ປະຊາຊົນ ຫຼາຍລ້ານຄົນ ຈະເຂົ້າຮ່ວມ ການເດີນຂະບວນ ທີ່ປາຣີ

បុរសៗ​សែង​ក្តាមឈូស​របស់​ជន​រងគ្រោះ​ម្នាក់​មួយ​ថ្ងៃ​បន្ទាប់​ពី​ការ​វាយប្រហារ​ដោយ​គ្រាប់​បែក​អត្តឃាត​នៅ​ក្នុង​ក្រុង​កាប៊ុល ប្រទេស​អាហ្វហ្គានីស្ថាន។

ປະຊາຊົນ​ຫຼາຍ​ລ້ານ​ຄົນ ຮວມທັງບັນດາ​ຜູ້ນຳ​ຂອງ​ໂລກຫຼາຍໆ
ຄົນ ຄາດ​ວ່າ​ຈະ​ເດີນ​ຂະ​ບວນໃນ​ນະຄອນຫຼວງ​ປາຣີ ​ໃນ​ວັນ​ອາ
ທິດ​ມື້​ນີ້ ​ໃນການສະ​ແດງ​ ຄວາມ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ​ຢ່າງ​ຂະ
ໜານ​ໃຫຍ່ ​ທີ່​ບໍ່​ເຄີຍ​ມີມາ​ກ່ອນ​ກັບ​ປະຊາຊົນ​ຝຣັ່ງຫຼັງ​ຈາກເກີດ
​ຄວາມ​ຮຸນ​ແຮງ​ຂອງ ພວກ​ກໍ່​ການ​ຮ້າຍຍິງ​ສັງຫານ​ຜູ້​ຄົນ​ຢ່າງ
​ປ່ວງ​ບ້າ ຫວ່າງ 3 ມື້​ຜ່ານ​ມາ​ນີ້.

ທ່ານ David Cameron ນາຍົກລັດຖະມົນຕີອັງກິດ ພ້ອມ​ທັງ​
ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel
ນາຍົກລັດຖະມົນຕີ Benjamin Netanyahu ​ແຫ່ງ​ອິສຣາ​
ແອ​ລ ​ແລະ ປະທານາທິບໍດີ Mahmoud Abbas ​ແຫ່ງ​ອຳນາດ​ປົກຄອງ​ປາ​ແລ​ສ​ໄຕ​ນ໌
ກຳນົດ​ທີ່​ຈະເຂົ້າ​ປະກອບສ່ວນພ້ອມ​ກັບ​ກະສັດ​ ແລະ​ພະຣາຊີ​ນີ​ແຫ່ງ​ຈໍ​ແດນ. ສ່ວນສະຫະ
ລັດແມ່ນຕາງໜ້າໃຫ້ໂດຍທ່ານ Eric Holder ລັດຖະມົນຕີກະຊວງຍຸຕິທຳ.

ການເດີນຂະບວນ ຢູ່ ຝຣັ່ງ

ລັດຖະມົນຕີການຕ່າງປະເທດ​ສະຫະລັດ ທ່ານ John Kerryກ່າວ​ໃນ​ວັນ​ອາທິດ​ມື້​ນີ້​ວ່າ
ການ​ເຄື່ອນ​ໄຫວ​ໃດໆ​ຂອງ​ຜູ້​ກໍ່​ການ​ຮ້າຍ​ຈະ​ບໍ່​ຢຸດເຊົາ “ການ​ເດີນ​ຂະ​ບວນ​ເພື່ອ​ເສລີ
ພາບ”
. ຫົວໜ້ານັກການທູດສະຫະລັດກ່າວ​ຢູ່​ທີ່​ອິນ​ເດ​ຍວ່າ “ພວກ​ເຮົາ​ຢືນ​ຢູ່​ຄຽງ​ບ່າ​
ຄຽງ​ໄຫຼ່​ກັນ”
ກັບ​ປະຊາຊົນ​ຝຣັ່ງ “ບໍ່​ພຽງ​ແຕ່​ໃນ​ຄວາມ​ໂກດ​ແຄ້ນ ​ແລະ​ຄວາມ​ເຈັບ
ແຄ້ນແໜ້ນໃຈ​ເທົ່າ​ນັ້ນ ​ແຕ່​ໃນ​ຄວາມ​ເປັນ​ເອກ​ກະພາບ​ກັນ ​ແລະ​ຄວາມ​ໝັ້ນ​ໝາຍ ໃນ​ການ​ປະ​ເຊີນ​ໜ້າ​ກັບ​ພວກ​ຫົວ​ຮຸນ​ແຮງ​ຈັດ.”

ປະຊາຊົນ​ໃນ​ຈຳນວນ​ຫຼາຍ​ກວ່າ 7 ​ແສນ​ຄົນ​ພາກັນ​ເດີນ​ຂະບວນຢ່າງມິດງຽບ​ໃນ​ຫົວ​ເມືອງ
ຕ່າງໆ ​ໃນ​ທົ່ວ​ປະ​ເທດ​ຝຣັ່ງ​ໃນ​ວັນ​ເສົາ​ວານ​ນີ້ ໃນ​ການສະ​ແດງການ​ສະໜັບສະໜຸນຢ່າງ​ຂະໜານ​ໃຫຍ່ນຳ​ພວກ​ເຄາະ​ຮ້າຍ​ທີ່​ເສຍ​ຊີວິດ​ໄປ 17 ຄົນ ຈາກ​ຄວາມ​ຮຸນ​ແຮງ​ທີ່​ຮ້າຍກາດ​
ທີ່ສຸດ​ທີ່​ເກີດ​ຂຶ້ນ​ໃນ​ປະ​ເທດ ​ໃນ​ໄລຍະ​ເວລາ​ດົນ​ກວ່າ​ເຄິ່ງສັດຕະວັດ.

ທ່ານ Manuel Valls ນາຍົກລັດຖະມົນຕີຝຣັ່ງ ​ເວລາ​ກ່າວ​ຕໍ່​ພວກ​ທີ່ມາ​ຮ່ວມ​ໄວ້ອາ​ໄລ​ອາວ​ອນນຳ​ພວກ​ທີ່​ເສຍ​ຊີວິດ​ຢູ່​ໃກ້ໆ​ກັບ​ຕະຫຼາດ​ຫຼື Supermarket ຂາຍ​ອາຫານ​ຂອງ​ຊາວ​ຢິວ ບ່ອນ​ທີ່​ມື​ປືນ​ຄົນ​ນຶ່ງ​ສັງ ຫານ​ພວກ​ໂຕ​ປະກັນ 4 ຄົນວ່າ “ຂ້າພະ​ເຈົ້າ​ບໍ່​ມີ​ຄວາ​ມ
ສົງ​ໄສ​ໃດໆ​ວ່າ ພວກ​ພົນລະ​ເມືອງ​ຫຼາຍ​ລ້ານ​ຄົນ​ຈະ​ມາ​ຮ່ວມ​ສະ​ແດງ​ຄວາມ​ຮັກ​ແຫ່ງອິດ​
ສະລະ​ພາບ​ຂອງ​ພວກ​ເຂົາ​ເຈົ້າ.” ທ່ານ Manuel Valls ກ່າວ​ຕໍ່​ໄປ ວ່າ “ຝຣັ່ງບໍ່​ມີ​ຊາວ​ຢິວ ​ເປັນ​ປະ​ເທດ​ຝຣັ່ງຕໍ່​ໄປ​ບໍ່ໄດ້."

ນາຍົກລັດຖະມົນຕີອິສຣາແອລ ທ່ານ Benjamin Netanyahu ກ່າວ ໃນວັນອາທິດມື້ນີ້ ຢູ່ທີ່ອິສຣາແອລກ່ອນອອກເດີນທາງໄປປາຣີວ່າທ່ານຈະເປີດກອງປະຊຸມພິເສດລະດັບລັດ
ຖະມົນຕີ ເພື່ອຮັບເອົາຊາວ ຢິວຈາກຝຣັ່ງ ແລະປະເທດອື່ນໆໃນຢູໂຣບໄປອິສຣາແອລ
ເພີ້ມຂຶ້ນ ແລະກ່າວຕື່ມວ່າ ປະເທດອິສຣາແອລບໍ່ເປັນພຽງແຕ່ບ່ອນທີ່ທ່ານໄຫວ້ ວອນພາ
ວະນາໃຫ້ເທົ່ານັ້ນ ແຕ່ປະເທດອິສຣາແອລຍັງເປັນບ້ານເກີດ ຂອງພວກທ່ານອີກດ້ວຍ.

ຄາດ​ວ່າ ການ​ຮັກສາ​ຄວາມ​ປອດ​ໄພ​ຈະ​ຍັງ​ຄົງ​ຢູ່​ໃນ​ສະພາບ​ຮັດ​ແໜ້ນ​ຕໍ່ໄປ​ໃນ​ທົ່​ວປະ​ເທດ ​ເປັນ​ເວລາ​ຫຼາຍ​ສັບປະດາ ​ໃນ​ຂະນະ​ທີ່​ພວກ​ສືບສວນ​ສອບ​ສວນ​ສືບ​ຕໍ່​ຊອກ​ຫາ​ຜູ້​ສາວ​ຂອງ​ມື​ປືນ​ຄົນ​ນຶ່ງ​ໃນ​ບັນດາ​ມື​ປືນ 3 ຄົນ​ທີ່​ໄດ້​ຖືກ​ສັງຫານ​ໄປ​ໃນ​ວັນ​ສຸກ​ຜ່ານ​ມາ​ນີ້ ​ໃນ​ຂະນະ​ທີ່​ມີ​ການ​ສາຍວີ​ດີ​ໂອ​ກ່ຽວ​ກັບ​ເຫດການ​ຈັບ​ຜູ້​ຄົນ​ໄວ້​ເປັນ​ໂຕ​ປະກັນ 2 ບັ້ນ ​ໃຫ້​ຜູ້​ຊົມ​ໂທລະພາບ​ເຫັນ​ໃນ​ທົ່ວ​ໂລກ​ນັ້ນ. ​

Your browser doesn’t support HTML5

frenchterror11january15