາລັກ​ເທົ່າ​ນັ້ນ.

ທ່ານ ໂຈແອລ ໂກລສໄຕນ໌ (Joel Goldstein) ຈາກໂຮງຮຽນກົດໝາຍຂອງມະຫາ
ວິທະຍາໄລ ເຊັນລຸຍສ໌ (Saint Louis University School of Law) ກ່າວວ່າ “ຮອງປະທານາທິບໍດີ ທ່ານໄມຄ໌ ເພັນສ໌ ທີ່​ເບິ່ງ​ຄື​ວ່າ ທ່ານໄດ້ເຂົ້າຮ່ວມ ແລະມີ​ສ່ວນ
ພົວພັນໃນທໍາການຕັດສິນໃຈເລື່ອງ​ຕ່າງໆ ໃນທຳນຽບຂາວນັ້ນ ໄດ້ໃຫ້ຖືກມອບ
ໝາຍໜ້າທີ່​ໃຫ້. ​ແລະໃນສ່ວນຂອງຮອງປະທານາທິບໍດີນັ້ນ ທ່ານ​ແມ່ນໄດ້ຮັບ
ການສັນລະເສີນໃນເວລາທີ່ທ່ານກ່າວຍົກຍ້ອງສັນລະເສີນປະທານາທິບໍດີ
ໃນຂະນະ​ທີ່ທ່ານ​ອອກຄຳເຫັນຢູ່​ຕໍ່ໜ້າສາທາລະນະຊົນ.”

....ໃນການ​ປະຕິບັດ​ງານທີ່ທ່ານຮັບ​ເອົາໜ້າທີ່.

“ຊົມ​ເຊີຍ ແລະຂອບໃຈ. ຂອບໃຈຫລາຍໆ ທີ່​ໄດ້​ເຮັດຫລ້ອນໜ້າທີ່​ວຽກງານຕາມ
ທີ່​ວາງ​ໄວ້​ໃນປີນີ້ ທີ່​ຊ່ວຍຟື້ນຄືນປະເທດນີ້ຢ່າງ​ແທ້​ຈິງ​.”

ໃນການ​ບໍລິຫານ​ຂອງລັດຖະບານຊຸດ ຮອງປະທານາທິບໍດີແມ່ນມີອຳນາດໜ້ອຍຫລາຍ. ​ແຕ່ໃນລັດຖະບານຊຸດອື່ນໆ, ທ່ານແມ່ນເປັນຄູ່​ຮ່ວມ​ໃນ​ການ​ທໍາ​ການຕັດ​ສິນ​ໃຈ​ຂອງ
ປະທານາທິບໍດີ.

ເຊີນຊົມ: ລາຍງານຂອງທ່ານໄມຄ ໂອຊູລິວັນ

Your browser doesn’t support HTML5

Pence Carving Out a Role as Presidential Envoy

ທ່ານນາງ ເຊີຣີ ບີ​ບິ​ສຈ໌ ​ເຈັຟ (Sherry Bebitch Jeffe) ຈາກມະຫາວິທະຍາໄລ ພາກ​ໃຕ້​ຂອງລັດ​ຄາ​ລິ​ຟໍ​ເນຍ (Southern California) ກ່າວວ່າ

“ທ່ານ ​ແນ​ລ​ຊັນ ຣັອກ​ແຟລ​ເລີ (Nelson Rockefeller) ຮອງປະທານາທິບໍດີຂອງ​
ທ່ານ ເຈໂຣນດ໌ ຟອຣດ໌ (Gerald Fords) ​ເອີ້ນການ​ເຮັດ​ແນວ​ນີ້ວ່າ​ແມ່ນ​ອຸປະກອນ​ທີ່ກຽມພ້ອມ. ທ່ານຢູ່ທີ່ນັ້ນ, ທ່ານຢູ່ທາງຫຼັງປະທານາທິບໍດີ. ທ່ານ​ເປັນຜູ້ນໍາ​ໃນ​ການ
ສະ​ແດງ​ການສະໜັບສະໜຸນຫລາຍ​ທີ່​ສຸດແກ່ປະທານາທິບໍດີ. ແຕ່ວ່າ ທ່ານກໍຍັງເປັນ
ຜູ້ທີ່ມີອິດທິພົນພາຍໃນຫ້ອງການຂອງປະທານາທິບໍດີທຳນຽບຂາວອີກ​ດ້ວຍ.”

