ກອງປະຊຸມສຸດຍອດລະຫວ່າງສອງເກົາຫຼີ ໃນສັບປະດາໜ້າ ທີ່ຈະມີຂຶ້ນ ໃນເຂດທີ່ບໍ່ມີຜູ້ຄົນອາໄສຢູ່ ທີ່ບ້ານປັນມຸນຈອມ, ໃນເຂດປອດອາວຸດ ແລະຮັດກຸມຢ່າງເຄັ່ງຄັດ ທີ່ໄດ້ແບ່ງແຍກປະເທດຄອມມຸຍນິດເກົາຫຼີເໜືອ ກັບປະເທດປະຊາທິປະໄຕ ເກົາຫຼີໃຕ້ ອອກຈາກກັນນັ້ນ. ສະຖານທີ່ສຳຄັນທາງປະຫວັດສາດນີ້ ບ່ອນທີ່ວັນສະຫງົບເສິກເກົາຫຼີເໜືອ ໄດ້ເຊັນກັນ ໃນປີ 1953 ນັ້ນ, ໄດ້ກາຍມາເປັນຈຸດສຳຄັນຂອງການຕິດຕໍ່ສົນທະນາຂ້າມຊາຍແດນ ແລະເປັນສະຖານທີ່ທ່ອງທ່ຽວອັນສຳຄັນນຳອີກ.
ການພົບປະກັນທີ່ບ້ານປັນມຸນຈອມ ທີ່ຕັ້ງຢູ່ ຊາຍແດນລະຫວ່າງເກົາຫຼີເໜືອ ກັບເກົາຫຼີໃຕ້
ແມ່ນໄດ້ສ້າງຂຶ້ນໃນປີ 1951 ເພື່ອເຈລະຈາ ສະຫງົບເສິກຂອງສົງຄາມເກົາຫຼີ. ການເຈລະ
ຈາແລະການສູ້ລົບກັນ ໄດ້ດຳເນີນສືບຕໍ່ມາອີກ 3 ປີ ກ່ອນທີ່ໄດ້ລົງນາມສະຫງົບເສິກ
ສົງຄາມໄດ້.
ທຸກມື້ນີ້ບ້ານປັນມຸນຈອມ ໄດ້ກາຍມາເປັນສັນຍາລັກຂອງການແບ່ງແຍກແຫຼມເກົາຫຼີ
ສືບຕໍ່ມາ. ມັນແມ່ນພຽງສະຖານທີ່ແຫ່ງດຽວ ທີ່ຍາວຢຽດ 250 ກິໂລແມັດທີ່ເປັນ
ເຂດປອດທະຫານ ຊາຍແດນ ບ່ອນທີ່ພວກທະຫານ ຈາກທັງສອງປະເທດ ເໜືອ ແລະໃຕ້
ທີ່ເຝົ້າຍາມຢ່າງເຄັ່ງຄັດທີ່ສຸດ.
ບໍ່ມີພົນລະເຮືອນອາໄສຢູ່ໃນຕູບສີຟ້າ ໃນເຂດຮ່ວມຮັກສາຄວາມປອດໄພນີ້ ທີ່ຄວບຄຸມ
ໂດຍທັງສອງເກົາຫຼີເໜືອ ແລະການບັງຄັບບັນຊາຂອງອົງການສະຫະປະຊາຊາດ ທີ່ໄດ້
ສ້າງຕັ້ງຂຶ້ນ ໃນປາງສົງຄາມເກົາຫຼີນັ້ນ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ
ຊາຍຜູ້ນຶ່ງເບິ່ງຕາມຊາຍແດນເກົາຫ5ີເໜືອ ຜ່ານທາງກະຈົກແຜນທີ່ ຊາຍແດນ ລະຫວ່າງເກົາຫຼີເໜືອ ແລະເກົາຫຼີໃຕ້ ໃນເຂດອິມຈິງກັກ (Imjingak Pavilion) ໃກ້ທກັບບ້ານປັນມຸນຈອມ ທີ່ໄດ້ແບ່ງແຍກສອງເກົາຫຼີ ນັບຕັ້ງແຕ່ສົງຄາມເກົາຫຼີ ໃນເມືອງປາຈຸ, ເກົສຫຼີໃຕ້, 6 ກໍລະກົດ 2017.