ທ່ານເພັນສ ຮອງປະທານາທິບໍດີ ກ່າວວ່າ ປະຊາຊົນ ສຫລ ຢາກໃຫ້ ຊາວອີຣ່ານ ບັນລຸ ປະຊາທິປະໄຕ ໃນອານາຄົດ

Your browser doesn’t support HTML5

ຮອງ​ປະທານາທິບໍ​ດີ ສະຫະລັດ ທ່າ​ນ​ໄມ​ຄ໌ ​ເພັນ​ສ໌ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາໃນການໃຫ້
ຄວາມສະໜັບສະໜູນ​ ແບບບໍ່ມີການປ່ຽນແປງຂອງສະຫະລັດ ​ແກ່​ປະຊາຊົນ​ຊາວອີ
ຣ່ານ. ໃນ​ການ​ສຳພາດ​ກັບ ວີ​ໂອ​ເອ ​ໃນ​ວັນ​ພຸດ​ອາທິດ​ແລ້ວ​ນີ້ ທ່ານ​ເພັນ​ສ໌ໄ​ດ້ຕ້ອງຕິ
​ລັດຖະບານ​ຊຸດກ່ອນທີ່ໄດ້​ເຮັດ​ໃນ​ອັນ​ທີ່ທ່ານ​ເວົ້າ​ວ່າ ການ​ໃຫ້ຄວາມສະໜັບສະໜູນ​
ທີ່ໜ້ອຍ​ເກີນ​ໄປຕໍ່ການ​ເລືອກ​ຕັ້ງທີ່ເປັນບັນຫາໂຕ້ແຍ້ງ ໃນ​ປີ 2009.ບັນດາ​ຜູ້​ສັງ​ເກດ
ການ​ກ່າວ​ວ່າ ຄວາມ​ບໍ່​ສະຫງົບ​ ໃນ​ປັດຈຸບັນນີ້ ​ແມ່ນເກີດ​ມາ​ຈາກ​ຄວາມ​ບໍ່ພໍ​ໃຈ ທີ່​ມີ
ມາເປັນເວລາດົນ​ນານກັບລະ​ບອບ​ການປົກຄອງທີ່​ຂອງປະ​ເທດດັ່ງກ່າວ ​ແລະເປັນ​
ສັນຍານ​ຂອງການສິ້ນສຸດລົງ. ນັກ​ຂ່າວ ວີ​ໂອ​ເອ ຊລາ​ຕິ​ກາ ຮົກ ມີ​ລາຍ​ງານ​ ຊຶ່ງ ​
ກິ່ງສະຫວັນຈະ​ນຳ​ເອົາລາຍລະອຽດ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.

Your browser doesn’t support HTML5

ເຊີນຟັງລາຍງານ ການປະທ້ວງຢູ່ ປະເທດອີຣ່ານ

ລັດຖະບານອີີຣ່ານ ໄດ້ສົ່ງພວກຕຳຫລວດ ແລະກຳລັງຮັກສາຄວາມປອດ ໄພໄປຍັງ
ເມືອງຕ່າງໆໃນທົ່ວປະເທດ ເພື່ອຫາທາງທັບມ້າງການຈາລະຈົນເປັນ ເວລານຶ່ງອາທິດ ທີ່ເຮັດໃຫ້ຫລາຍກວ່າ 20 ຄົນເສຍຊີວິດ. ລັດຖະບານໄດ້ຖີ້ມ ໂທດໃສ່ການປະທ້ວງ ທີ່ໄດ້ຮັບອິດທິພົນມາຈາກຕ່າງປະເທດ ແຕ່ບັນດາຜູ້ສັງ ເກດການກ່າວວ່າ ນີ້ເປັນເລື້ອງ
ທີ່ຈະແຈ້ງວ່າ ບໍ່ແມ່ນຄວາມຈິງ.

ທ່ານຮູຊົງ ອາມີຣາມາດີ ຈາກມະຫາວິທະຍາໄລຣັດເຈີ ກ່າວວ່າ “ປະຊາຊົນຢູ່ຕາມ
ຖະໜົນຫົນທາງບໍ່ແມ່ນຊາວຕ່າງປະເທດ ເຂົາເຈົ້າບໍ່ແມ່ນທະຫານຮັບຈ້າງ. ເຂົາ
ເຈົ້າເປັນປະຊາຊົນອີຣ່ານທຳມະດາສາມັນທົ່ວໆໄປ."

