ແຜ່ນດິນໄຫວ ຂະໜາດແຮງ ທີ່ເກາະ ປາປົວ ນິວກີເນຍ ໄດ້ສັງຫານ ຢ່າງໜ້ອຍ 15 ຄົນ

Your browser doesn’t support HTML5

ກຳລັງມີການຊັ່ງຊາເບິ່ງຄວາມເສຍຫາຍ ທີ່ປະຊາຊົນຢູ່ໃນເຂດຫ່າງໄກສອກຫຼີກ ຂອງ
ປາປົວນິວກີເນຍ ໄດ້ຮັບຈາກແຜ່ນດິນໄຫວຂະໜາດແຮງ ທີ່ເກີດຂຶ້ນ ເມື່ອ​ 2 ມື້ກ່ອນ
ຊຶ່ງເຈົ້າໜ້າທີ່ຄົນນຶ່ງກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 15 ຄົນ.

ພວກຊາວບ້ານໃນທ້ອງຖິ່ນ ຊ່ອຍກັນຂຸດເອົາຊາກສົບອອກມາ ຫຼັງຈາກ ບ້ານຫຼັງນຶ່ງ ຈົມຢູ່ໃນດິນທີ່ເຈື່ອນລົງມາທັບ ຢູ່ໃນເມືອງເມັນດີ ຫຼັງຈາກເກີດແຜ່ນດິນໄຫວ ທີ່ໄດ້ກະທົບ ເກາະປາປົວນິວກີເນຍ ພື້ນທີ່ລະດັບສູງທາງພາກໃຕ້, ໃນພາບຖ່າຍໃນວັນທີ 27 ກຸມພາ 2018, ໄດ້ມາຈາກສື່ສັງຄົມ.

ແຕ່ແນວໃດກໍຕາມ ພວກເຈົ້າໜ້າທີ່ ມີຄວາມຢ້ານກົວວ່າ ຈຳນວນຜູ້ເສຍຊີວິດ ອາດຈະ
ເພີ້ມຂຶ້ນຕື່ມ.

ແຜ່ນດິນໄຫວ ຊຶ່ງເກີດຂຶ້ນໃນເຂດເມືອງປໍເກຣາ (Porgera) ທາງພາກຕາເວັນຕົກ
ສຽງໃຕ້ ຂອງປະເທດ ຍັງໄດ້ລົບກວນເສັ້ນຊີວິດທາງດ້ານເສດຖະກິດ ຂອງປະເທດ
ດັ່ງກ່າວ.

ພື້ນຖະໜົນທີ່ແຕກແຍກ ໂດຍແຜ່ນດິນໄຫວ ຂະໜາດຄວາມແຮງ 7.5 ສາມາດເຫັນໄດ້ ຢູ່ໃນເມືອງ ເຮລາ ຂອງປາປົວນິວກີເນຍ, ວັນທີ 26 ກຸມພາ 2018, ໃນພາບຖ່າຍທີ່ໄດ້ມາຈາກສື່ສັງຄົມ.

ທ່ານວາປູ ຊົງ (Wapu Sonk) ເຈົ້າໜ້າທີ່ຂອງລັດຖະບານປາປົວນິວກີເນຍ ກ່າວວ່າ
“ນີ້ແມ່ນແຫຼ່ງຊັບພະຍາກອນສຳຄັນ ທີ່ປາປົວນິວກີເນຍກາງຕໍ່ອາໄສ. ໂຄງການ
ບໍ່ແກັສທຳມະຊາດ ແລະບໍ່ແຮ່ໃຫຍ່ໆ 2 ແຫ່ງ ດັ່ງນັ້ນ ມັນຈະມີຜົນກະທົບຢ່າງໃຫຍ່.”

ຜູ້ປົກຄອງລັດກ່າວວ່າ ຫົນທາງຫຼາຍໆສາຍຍັງຖືກຕັດຂາດ ຍ້ອນດິນເຈື່ອນ ແລະການ
ສົ່ງເຄື່ອງຊ່ອຍເຫຼືອ ໄປຍັງເຂດດັ່ງກ່າວ ອາດຈຳເປັນຕ້ອງໄດ້ໃຊ້ການຂົນສົ່ງທາງອາກາດ.

ພວກຊາວບ້ານຢູ້ອ້ອມແອ້ມ ພາກັນລ້ອມບ້ານຫຼັງນຶ່ງ ທີ່ຈົມລົງໄປກັບດິນເຈື່ອນ ໃນເມືອງ ເມັນດີ ຫຼັງຈາກແຜ່ນດິນໄຫວຂະໜາດແຮງ ໄດ້ກະທົບຕໍ່ພື້ນທີ່ລະດັບສູງທາງພາກໃຕ້ຂອງເກາະ ປາປົວນິວກີເນຍ ຢູ່ໃນພາບຖ່າຍ ໃນວັນທີ 27 ກຸມພາ 2018, ເຊິ່ງໄດ້ມາຈາກສື່ສັງຄົມ.

ລັດຖະບານອອສເຕຣເລຍກ່າວວ່າ ຕົນຈະສະໜອງເຮືອບິນລຳນຶ່ງ ເພື່ອທຳການສຳຫຼວດ
ທາງອາກາດເບິ່ງຄວາມເສຍຫາຍ ແລະໃຫ້ການສະໜັບສະໜຸນໃນດ້ານພະລາທິການ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

People in a remote area of Papua New Guinea are assessing damage froma powerful earthquake two days ago that one official said killed at least 15 people.

Authorities fear the death toll could rise.

The quake, which hit about southwest of Porgera, has also disrupted the island's economic lifeline.

Wapu Sonk - Papua New Guinea Government Official said:

"This is the key resources that PNG depends on. The LNG project and the two big mines. So it will have a huge impact."

The governor said many roads remained cut off by landslides and that supplies would need to be airlifted.

Australia's government said it was providing a plane to conduct aerial surveillance and provide logistical support.