ທ່ານເພັນສ໌ ອາດຈະພົບປະ ກັບ ເກົາຫຼີເໜືອ "ພວກເຮົາ ຈະເບິ່ງວ່າ ມີຫຍັງຈະເກີດຂຶ້ນ."

ຮອງປະທາທິບໍດີ ໄມຄ໌ ເພັນສ໌ ກ່າວຕໍ່ບັນດານັກຂ່າວ ກ່ອນລາຍງານ ກ່ຽວກັບ ລະບົບຕໍ່ຕ້ານ ລູກສອນໄຟ ກັບຜູ້ປົກຄອງລັດອາລາສກາ ທ່ານບີລ ວອກເກີ ແລະນາຍພົນ ລໍຣີ ເຈ ໂຣບິນສັນ.

ລັດຖະບານ​ປະທານາທິບໍດີ​ດໍໂນລ ທຣໍາ ແມ່ນເປີດກວ້າງຕໍ່ຄວາມ​ເປັນ​ໄປ​ໄດ້​ທີ່​ອາດ
ຈະມີການ​ພົບ​ປະຢູ່​ເກົາຫຼີໃຕ້ໃນອາທິດ​ນີ້ ທີ່ການແຂ່ງຂັນ​ກິລາໂອ​ລິ​ມປິກ​ລະດູ​ໜາວ
ລະຫວ່າງ​ ຮອງ​ປະທານາທິບໍດີ​ສະຫະລັດ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ເກົາຫຼີ​ເໜືອ.

ຮອງ​ປະທານາທິບໍດີ ​ໄມຄ໌ ​ເພັນ​ສ໌ ກ່າວ​ຢູ່ທີ່​ລັດ​ອາລັສກາ ໃນ​ວັນ​ຈັນ​ວານ​ນີ້​ວ່າ “​ໃນ​
ການພົບ​ປະກັນ​ໃດ​ໆກໍຕາມ ກັບຄະນະຜູ້ແທນຂອງ​ເກົາຫຼີ​ເໜືອ​ນັ້ນ ຂ້າພະ​ເຈົ້າ​ບໍ່​ໄດ້
ເປັນຜູ້​ຂໍຮ້ອງໃຫ້ມີການ​ພົບປະ. ​ແຕ່​ພວກ​ເຮົາ​ຈະ​ເບິ່ງ​ວ່າ ​ມີ​ຫຍັງ​ເກີ​ດ ຂຶ້ນ.”

ລັດຖະມົນຕີ​ຕ່າງປະ​ເທດ ທ່ານ​ເຣັກສ໌ ທິລ​ເລີ​ສັນ ​ຢູ່​ປະ​ເທດ​ເປຣູກ່ອນໜ້ານີ້ ກໍໄດ້​ໃຊ້
​ຄຳເວົ້າທີ່​ຄ້າຍ​ຄື​ກັນ ​ເວລາມີການ​ຖາມ​ວ່າ ທ່ານ​ເພັນ​ສ໌ ຈະມີການພົບປະ​ກັບຊາວ​ເກົາ
ຫຼີ​ເໜືອ​ຢູ່ທີ່​ການ​ແຂ່ງຂັນ​ໂອລິມປິກຫຼືບໍ່.

ທ່ານ​ເ​ພັນ​ສ໌ ກ່ອນຈະຂຶ້ນເຮືອບິນປະຈຳ​ຕຳ​ແໜ່​ງ Air Force Two ​ໄປ​ຍັງ​ຍີ່ ປຸ່ນ ບ່ອນ
​ທີ່​ທ່ານ​ມີກຳນົດຈະໄປ​ເຖິງ​ໃນ​ຕອນ​ແລງວັນ​ອັງຄານ​ມື້​ນີ້ ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ປະທານາ
ທິບໍດີດໍ​ໂນ​ລ ທຣໍາ “​ໄດ້​ກ່າວ​ວ່າ ທ່ານ​ເຊື່ອ​ຢູ່​ສະ​ເໝີ​ໃນ​ການ​ໂອ້ລົມສົນທະນາ. ​ແຕ່​ພວກ​
ເຮົາ​ຈະ​ເບິ່ງ​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ. ​ແຕ່​ສານ​ຂອງ​ຂ້າພະ​ເຈົ້າກໍຄືວ່າ ບໍ່​ວ່າການຈັດແຈງ​ຈະ
ຢູ່ໃນ​ຮູບໃດ ຜູ້​ໃດແດ່ຈະມີໜ້າ ມັນກໍຈະ​ເໝືອ​ນ​ເດີມ.”

ຮອງປະທານາທິບໍດີ ສະຫະລັດ ທ່ານໄມຄ໌ ເພັນສ໌ ແລະພັນລະຍາ ທ່ານນາງແຄຣັນ ໂບກມືອຳລາ ທີ່ສະໜາມບິນສາກົນ ເບັນ ກູຣິອອນ ປະເທດອິສຣາແອລ ທີ 23 ມັງກັອນ 2018.