ຊາວອີຣ່ານກຳລັງພາກັນປະທ້ວງການສໍ້ລາດບັງຫຼວງຂອງເຈົ້າໜ້າທີ່ ແລະການບໍລິ
ຫານເສດຖະກິດ ແບບຜິດພາດ ທີ່​ມີມາໄດ້ຫລາຍປີ ຊຶ່ງເຮັດໃຫ້ເກີດການ ຫວ່າງງານ
ສູງແລະເຮັດໃຫ້ມາດຕະຖານການເປັນຢູ່ຫລຸດຕ່ຳລົງ. ບັນດານັກວິ ເຄາະກ່າວວ່າ ການໃຊ້ກຳລັງ ອາດສະກັດ​ກັ້ນພວກປະທ້ວງ ​ໄດ້ຊົ່ວໄລຍະນຶ່ງ ແຕ່ວ່າລະບອບການ
ປົກຄອງທາງສາສະໜາດັ່ງກ່າວຈະບໍ່ສາມາດດຳເນີນຕໍ່ໄປ ອີກ​ເໝືອນດັ່ງແຕ່ກ່ອນ.

ທ່ານ​ອາມີຣາມານີ ກ່າວ​ວ່າ “ສະຖາ​ນະ​ການ​ໄດ້​ປ່ຽນແປງ​ໄປ​ແລ້ວ. ນີ້​ເປັນ​ເທື່ອ​ທຳ​
ອິດ​ໃນຮອບ​ສີ່​ສິບ​ປີທີ່​ປະຊາຊົນ​ອີຣ່ານ​ປະ​ເຊີນ​ໜ້າ​ກັບ​ລະບອບ​ການປົກຄອງ ໂດຍ
ລວມ. ໃນປີ 2009 ແມ່ນການ​ດິ້ນລົນຕໍ່ສູ້ຢູ່ພາຍໃນລະບອບ​ການປົກຄອງເອງ ລະ
ຫວ່າງ​ສອງ​ຝ່າຍ. ແຕ່ບັດ​ນີ້​ບໍ່​ແມ່ນ​ແບບນັ້ນແລ້ວ. ​ແມ່ນ​ປະຊາຊົນ​ຕ້ານ​ກັບ​ລະບອບ
ການປົກຄອງ ​ແລະເພາະສະ​ນັ້ນ ລະບອບການປົກຄອງ​ຕ້ອງໄດ້​ຄິດຢ່າງ​ຈິງ​ຈັງ​ກ່ຽວ​
ກັບ​ວ່າຕົນເຮັດ​ຫຍັງໄປ.”

ຮອງ​ປະທານາທິບໍດີ​ສະຫະລັດ ທ່ານ​ໄມ​ຄ໌ ​ເພັນ​ສ໌ ກ່າວໃນລະຫວ່າງການໃຫ້ສຳພາກ
ຕໍ່ວີໂອເອ​ວ່າ ປະຊາຊົນຊາວອີຣ່ານ ແມ່ນໄດ້ຮັບການສະໜັບສະໜູນໂດຍເຕັມ ຈາກ
ລັດຖະບານສະຫະລັດຊຸດປັດຈຸບັນ.

ທ່ານ​ໄມ​ຄ໌ ​ເພັນ​ສ໌ ກ່າວວ່າ “ຄວາມ​ຫວັງ​ຂອງ​ຂ້າພະ​ເຈົ້າ ​ແລະທີ່ຈິງແລ້ວ​ການ​ໄຫວ້​
ວອນຂອງ​ຂ້າພະ​ເຈົ້າ ກໍ​ຄື​ຊາວ​ອີຣ່ານ ຊຶ່ງເປັນປະຊາຊົນທີ່​ໜຸ່ມນ້ອຍ ປະ ຊາຊົນ​ທີ່​
ມີ​ການ​ສຶກສາ​ ​ເຂົ້າ​ໃຈ​ສະຫະລັດ​ອາ​ເມຣິກາ ປະຊາຊົນ​ຂອງ​ປະ​ເທດ​ນີ້​ເປັນ​ພັນທະ​
ມິດຕາມ​ທຳ​ມະຊາດ​ຂອງ​ເຂົາ​ເຈົ້າເອງ. ພວກ​ເຮົາ​ຕ້ອງການ​ເຫັນ​ເຂົາ​ເຈົ້າບັນລຸການ
ມີ​ອະນາຄົດທີ່​ເສລີ ແລ​ະເປັນປະຊາທິປະ​ໄຕ.”