ທ່ານ ເພັນສ໌ ບໍ່ໄດ້ເປັນຜູ້ທີ່​ເດັ່ນຄືກັນກັບທ່ານໂຈວ໌ ໄບເດິນ ຫຼື ທ່ານ ແອລ ກໍຣ໌ ແຕ່ວ່າ
ໜ້າທີ່ຂອງທ່ານນັ້ນ ແມ່ນປ່ຽນ​ໄປ​ເລື້ອຍໆ.

ທ່ານແມ່ນມີໜ້າທີ່​ເປັນ​ຜູ້​ອະທິບາຍ​ເຖິງ​ແນວທາງ ​ແລະ​ຄໍາ​ເວົ້າຂອງປະທານາທິບໍດີ
​ໃຫ້ຈະແຈ້ງຂຶ້ນ​ກວ່າ​ເກົ່າ.

ທ່ານ ໂກລສໄຕນ໌ ກ່າວວ່າ “​ສະນັ້ນ ໃນຕອນທີ່ປະທານາທິບໍດີ ໄດ້ອອກຄໍາເຫັນທີ່ມີ​ຄວາມໝາຍຂັດ​ແຍ້​ງກັນ ຕົວຢ່າງເຊັ່ນ ການ​ບໍ່​ເຫັນ​ດີ​ນໍາ​ ຕໍ່ການ​ມຸ້ງໝັ້ນປະຕິບັດ
ຂໍ້​ຜູກ​ມັດ​ໃນການປ້ອງກັນຮ່ວມຂອງອົງການເນໂຕ ຫລື ການອອກຄໍາເຫັນກ່ຽວກັບ
ວ່າ ທ່ານຈະເອົາບາດກ້າວ​ແນວໃດຕໍ່ປະ​ເທດ ຕົວຢ່າງເຊັ່ນ ເວນີຊູເອລາ ຈັ່ງຊີ້,
ຮອງປະທານາທິບໍດີ ຈະ​ອອກ​ມາ ​ແລະ​ຂ້ອນ​ຂ້າງ​ວ່າ​ຈະ​ເຮັດ​ໃຫ້ຄໍາເຫັນຕ່າງໆ ​
ເຊັ່ນນັ້ນ ຈະ​ແຈ້ງ​ຂຶ້ນ.

ປະທານາທິບໍດີສະຫະລັດ ດໍໂນລ໌ ທຣຳ ຢືນຍິ້ມ ໃນຂະນະທີ່ ຮອງປະທານາທິບໍດີໄມຄ໌ ເພັນສ໌ ຂຶ້ນກ່າວໃນທຳນຽບຂາວ, ວໍຊີງຕັນ, 20 ທັນວາ 2017.

ທ່ານ​ໄດ້​ທໍາການຢືນຢັນເຖິງຄວາມມຸ້ງໝັ້ນຂອງສະຫະລັດ ຕໍ່ອົງການເນໂຕ ແລະ​ໄດ້
ຮຽກຮ້ອງ​ແບບທາງການທູດ ​ໃຫ້​ຍຸຕິອັນທີ່ລັດຖະບານເອີ້ນວ່າ ການຖະໄຫຼເຂົ້າໄປ
ສູ່​ການຜະເດັດການຂອງເວນີຊູເອລາ.

ຕອນທີ່ທ່ານທຣຳ ສະໜັບສະໜຸນຜູ້ລົງສະໝັກເປັນສະມາຊິກສະພາສູງ​ຂອງລັດ
ອາລາບາມາ ທ່ານຣອຍ ມໍຣ໌ ຜູ້ທີ່ຖືກປາໄຊ​ໄປ ພາຍຫຼັງທີ່ມີການ​ກ່າວ​ຫາ​ວ່າ ຄັ້ງນຶ່ງ
ທ່ານເຄີຍມີ​ການລວນລາມທາງເພດເດັກສາວ​ໄວ​ລຸ້ນ, ທ່ານເພັນສ໌ ບໍ່ໄດ້​ເຫັນ​ດີຮັບ
ຮອງ​ເອົາທ່ານມໍຣ໌ ແລະໄດ້ກ່າວວ່າ ການກ່າວຫາດັ່ງກ່າວນີ້ ເປັນເລື່ອງໜ້າລໍາ​ຄານໃຈ.

