ທ່ານ ເພັນສ໌ ກັບທ່ານນາງ ແຮຣິສ ໂຕ້ຖຽງກັນ ກ່ຽວກັບ ໂຄວິດ-19 ໃນການໂຕ້ວາທີ ຮອງປະທານາທິບໍດີ

ຜູ້ຖືກສະເໜີຊື່ແຂ່ງຂັນເອົາຕຳແໜ່ງຮອງປະທານາທິບໍດີ ສັງກັດພັກເດໂມແຄຣັດ ແລະ ສະມາຊິກສະພາສູງ ທ່ານນາງ ຄາມາລາ ແຮຣິສ ໃຫ້ຄຳເຫັນ ໃນລະຫວ່າງການໂຕ້ວາທີຮອງປະທານາທິບໍດີ, ມະຫາວິທະຍາໄລ ຢູທາ, ນະຄອນ ຊອລທ໌ ເລກ ຊີຕີ, ລັດ ຢູທາ. 7 ຕຸລາ, 2020.

ຕາມການລາຍງານຂອງອົງການຂ່າວ AP, ຮອງປະທານາທິບໍດີ ສະຫະລັດ ໄດ້ປ້ອງກັນການຮັບມືກັບໂຣກລະບາດ COVID-19 ຂອງລັດຖະ ບານທ່ານ ທຣຳ ທີ່ໄດ້ສັງຫານປະຊາຊົນ ອາເມຣິກັນ ຫຼາຍກວ່າ 210,000 ຄົນ, ໃນຂະນະທີ່ຜູ້ທ້າຊິງເອົາຕຳແໜ່ງ, ທ່ານນາງ ຄາມາລາ ແຮຣິສ, ໄດ້ກ່າວປະນາມວ່າເປັນ “ຄວາມລົ້ມແຫຼວທີ່ໃຫຍ່ທີ່ສຸດຂອງລັດຖະບານປະທານາທິບໍດີໃດໆ” ໃນລະຫວ່າງການໂຕ້ວາທີທີ່ສ່ວນໃຫຍ່ຈະສະຫງົບໃນຄືນວັນພຸດວານນີ້ ເຊິ່ງຖືກຄອບງຳໂດຍໄວຣັສໂຄໂຣນາ.

ດ້ວຍທ່ານ ທຣຳ ກຳລັງຮັກສາຕົວຈາກໄວຣັສດັ່ງກ່າວໃນນະຄອນຫຼວງ ວໍຊິງຕັນ, ທ່ານນາງ ແຮຣິສ ໄດ້ປະກາດວ່າ ທ່ານນາງຈະບໍ່ໃຊ້ຢາວັກຊີນ ຖ້າປະທານາທິບໍດີສັງກັດພັກຣີພັບບລີກັນຮັບຮອງເອົາມັນ ໂດຍປາສະຈາກການໜູນຫຼັງຂອງບັນດາຜູ້ຊ່ຽວຊານການແພດ.

ທ່ານ ເພັນສ໌, ຜູ້ທີ່ເປັນຫົວໜ້າໜ່ວຍປະຕິບັດການພິເສດໄວຣັສໂຄໂຣນາຂອງປະທານາທິບໍດີ, ໄດ້ຮັບຮູ້ວ່າ “ປະເທດຂອງພວກເຮົາໄດ້ຜ່ານຜ່າຊ່ວງເວລາທີ່ທ້າທາຍຫຼາຍໃນປີນີ້.”

ແຕ່ທ່ານໄດ້ກ່າວຕື່ມວ່າ, “ຂ້າພະເຈົ້າຢາກໃຫ້ປະຊາຊົນ ອາເມຣິກັນ ຮູ້ວ່າ, ຈາກມື້ທຳອິດ, ປະທາ ນາທິບໍດີ ທຣຳ ໄດ້ເອົາສຸຂະພາບຂອງອາເມຣິກາ ກ່ອນໝູ່ໝົດ,” ທ່ານ ເພັນສ໌ ໄດ້ກ່າວວ່າ, ຢາວັກຊີນທີ່ມີຄວາມຫວັງຫຼາຍລ້ານໂດສ໌ ແມ່ນຈະຖືກປະກາດສຳລັບການປິ່ນປົວກ່ອນທ້າຍປີນີ້.

ທ່ານຍັງໄດ້ກ່າວປະນາມຄວາມສົງໄສຂອງທ່ານນາງ ແຮຣິສ ກ່ຽວກັບ ການເວົ້າ ໂອ້ອວດຂອງທ່ານ ທຣຳ ກ່ຽວກັບ ຢາວັກຊີນວ່າ “ທ່ານນາງສະມາຊິກສະພາສູງ, ຂ້ອຍຢາກຂໍເຈົ້າ, ໃຫ້ຢຸດຫຼິ້ນການເມືອງກັບຊີວິດຂອງປະຊາຊົນໄດ້ບໍ່.”

ມັນໄດ້ມີການໂຕ້ຖຽງກັນຢ່າງດຸເດືອດກ່ອນໜ້ານັ້ນ, ແຕ່ໂດຍລວມແລ້ວ ມັນມີການໃຫ້ຄວາມເຄົາ ລົບກັນຫຼາຍກວ່າການໄຂການໂຕ້ວາທີປະທານາທິບໍດີເມື່ອ 8 ວັນກ່ອນໜ້ານັ້ນ. ໃນຂະນະທີ່ທ່ານ ທຣຳ ເປັນຜູ້ທີ່ມັກກໍ່ກວນ, ດ້ວຍການເວົ້າແຊກເຂົ້າມາ ແລະ ເກືອບວ່າຈະຮ້ອງໃສ່ນັ້ນ,​ ແຕ່ທ່ານ ເພັນສ໌ ໄດ້ສະແດງໃຫ້ເຫັນຄວາມມີລະບຽບວິໄນກວ່າ.

ຜູ້ລົງແຂ່ງຂັນດັ່ງກ່າວໄດ້ໂຕ້ວາທີກັນໃນຫໍປະຊຸມ ບ່ອນທີ່ແຂກຜູ້ທີ່ປະຕິເສດທີ່ຈະໃສ່ໜ້າກາກແມ່ນໄດ້ຖືກຂໍໃຫ້ອອກໄປນອກ, ເປັນສະຖານະການທີ່ພິເສດສຳລັບການໂຕ້ວາທີພຽງຄັ້ງດຽວຂອງຮອງປະທານທິບໍດີໃນປີ 2020.

ທ້າຍທີ່ສຸດ, ການພົບປະກັນໃນຊ່ວງເວລາອອກອາກາດທີ່ມີຜູ້ຊົມຫຼາຍທີ່ສຸດນັ້ນ ແມ່ນໂອກາດສຳ ລັບບັນດາຜູ້ລົງຄະແນນສຽງທີ່ຈະຕັດສິນວ່າທ່ານ ເພັນສ໌ ຫຼື ທ່ານນາງ ແຮຣິສ, ສະມາຊິກສະພາສູງ ສະຫະລັດ ຈາກລັດ ຄາລິຟໍເນຍ, ແມ່ນພ້ອມທີ່ຈະດຳເນີນໜ້າທີ່ຂອງປະທານາທິບໍດີ ກ່ອນທ້າຍຂອງສະໄໝຕໍ່ໄປ. ມັນເປັນຄຳຖາມທີ່ເກືອບວ່າບໍ່ມີຄຳຕອບທີ່ປະທານາທິບໍດີ ດໍໂນລ ທຣຳ ອາຍຸ 74 ປີ, ເຊິ່ງກຳລັງຮັກສາຕົວຈາກໄວຣັສໂຄໂຣນາ, ແລະ ທ່ານ ໂຈ ໄບເດັນ ອາຍຸ 77 ປີທີ່ບໍ່ໄດ້ຕິດເຊື້ອໂຣກນັ້ນ ຈະເປັນປະທານາທິບໍດີທີ່ມີອາຍຸແກ່ທີ່ສຸດ.

ສຳລັບເຫດຜົນທີ່ວ່ານັ້ນ ແລະ ອື່ນໆ, ການໂຕ້ວາທີຢູ່ມະຫາວິທະຍາໄລ ຢູທາ ໃນນະຄອນ ຊອລທ໌ ເລກ ຊີຕີ ໄດ້ຖືກຈັດຂຶ້ນ ໃນຖານະທີ່ເປັນການໂຕ້ວາທີຮອງປະທານາທິບໍດີທີ່ມີຄວາມໝາຍທີ່ສຸດໃນຄວາມຊົງຈຳຫຼ້າສຸດ. ມັນໄດ້ມີຂຶ້ນໃນຊ່ວງເວລາທີ່ບໍ່ແນ່ນອນໂດຍສະເພາະສຳລັບພັກຣີພັບບລີກັນ, ດ້ວຍຄວາມເປັນຫ່ວງທີ່ເພີ່ມຂຶ້ນວ່າ ສະຖານະພາບຂອງທ່ານ ທຣຳ ແມ່ນກຳລັງອ່ອນແອລົງ ໃນຂະນະ ທີ່ເຈົ້າໜ້າອາວຸໂສຫຼາຍກວ່າ 10 ຄົນໃນທົ່ວທຳນຽບຂາວ, ທຳນຽບຫ້າແຈ ແລະ ພາຍໃນຄະນະໂຄສະນາຫາສຽງຂອງທ່ານໄດ້ຕິດໄວຣັສ ຫຼື ຖືກ ຈຳກັດບໍລິເວນ.

ອ່ານຂ່າວນີ້ເປັນພາສາອັງກິດ