ທ່ານເພັນສ໌ ປະກາດວ່າ ສະຫະລັດ ຈະຍ້າຍ ສະຖານທູດ ໄປ ເຈຣູຊາແລັມ ໃນປີ 2019

ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ແລະ ນາຍົກລັດຖະມົນຕີ ອິສຣາແອລ ທ່ານເບັນຈາມິນ ເນຕັນຢາຮູ.

ຫລັງ​ຈາກ​ປະກາດ​ວ່າ ສະຫະລັດ​ຈະ​ຍ້າຍ​ສະຖານທູດ​ຂອງ​ຕົນ ຢູ່​ໃນ​ອິສຣາ​ແອ​ລ ​ໄປ​ຍັງ
ນະຄອນ​ເຈຣູຊາ​ແລັມ​ໃນ​ທ້າຍ​ປີ 2019 ຮອງ​ປະທານາທິບໍດີ​ໄມ​ຄ໌ ​ເພັນ​ສ໌ ​ໄດ້ມ້ວນທ້າຍ
​ການ​ເດີນທາງ​ໄປ​ຢ້ຽມຢາມພາກຕາ​ເວັນ​ອອກ​ກາງ​ ເປັນ​ເວລາ​ສີ່​ວັນ​ໃນ​ວັນ​ອັງຄານ​ມື້​ນີ້
​ໂດຍ​ພົບ​ປະ​ກັບປະທານາທິບໍດີ​ອິສຣາ​ແອ​ລ​ແລະໄປ​ຢ້ຽມຢາມ​ສູນ​ກາງ​ໂຮ​ໂລ​ຄອດ​ທ໌
​ແລະ​ກຳ​ແພງ​ຟາກ​ຕາ​ເວັນ​ຕົກ.

ທ່ານ​ເພັນ​ສ໌ ກ່າວຢູ່ໃນຄຳປາໄສ​ຕໍ່ສະພາຄະ​ແນັ​ດ​ແຊັດ ​ໃນ​ນະຄອນ​ເຈຣູຊາ​ແລັມ ວ່າ
“​ໃນ​ຫລາຍ​ອາທິດ​ຕໍ່ໜ້າ​ນີ້ ລັດຖະບານ​ຂອງ​ພວກ​ເຮົາ​ ຈະສ້າງຄວາມ​ຄືບ​ໜ້າ​ໃຫ້ແກ່
ແຜນ​ການເປີດ​ສະຖານທູດ​ສະຫະລັດ​ຢູ່ນະຄອນເຈຣູຊາ​ແລັມແລະ​ສະຖານທູດ​ສະຫະ
ລັດ ຈະ​ເປີດ​ກ່ອນ​ທ້າຍ​ປີໜ້າສິ້ນສຸດລົງ.”

ທ່ານ​ກ່າວ​ເພີ້​ມອີກ​ວ່າ “ເຈຣູຊາ​ແລັມ ​ເປັນ​ນະຄອນຫລວງ​ຂອງ​ອິສຣາ​ແອ​ລແລະ ​ໃນ​ຂະ
ນະ​ດຽວ​ກັນ ປະທານາທິບໍດີ​ທຣໍາ​ໄດ້​ສັ່ງໃຫ້ກະຊວງ​ຕ່າງປະ​ເທດ ເລີ້ມ​ກະ ກຽມໃນຂັ້ນຕົ້
ນ ເພື່ອ​ຍົກ​ຍ້າຍ​ສະຖານ​ທູດ​ພວກ​ເຮົາ​ຈາກນະຄອນ​ແຕລ​ອາ​ວີ​ຟໄປ ​ນະຄອນ​ເຈຣູຊາ​ແລັມ.”

ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ​ທຣໍາ ​ແມ່ນແຕກຕ່າງໄປຈາກນະ​ໂຍບາຍ​ສະຫະລັດ
​ທີ່​ມີ​ມາ​ແຕ່ດົນ​ນານ ທີ່ໄດ້ປ່ອຍ​ໃຫ້ຖານະ​ຂອງ​ນະຄອນ​ເຈຣູຊາ​ແລັມຢູ່​ເປັນ​ບັນຫາທີ່ຈະ
ໄດ້ຮັບການແກ້​ໄຂ ໃນ​ການເຈລະຈາລະຫວ່າງ ອິສຣາ​ແອ​ລແລະ​ປາ​ ແລ​ສ​ໄຕ​ນ໌.

ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ທ່ານ​ເຣັກສ໌ ທິລ​ເລີ​ສັນ ​ໄດ້​ກ່າວ​ກ່ອນໜ້ານີ້​
ວ່າ ການ​ຍ້າຍ​ສະຖານທູດ​ຈະ​ໃຊ້​ເວລາ​ຢູ່​ຫຼາຍ​ປີ. ​ແຕ່​ໃນ​ວັນ​ຈັນ​ວານນີ້ໂຄສົກ​ກະຊວງ
ການຕ່າງປະ​ເທດ ທ່ານ​ນາງແຮ​ເຕີ​ ນາວ​ເອີ​ດທ໌ ​ໄດ້​ຢືນຢັນ​ວ່າ ລັດຖະບານ “ຈະ​ເລັ່ງລັດ
ກ່ຽວກັບແຜນການຂອງຕົນ ​ທີ່ຈະ​ເປີ​ດສະຖານທູດ​ສະ ຫະລັດ​ຢູ່​ນະຄອນ​ເຈຣູຊາ​ແລັມ ​
ແລະຈະ​ເປີດສະຖານທູດ​ກ່ອນ​ທ້າຍ​ປີສິ້ນສຸດລົງ.”

ທ່ານນາງນາວ​ເອີ​ດທ໌ໃຫ້ຂໍ້ສັງເກດ ຢູ່ໃນຖະແຫຼງການວ່າ “ທ່ານທິລເລີສັນແມ່ນເປັນທີ່
ຈະແຈ້ງຮັບຮູ້ວ່າເລື່ອງຄວາມປອດໄພ ແລະຄວາມໝັ້ນຄົງ ແມ່ນບູລິມະສິດສຳຄັນສຸດ.”

ທ່ານ​ເນ​ຕັນ​ຢາ​ຮູ ​ໄດ້​ຂອບ​ໃຈ ທ່ານ​ທຣໍາ ​ແລະ​ທ່ານເພັນ​ສ໌ ​ຕໍ່​ອັນ​ທີ່​ທ່ານ​ຮ້ອງ​ວ່າ “​ເປັນ​
ຄຳ​ເວົ້າທີ່ມີຄວາມສຳຄັນ​ປະຫວັດສາດ” ​ແລະການປະກາດ​ວ່າຄວາມ​ສຳພັນ​ລະຫວ່າງ
ສະຫະລັດ ກັບອິສຣາແອລວ່າ “ບໍ່​ເຄີຍ​ແໝ້ນແຟ້ນແບບ​ນີ້​ມາ​ກ່ອນ."

ທ່ານໄດ້ກ່າວຕໍ່ພວກນັກຂ່າວໃນເວລາຕໍ່ມາວ່າ ໃນອີກບໍ່ດົນ ຝ່າຍປາແລສໄຕນ໌ “ກໍຈະ
ຮັບເອົາຄວາມຈິງກ່ຽວກັບເຈຣູຊາແລັມທັງສອງຝ່າຍສາມາດບັນລຸການຕົກ ລົງໄດ້ໄວ​
ເທົ່າ​ໃດ ກໍຈະເຮັດໃຫ້ເປັນໂອກາດດີຂຶ້ນ ສຳລັບປະຊາຊົນ​ຂອງ​ເຮົາ​ທັງ​ສອງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Your browser doesn’t support HTML5

Pence Middle East