​ບໍ່​ເໝືອນກັບທ່ານທຣຳ ທ່ານເພັນສ໌ ແມ່ນມີປະສົບການທາງການເມືອງຫລາຍ:
ທ່ານໄດ້ເປັນສະມາຊິກສະພາຂອງ​ລັດ​ອິນ​ດຽນນາເປັນເວລາ 12 ປີ ແລະຜູ້ປົກຄອງລັດ ອິນດຽນນາ ​ເປັນ​ເວລາອີກ 4 ປີ.

ຮອງປະທານາທິບໍດີໄມຄ໌ ເພັນສ໌ ຖະແຫຼງການໃນກອງປະຊຸມຖະແຫຼງຂ່າວ ກັບອົງການເນໂຕ ທ່ານເຈນສ໌ ສໂຕເລັນເບີກ ໃນສຳນັກງານໃຫຍ່ ທີ່ນະຄອນ ບຣັສໂຊລ, ເບລຈຽມ, 20 ກຸມພາ 2017.

ທ່ານນາງ ແຊຣ໌ຣີ ບີບິຈ ເຈັຟຟ (Sherry Bebitch Jeffe) ກ່າວວ່າ “ທ່ານເພັນສ໌
ຮູ້ຈັກພວກນັກການເມືອງທີ່​ສໍາຄັນໃນຫ້ອງການລັດຖະສະພາ. ທ່ານເພັນສ ແມ່ນ​
ໄດ້​ຮັບຄວາມ​ໄວ້​ເນື້ອເຊື່ອ​ໃຈ​ຈາກສະມາຊິກສະພາທີ່​ສໍາຄັນ​ຂອງພັກຣີພາບລີກັນ
ຢ່າງນ້ອຍກໍ​ແມ່ນພວກ​ທີ່ຢູ່ໃນລັດຖະສະພາ.”

ໃນ​ການທໍາ​ການ​ປອບ​ໃຈພວກ​ໄດ້​ຮັບເຄາະຮ້າຍຈາກໄພພິບັດເຮຣິເຄນໃນລັດເທັກຊັສ, ການໄປຢ້ຽມຢາມອາ​ເຈັນຕິນາ ແລະອອສເຕຣເລຍ ຢ່າງເປັນທາງການນັ້ນ ທ່ານເພັນສ໌ ແມ່ນມີບົດບາດໃນການເປັນຕົວແທນພິເສດຂອງປະທານາທິບໍດີ.

ທ່ານ ໂກລສໄຕນ໌ ກ່າວມ້ວນທ້າຍວ່າ “ທ່ານ​ເພັນ​ສ໌ພະຍາຍາມທີ່ຈະ​ໄຕ່​ເຊືອກເສັ້ນ
ບາງທີ່ຂັ້ນລະຫວ່າງການສະໜັບສະໜຸນຕໍ່ປະທານາທິບໍດີ ​ໂດຍ​ຄວາມພະຍາຍາມ
ທີ່ຈະ​ເຮັດ​ໃຫ້ຂອງ​ປະທານາທິບໍດີ​ພໍໃຈໃນຖານະທີ່ເປັນຜູ້ນຶ່ງຢູ່​ໃຕ້​ການ​ປົກຄອງ​
ເພິ່ນ​ ແລະໃນຂະນະດຽວກັນ ກໍບໍ່ຮັບເອົາໝົດທຸກຢ່າງ​ທີ່​ປະທານາທິບໍດີຂຽນລົງ
ໃນທວີ​ດເຕີ ແລະຄວາມເຫັນອື່ນໆ ທີ່ເພິ່ນ​ໄດ້ເວົ້າ​ໄປ ໃນບາງຄັ້ງ ບາງຄາວນັ້ນ.”

ຈົນເທົ່າເຖິງປະຈຸບັນນີ້ ພວກວິໄຈ​ເຫ​ລົ່ານີ້ ​ກໍເວົ້າວ່າ ທ່ານເພັນສ໌ ໄດ້​ໄຕ່​ເຊືອກເສັ້ນ
ບາງໆນັ້ນ ​ໄດ້ຢ່າງສຳເລັດຜົນ.

​ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

ຮອງປະທານາທິບໍດີໄມຄ໌ ເພັນສ໌ ຖ່າຍຮູບກັບພວກທະຫານ ໃນຖານທັບອາກາດບາກຣາມ (Bagram Air Field) ໃນອັຟການິສຖານ, 21 ທັນວາ 2017.