ຊາຍຄົນນຶ່ງເລັດລອດຜ່ານ ກຳລັງຮັກສາຄວາມປອດໄພ ເຂົ້າໄປໃນທຳນຽບຂາວ ໄດ້ (ວີດີໂອ)

ພວກເຈົ້າໜ້າທີ່ ຮັກສາຄວາມປອດໄພ ກຳລັງຍ່າງ ຊອກຫາຫລັກຖານ ຢູ່ໃນເດີ່ນດ້ານເໜືອ ຂອງທຳນຽບຂາວ ທີ່ນະຄອນຫລວງວໍຊິງຕັນ, ວັນທີ 20 ກັນຍາ 2014.

ພະ​ແໜກ​ອາລັກຂາ​ປະທານາທິບໍດີສະຫະລັດ ​ໄດ້​ເພີ້​ມການ​ຮັກ
ສາ​ຄວາມ​ປອດ​ໄພຢູ່​ທາງ​ນອກ​ທຳນຽບຂາວ​ຂຶ້ນ ຫຼັງ​ຈາກ​ຜູ້​ຊາຍ​
ຄົນ​ນຶ່ງ​ເຕັ້ນ​ຂ້າມ​ຮົ້ວເຂົ້າ​ໄປ​ໃນ​ເດີ່ນ ​ແລ້ວ​ແລ່​ນ​ເຂົ້າ​ໄປ​ໃນ​ທຳນຽບ
ຂາວ​ ກ່ອນ​ຖືກຈັບ​ໂຕ​ໄດ້.

ທ່ານ​ນາງ Julia Pierson ຫົວໜ້າພະ​ແໜ​ກ Secret Service
​ໄດ້​ສັ່ງ​ໃຫ້ທຳ​ການ​ລາດ​ຕະ​ເວນ​ແລະ​ເຝົ້າ​ຍາມຮົ້ວກ້ຳເໜືອຂອງທຳ
ນຽບຂາວຫຼາຍ​ຂຶ້ນ ​ໃນ​ເວລາ​ບໍ່​ດົນ​ຫຼັງ​ຈາກ​ເກີດ​ເຫດການ​ດັ່ງກ່າວ
​ໃນ​ວັນ​ສຸກມື້ ກ່ອນນີ້. ນອກ​ນັ້ນ​ ນາງ​ຍັງ​ໄດ້​ສັ່ງ​ໃຫ້​ທຳ​ການ​ທົບ​ທວນ
​ເບິ່ງ​ຢ່າງຮອບດ້ານ ວ່າ​ມັນ​ມີ​ຫຍັງ​ເກີດ​ຂຶ້ນ ​ເວລາ​ຊາຍ​ໄວ 42 ປີ​ທີ່
​ບໍ່​ມີ​ອາວຸດ​ຕິດ​ໂຕ​ປີນຂ້າມ​ຮົ້ວ​ເຂົ້າໄປ​ ​ແລ້ວ​ແລ່ນ​ເຂົ້າ​ໄປ​ໃນຕຶກ​ທຳນຽບຂາວ ​ບ່ອນ​ທີ່ຜູ້ກ່ຽວ​ຖືກ​ເຈົ້າ​ໜ້າທີ່ຮັກສາ​ຄວາມ​ປອດ​ໄພ ຈັບ​ໂຕ​ໄວ້​ນັ້ນ.

ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ພ້ອມ​ດ້ວຍພວກ​ລູກ​ສາວ​ຂອງ​ທ່ານ​ໄດ້​ອອກ​ຈາກ​ທຳນຽບ
ຂາວ​ໄປ​ກ່ອນແລ້ວ ໃນ​ວັນ​ສຸກ​ນັ້ນ ນຳ​ເຮືອບິນ​ເຮ​ລີ​ຄອບ​ເຕີ ບໍ່​ດົນ​ກ່ອນໜ້າ​ຊາຍ​ຄົນ​ນີ້​ປີນ​
ຮົ້ວ​ເຂົ້າ​ໄປ ຊຶ່ງ​ໄດ້​ພາ​ໃຫ້​ມີ​ການ​ອົບ​ພະຍົບຜູ້​ຄົນ​ອອກ​ຈາກ​ບາງ​ເຂດ​ຂອງທຳນຽບຂາວ​ ຊຶ່ງ​ເປັນເຫດການ​ທີ່​ບໍ່​ສູ້​ມີ​ຂຶ້ນນັ້ນ.

ພວກນັກຂ່າວ ອົບພະຍົບ ອອກຈາກທຳນຽບຂາວ:

Your browser doesn’t support HTML5

whitehouseintruder21september14

ທ່ານ Jason Chaffetz ສະມາຊິກ​ສະພາ​ນິຕິບັນຍັດ ສັງກັດ​ພັກ Republican ຊຶ່ງ​ເປັນ​ປະທານ​ອະນຸ​ກຳມະການສະພາ​ຕໍ່າ ສະຫະລັດ ​ທີ່ກຳກັບ​ດູ​ແລ​ຄວາມ​ປອດໄພ​ແຫ່ງ​ຊາດ
ເອີ້ນ​ຄວາມ​ຝ່າຝືນ​ດ້ານ​ຄວາມ​ປອດ​ໄພ​ນີ້​ວ່າ “​ເປັນ​ທີ່ຮັບ​ເອົາ​ບໍ່​ໄດ້​ເລີຍ”.

​ໃນ​ວັນ​ເສົາ​ວານ​ນີ້ ຊາຍ​ຄົນ​ນຶ່ງ​ຖືກ​ຈັບ​ກຸມ ຖານ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ທຳນຽບຂາວ. ຜະ​ແໜກ
ຮັກສາ ​ຄວາມ​ປອດ​ໄພ ກ່າວ​ວ່າ ຊາຍ​ຄົນ​ນີ້ໄດ້ຍ່າງເຂົ້າ​ໄປ​ໃກ້ໆ​ກັບ​ທາງ​ເຂົ້າ​ທຳນຽບຂາວ ​ແລະ​ໄດ້​ຖືກເຈົ້າ​ໜ້າ​ທີ່​ບອກ​ໃຫ້ໜີ​ໄປ​ ​ແຕ່ໃນເວລາ​ບໍ່​ດົນຕໍ່​ມາ ຜູ້ກ່ຽວໄດ້​ຂັບ​ລົດ​ກັບ​ຄືນຍັງ ທາງ​ປະຕູເຂົ້າທຳນຽບຂາວ​ອີກ ​ແລະ​ໄດ້ຖືກ​ຈັບ​ກຸມ ​ຫລັງ​ຈາກ​ທີ່​ບໍ່​ຍອມ​ອອກ​ຈາກບ່ອນ​ນັ້ນໄປ​ ຕາມ​ຄຳ​ສັ່ງ​ຂອງ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ.