ສຫລ ກ່າວວ່າ ຈີນຊ່ວຍເຫລືອ ໂຄງການລູກສອນໄຟ ເກົາຫລີເໜືອ

ທ່ານ Leon Panetta ລັດຖະມົນຕີການຕ່າງປະເທດສະຫະລັດອາເມຣິກາ ກໍາລັງຖືກສອບຖາມ ໃນລະຫວ່າງ ການຮັບຟັງຄໍາໃຫ້ການຂອງ ລັດຖະສະພາສະຫະລັດ ທີ່ວ່າ ຈີນ ໄດ້ໃຫ້ການສະໜັບສະໜຸນເກົາຫລີເໜືອຫລືບໍ່.

ລັດຖະມົນ​ຕີກະ​ຊວງ​ປ້ອງກັນ​ປະ​ເທດສະຫະລັດທ່ານ Leon Panetta ກ່າວ​ວ່າ
ຈີນ​ໄດ້​ໃຫ້ “ການ​ຊ່ວຍ​ເຫລືອ​ບາງ​ຢ່າງ” ​ແ​ກ່​ເກົາຫລີ​ເໜືອ ຢູ່​ໃນໂຄງການລູກ​ສອນ​
ໄຟ​ຂີ​ປະ​ນາ​ວຸດ​ຂອງ​ຕົນ ​ເຖິງ​ແມ່ນ​ປັກ​ກິ່ງ​ໄດ້​ຢືນ ຢັດ​ວ່າ ຕົນ​ບໍ່​ໄດ້​ລະ​ເມີດ​ຕໍ່​ການ​
ລົງ​ໂທດຂອງ​ອົງການ​ປະຊາ​ຊາດ ທີ່​ໄດ້​ ​ຫ້າມ​ບໍ່​ໃຫ້​ດຳ​ເນີນ​ການ​ໃນ​ທຳນອງ​ນີ້.

ທ່ານ Panetta ​ໄດ້​ໃຫ້​ຄວາມ​ເຫັນ​ດັ່ງກ່າວ ​ໃນ​ວັນ​ພະຫັດວານ​ນີ້ ຫລັງ​ຈາກ​ທີ່​ທ່ານ​
ໄດ້​ຖືກ​ສອບຖາມ ​ໃນ​ລະຫວ່າງ​ການຮັບ​ຟັງ​ຄຳ​ໃຫ້ການ​ຂອງ ລັດຖະສະພາ​ສະຫະ
ລັດ ທີ່​ວ່າ ຈີນ ​ໄດ້​ໃຫ້ການ​ສະໜັບ​ສະໜຸນແກ່ໂຄງ ການລູກ​ສອນ​ໄຟ​ຂອງເກົາຫລີ​
ເໜືອຫຼືບໍ່ ​ໂດຍ​ຜ່ານ “ການ​ແລກປ່ຽນສີນ​ຄ້າ​ແລະດ້ານ​ເທັກ​ໂນ​ໂລ​ຈີ.”

ການ​ໃຫ້​ຄວາມ​ເຫັນ​ຂອງ​ທ່ານ Panetta ​ໄດ້ມີ​ຂື້ນ​ຫລັງ​ຈາກ ​ການ​ລາຍ​ງານຂອງ​
ວາລະສານລາຍ​ສັບປະດາ Jane’s Defence ຊຶ່ງອ້າງວ່າ​ຫວ່າງ​ມໍ່ໆ​ມານີ້ ໄດ້​ສັງ​
ເກ​ດ​ເຫັນ​ລົດ​ຄັນ​ນຶ່ງບັນທຸກຈະ​ຫຼວດໃນ​ລະຫວ່າງ ​ການ​ເດີນ​ສວນສະໜາມຂອງ
ທະຫານ​ເກົາຫລີ​ເໜືອ ຊຶ່ງເບິ່ງ​ຄ້າຍຄື​ກັນ​ກັບ​ບັນດາ​ລົດ​ທີ່​ອອກ​ແບບ​ແລະສ້າງ​
ຢູ່​ໃນ​ຈີນ.

ບັນດານັກວິ​ເຄາະກ່າວ​ຕໍ່​ວາລະສານ​ສະບັບ​ນີ້ວ່າ ​ເຫດການ​ດັ່ງກ່າວ​ອາດ​ຈະ​ໝາຍ​
ຄວາມ​ວ່າ ຈີນໄດ້ລະ​ເມີດມະຕິ ມາດຕາ 1874 ຂອງສະພາຄວາມໝັ້ນ​ຄົງ​ອົງການ
ສະຫະ​ປະຊາ​ຊາດ ທີ່​ຫ້າມ​ບໍ່​ໃຫ້ສົ່ງອາ​ວຸດ ​ເງິນ ການ​ຝຶກ​ແອບ ​ແລະ​ການ​ຊ່ວຍ​ເຫຼືອ
ອື່ນໆໃຫ້​ແກ່​ພຽງ​ຢາງ.

ໂຄສົກກະຊວງການ​ຕ່າງປະ​ເທດ​ຈີນ ທ່ານ Liu Weimin ປະຕິ​ເສດ ໃນ​ວັນ​ພະຫັດ
ວານ​ນີ້ວ່າ ປັກ​ກິ່ງບໍ່​ໄດ້​ເຮັດ​ຫຍັງ​ຜິດ​ ທີ່​ພົວພັນ​ກັບ​ລົດດັ່ງ​ກ່າວ.

ໃນ​ຂະນະ​ດຽວ​ກັນ ​ໂຄສົກ​ກະຊວງການ​ຕ່າງປະ​ເທດສະຫະລັດ ທ່ານ Mark Toner
ກ່າວໃນ​ວັນ​ພະຫັດວານ​ນີ້ວ່າ ວໍ​ຊິງ​ຕັນບໍ່​ໄດ້ຮູ້​ວ່າ​ມີຫຼັກ ຖານ​ໃດໆ​ທີ່​ສະ​ແດງ​ໃຫ້​ເຫັນ​
ວ່າ ຈີນ​ໄດ້​ຝ່າຝືນການ​ຫ້າມ​ຂາຍ​ອາວຸດ​ຂອງອົງການ​ສະຫະ​ປະຊາ​ຊາດ.