ລັດຖະມົນຕີຕ່າງປະເທດຝຣັ່ງ ທ່ານ Laurent Fabius ໄດ້ປະ
ກາດ ທີ່ກອງປະຊຸມການເຈລະຈາວ່າດ້ວຍດິນຟ້າອາກາດ
ສະຫະປະຊາຊາດ ໃນນະຄອນປາຣີວ່າ ຂໍ້ຕົກລົງຂັ້ນສຸດທ້າຍ
ຈະບໍ່ສາມາດນຳອອກມາເຜີຍແຜ່ໂດຍກອງປະຊຸມໄດ້ຈົນເທົ່າ
ວັນເສົາ ແທນທີ່ຈະເປັນວັນສຸກມື້ນີ້ ດັ່ງທີ່ໄດ້ກຳນົດໄວ້.
ທ່ານ Fabius ໄດ້ປະກາດ ໃນຕອນເຊົ້າວັນສຸກມື້ນີ້ ຫລັງຈາກ
ໃນອັນທີ່ແຫລ່ງ ຂ່າວເວົ້າວ່່າ ເປັນຄໍ່າຄືນຂອງເຈລະຈາທີ່ຍາກ
ລຳບາກລະຫວ່າງບັນດາເຈົ້າໜ້າທີ່ຈາກ 195 ປະເທດ ທີ່ເຂົ້າ
ຮວມປະຊຸມ.
ບັນດາລົດຂົນສົ່ງ ຈອດຢູ່ນອກທາງຮາຍເວ ຢູ່ນອກເມືອງ Ahmedabad ປເທດ ອິນເດຍ India ວັນ. 2 ທັນວາ 2015.
ເຖິງແມ່ນໄດ້ມີລາຍງານກ່ຽວກັບການເຈລະຈາທີ່ຫຍຸ້ງຍາກລຳບາກກໍ ຕາມ ທ່ານ Fabius
ກ່າວວ່າ ບັນຍາກາດໄດ້ດຳເນີນໄປເປັນຢ່າງ “ດີ ທຸກສິ່ງຢ່າງເປັນໄປໃນທາງບວກ ທຸກສິ່ງຢ່າງກຳລັງດຳເນີນໄປໃນທິດທາງທີ່ຖືກຕ້ອງ” ເວລາທ່ານໄດ້ກ່າວຕໍ່ບັນດານັກຂ່າວໃນວັນ
ສຸກມື້ນີ້.
ການ ບໍ່ເຫັນດີທີ່ໃຫ່ຍທີ່ສຸດແມ່ນກ່ຽວກັບຄວາມຮັບຜິດຊອບໃນດ້ານການເງິນທີ່ວ່າ ບັນ
ດາປະເທດທີ່ທຸກຍາກຄວນໄດ້ຮັບ ໃນມາດຕະການເພື່ອຕັດການປ່ອຍມົນລະພິດ ແລະ
ມີສ່ວນໄດ້ສ່ວນເສຍແນວ ໃດກ່ຽວກັບເປົ້າໝາຍໄລຍະຍາວຂອງຂໍ້ຕົກລົງນີ້.
ລັດຖະມົນຕີ ຮ່າງປະເທດ ທ່ານ John Kerry (ຂວາ) ຍ່າງກັບ ທີ່ປຶກສາຂັ້ນສູງ ທຳນຽບຂາວ ທ່ານ Brian Deese (ຊ້າຍ) ແລະ ທູດພິເສດ ສະຫະລັດ ການປ່ຽນແປງດິນຟ້າອາກາດ ທ່ານ Todd Stern (ກາງ)
ໃນການເຄື່ອນ ໄຫວອື່ນໆນັ້ນ ປັກກິ່ງກ່າວວ່າ ປະທານປະເທດຈີນ ທ່ານ Xi Jinping ໄດ້ໂອ້ລົມທາງໂທລະສັບ ກັບປະທານາທິບໍດີສະຫະລັດ ທ່ານ Barack Obama ເພື່ອຫາ
ລືກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ. ທຳ ນຽບຂາວຍັງບໍ່ທັນໄດ້ກ່າວເຖິງ ການ
ໂອ້ລົມດັ່ງກ່າວ ແລະປັກກິ່ງກໍບໍ່ໄດ້ເວົ້າເຖິງອັນທີ່ພວກທ່ານລົມກັນ ໃນລະຫວ່າງການສົນທະນາທາງໂທລະສັບນັ້ນ.
Your browser doesn’t support HTML5
UN Clinate Conference