ຮອງ​ປະທານາທິບໍດີສະຫະລັດ ຢູ່​ທີ່ໂຮງ​ເກັບເຮືອບິນ ໂດຍມີເຮືອບິນ​ລົບອາຍພົ່ນ F-22
ທີ່ຢູ່​ຂ້າງ​ຫລັງ​ທ່ານ ທີ່​ຖານ​ທັບ​ອາກາດແອລເມັນ​ດອຟ ຣີເຈີດ​ສັນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​
ວ່າ ຖ້າ​ຫາກ​ທ່ານ​ພົບ​ກັບ​ພວກ​ເຈົ້າ​ໜ້າ​ທີ່ຂອງ​ເກົາ​ຫຼີ​ເໜືອ ທ່ານຈະ​ບອກ​ເຂົາ​ເຈົ້າ​ວ່າ ​ປະ​
ເທດ​ເຂົາ​ເຈົ້າ “ອີກ​ເທື່ອນຶ່ງ​ແລະ​ເທື່ອ​ດຽວເທົ່ານັ້ນວ່າ” ຕ້ອງ​ຢຸດ​ເຊົາ​ໂຄງການອາວຸດ
ນິວ​ເຄລຍ ​ແລະ​ໂຄງການ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດດັ່ງທີ່​ປະ​ເທດ​ຕ່າງໆ​ຢູ່ໃນ​ທົ່ວ​ຂົງ​ເຂດ
ແລະ​ສະຫະລັດ ຕ້ອງການນັ້ນ.

ຮອງປະທານາທິບໍດີ ສຫລ ທ່ານໄມຄ໌ ເພັນສ໌ (ຊ້າຍ) ສົນທະນາກັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານຊິນໂຊະ ອາເບ ທີ່ນະຄອນໂຕກຽວ ທີ 17 ເມສາ 2017.

ປະມຸກໃນທາງພິທີການຂອງ​ເກົາຫຼີ​ເໜືອ ທ່ານ​ກິມ ຢົງ ນຳ ຈະ​ນຳພາຄະນະ​ຜູ້​ແທນ​ໃນລະ
ດັບ​ສູງ​ຂອງພຽງ​ຢາງໄປຮ່ວມການແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ໜາວ ​ແລະ​ຄາດ​ວ່າ​ຈະ​
ເຂົ້າ​ຮ່ວມພິທີເປີດການແຂ່ງຂັນດ້ວຍ.

ການ​ເດີນທາງ​ຂອງ​ທ່ານ​ເພັນ​ສ໌ ​ໄປ​ຢ້ຽມຢາມເອ​ເຊຍ​ຕາ​ເວັນ​ອອກສຽງ​ເໜືອແມ່ນ ເພື່ອ
ຊ່ວຍຕ້ານຢັນ​ການບຸກແບບໃຊ້ສະ​ເໜ່​ຂອງ​ເກົາຫຼີ​ເໜືອຢູ່ທີ່ການແຂ່ງຂັນ​ກິລາ​ໂອ​ລິ​ມປິກ.

ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ກ່ອນ​ທ່ານ​ເພັນ​ສ໌ ອອກ​ເດີນທາງ
ໃນ​ວັນ​ຈັນ​ວານ​ນີ້ວ່າ ສະຫະລັດ​ມີ​ຄວາມ​ຕັ້ງ​ໃຈຈະ​ບໍ່ “ອະ​ນຸຍາດ​ໃຫ້​ລະ ບອບປົກຄອງ
ເກົາ​ຫຼີ​ເໜືອ ປຸ້ນ​ຈີ້ ​ເອົາການສົ່ງສານດັ່ງກ່າວ ດ້ວຍການໂຄສະນາ​ຊວນ​ເຊື່ອ​ຂອງ​ເຂົາ​ເຈົ້າ.” ​

ຫີບສົບຂອງທ້າວອົດໂຕ ແວມເບຍ ນຳອອກຈາກມັດທະຍົມ ວາຍໂອມິງ ວັນທີ 22 ມີຖຸນາ , 2017.

ຮອງປະທານາທິບໍດີເພັນສ໌ ຢູ່​ນະຄອນ​ໂຕ​ກຽວ ​ແລະ​ນະຄອນ​ໂຊ​ລໃນອາທິດ​ນີ້ຈະ​ຊອກ
​ຫາ​ຊ່ອງທາງ ເພື່ອເພີ້ມທະວີ ຕໍ່​ອັນ​ທີ່​ລັດຖະບານ​ສະຫະລັດ ​ຮ້ອງວ່າ ການປຸກລະດົມ​ຢ່າງ​ເຕັມທີ່ຕໍ່​ພຽງ​ຢາງ ເພື່ອ​ພະຍາຍາມ​ໃຫ້ປະເທດດັ່ງກ່າວ ຢຸດ​ເຊົາ​ໂຄງການ​ອາວຸດ​ນິວ​ເຄລຍ
​ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ. ການກົດດັນນີ້ມີ​ຂຶ້ນ ​ໃນ​ເວລາ​ທີ່ມີ​ການ​ພົວພັນ​ລະຫວ່າງ
​ສອງ​ເກົາ​ຫຼີ​ ​ແລະ​ລາຍ​ງານ​ກ່ຽວກັບການ​ບໍ່ເຫັນພ້ອມນຳ​ກັນລະຫວ່າງວໍ​ຊິງ​ຕັນ ​ແລະ​ໂຊ​ລ
ວ່າ ​ຈະ​ເຂົ້າ​ຫາ​ເກົາຫຼີ​ເໜືອ​ຢ່າງ​ໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Your browser doesn’t support HTML5

Pence Asia