ທ່ານ​ເພັນ​ສ໌ ​ໄດ້​ຕິຕຽນ​ລັດຖະບານ​ຊຸດ​ກ່ອນ ທີ່​ບໍ່ໄດ້ສະ​ແດງ​ການ​ສະໜັບສະໜູນ ​ຢ່າງ​ແຂງຂັນພຽງພໍຕໍ່​ຊາວ​ອີຣ່ານ ເວລາ​ເຂົາ​ເຈົ້າ​ໄດ້​ປະ​ທ້ວງ​ ການ​ເລືອກ​ຕັ້ງ​ທີ່ມີ ການຂັດ
ແຍ້​ງ​ໃນ​ປີ 2009​. ທ່ານ​ຍັງ​ໄດ້​ຕິຕຽນ​ລັດຖະບານ​ທ່ານໂອ​ບາ​ມາ ທີ່​ໄດ້ ເຣັດ​ຂໍ້​ຕົກລົງ​ນິວ​ເຄລຍກັບ​ເຕຫະຣ່ານ.

ທ່ານ​ເພັນ​ສ໌ ກ່າວ​ວ່າ “ຄວາ​ມຈິງ​ກໍແມ່ນວ່າ ​ຂໍ້​ຕົກລົງ​ນິວ​ເຄລຍກັບອີຣ່ານ ​ເປັນ​ຂໍ້ຕົກ
ລົງທີ່ອ່ອນ​ແອ​ທີ່​ສຸດ ​ເພາະວ່າ​ສ່ວນນຶ່ງບໍ່​ພຽງ​ແຕ່ບໍ່​ໄດ້​ປະຕິ​ເສດ​ບໍ່ໃຫ້ອີຣ່ານ ສາມາດ
​ພັດທະນາ​ອາວຸດ​ນິວ​ເຄລຍໂດຍ​ການ​ຕົກລົງ​ພຽງ 10 ​ປີ​ເທົ່າ​ນັ້ນ ມັນ​ຍັງ​ ໄດ້​ຮັບປະ
ກັນ​ວ່່າ ​ເຂົາເຈົ້າ​ຈະ​ສາມາດ​ພັດທະນາ​ອາວຸດ​ນິວ​ເຄລຍ ຫລັງ​ຈາກ​ໄລ ຍະເວລາ 10
ປີແລ້ວ.”

ທ່ານ​ເພັນ​ສ໌ ກ່າວ​ວ່າ ການ​ລົງໂທດທາງ​ເສດຖະກິດ​ຕໍ່​ອີຣ່ານ ​ໄດ້​ເປັນ​ຜົນ​ສຳ​ເລັດ ​ແລະ​ຂໍ້
​ຕົກລົງນີ້​ໄດ້​ຊ່ວຍ​ລັດຖະບານ​ອີຣ່ານ. ທ່ານ​ກ່າວ​ວ່່າ​ລັດຖະບານ​ທ່ານທຣໍາ ຕ້ອງ​ການ
​ຢາກ​ຕື່ມ​ຂໍ້ບັງຄັບໃສ່​ຂໍ້​ຕົກລົງນີ້ ໂດຍອະນຸຍາດ​ໃຫ້​ມີການລົງ​ໂທດທາງດ້ານເສດຖະກິດ
ຄືນອີກ ຖ້າອີຣ່ານຫາກ​ພ​ະຍາຍາມ​ຫາທາງມີອາວຸດ​ນິວ​ເຄລຍໄວ້ຢູ່ໃນຄວາມຄອບຄອງ.