ຮອງ​ປະທານາ​ທິບໍດີ ​Pence ພົບກັບ ອົບພະຍົບ ເວເນຊູເອລາ ທີ່ຂໍລີ້ໄພໃນ Colombia

ຮອງ​ປະທານາ​ທິບໍດີ​ສະຫະລັດ ທ່ານ Mike Pence ຢ້ຽມຢາມຄອບຄົວຊາວ Venezuela ທີ່ໂບດ Calvary ໃນເມືອງ Cartagena ປະເທດ Colombia, 14 ສິງຫາ 2017.

ຮອງ​ປະທານາ​ທິບໍດີ​ສະຫະລັດ ທ່ານ Mike Pence ​ໄດ້​ພົບ​ປະ​ກັບ​ພວກ​ອົບ​ພະຍົບ
ທີ່​ພາກັນຫຼົບ​ໜີ​ຄວາມ​ຮຸນ​ແຮງ​ແລະ​ວິ​ກິດ​ການ​ໃນ Venezuela ​ເພື່ອຊອກຫາ​ຄວາມ​
ປອດ​ໄພ​ ທີ່​ໂບດ ແຫ່ງນຶ່ງ​ໃນເມືອງ Cartagena ປະ​ເທດ Colombia.

“ປະທານາ​ທິບໍດີ​ສະຫະລັດ ​ໄດ້​ສົ່ງ​ຂ້າພະ​ເຈົ້າ​ມາ​ທີ່​ນີ້ ພ້ອມດ້ວຍ​ສານສານສະແດງ
ຄວາມເຫັນອົກເຫັນໃນຕໍ່​ພວກ​ຄອບຄົວທີ່​ອົບ​ພະຍົບຫລົບ​ໄພ​ຈາກ Venezuela,”

ຊຶ່ງ​ທ່ານ Pence ​ໄດ້​ບອກ​ກັບ​ພວກ​ນັກ​ຂ່າວ​ໄວ້​ເຊັ່ນ​ນີ້​ ​ແລະ​ກ່າວ​ຕໍ່​ໄປ​ວ່າ “ພວກ​ເຮົາ​
ຢູ່​ຂ້າງພວກ​ເຂົາ​ເຈົ້າ. ພວກ​ເຮົາ​ຈະ​ຢືນ​ຢູ່​ຄຽງ​ຂ້າງ​ພວກ​ເຂົາ​ເຈົ້າ​ໃນ​ການ​ທີ່​ຈະ​ຟື້ນຟູ
​ປະຊາທິປະໄຕໃນ Venezuela.”

ປະທານາທິບໍດີ Juan Manuel Santos,ຊ້າຍ, ກ່າວກັບສື່ ໃນຂະນະທີ່ ຮອງປະທານາທິບໍດີ ສະຫະລັດ ທ່ານ Mike Pence ຮັບຟັງ ໃນກອງປະຊຸມຖະແຫຼງຮ່ວມ ໃນສະຖານທີ່ຮັບຮອງແຂກຂອງປະທານາທິບໍດີ ທີ່ເມືອງ Cartagena, Colombia, 13 ສິງຫາ 2017.

ຫ້າງ​ຮ້ານ​ຕ່າງໆ​ແມ່ນ​ຂາດເຄື່ອງ​ຂອງ​ໃຊ້​ສອຍ ​ແລະ​ຂອງ​ຈຳ​ເປັນ​ສຳຄັນ​ນັ້ນ​ແມ່ນ​ຍາກ
​ທີ່​ຈະຫາຊື້​ໄດ້ ​ແລະ​ກໍ​ໄດ້​ມີ​ຊາວ Venezuela ຈຳນວນນຶ່ງພາກັນ​ໜີ​ເຂົ້າ​ໄປ​ໃນ Brazil
​ແລະປະ​ເທດ Colombia ​ເພື່ອ​ຊື້​ອາຫານ​ການ​ກິນ. ບາ​ງພວກ ກໍ​ບໍ່​ກັບ​ຄືນ​ເມືອ​ເລີຍ.

ທ່ານ Pence ​ໄດ້​ກ່າວ​ຢ້ຳຄືນ ​ໃນ​ອັນ​ທີ່​ທ່ານ​ໄດ້​ບອກ​ກັບ​ປະທານາທິບໍດີ Juan Manuel Santos ​ໃນ​ວັນ​ອາທິດ​ຜ່ານ​ມາ​ນີ້​ວ່າ -- ສະຫະລັດ “ຈະ​ບໍ່​ຢືນ​ຢູ່​ລ້າ ​ໃນ​ຂະນະ​ທີ່ Ve-
nezuela ພັງທະລາຍລົງ​ ກາຍເປັນ​ລະບອບ​ຜະ​ເດັດ​ການ. ພວກ​ເຮົາ​ຈະ​ບໍ່​ຢືນ​ລ້າ
ໃນ​ຂະນະທີ່ Venezuela ກຳລັງ​ລົ້ມ​ສະລາຍ​ລົງນັ້ນ.”

ປະທານາທິບໍດີ Venezuela ທ່ານ Nicolas Maduro ສະແດງອອກໃນຂະນະທີ່ ທ່ານ ໄປຮອດກອງປະຊຸມຂອງສະພາລັດຖະທຳມະນູນ ໃນ ທຳນຽບລັດຖະບານທີ່ນະຄອນ Caracas, Venezuela, 10 ສິງຫາ 2017.

ທ່ານ Pence ​ບໍ່ໄດ້​ກ່າວ​ເຖິງ​ການ​ຂົ່ມຂູ່​ຂອງທ່ານ​ທຣຳ ທີ່​ຈະ​ໃຊ້ກຳລັງ​ທາງ​ທະຫານ ​
ເພື່ອ​ຊ່ອຍຟື້ນຟູປະຊາທິປະໄຕໃນ Venezuela. ​ແຕ່​ວ່າ ທ່ານ​ໄດ້​ກ່າວ​ວ່າ “ການ​ລົ້ມ​
ສະລາຍຂອງ Venezuela ​ເປັນໄພ​ຂົ່ມຂູ່ ຕໍ່ຄວາມ​ປອດ​ໄພ ​ແລະ​ຄວາມ​ວັດທະນາ​
ຖາວອນຂອງ​ຊີກໂລກນີ້ ​ແລະ​ປະຊາຊົນ​ຊາວ​ອາ​ເມຣິກັນ​ນຳ.”

ທ່ານ​ Santos ​ໄດ້​ບອກ​ກັບ ທ່ານ Pence ວ່າ ບໍ່​ມີ​ປະ​ເທດ​ລາ​ຕິນ​ອາ​ເມຣິກາ ປະເທດ
ໃດຈະ​ຍອມຮັບ​ການ​ເອົາ​ການແຊກແຊງທາງ​ທະຫານຂອງ​ສະຫະລັດໃນ Venezuela
​ແລະ​ນັ້ນ ບໍ່​ແມ່ນ​ເລື່ອງ​ທີ່​ຈະ​ນຳ​ເອົາ​ມາ​ພິຈາລະນາ​ດ້ວຍ​ຊ້ຳ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