ເອກກະສານ ປານາມາ ຕຳຜາກັ້ນ ການບຸກລຸກ ຂອງຈີນ

ໂຄສົກກະຊວງຕ່າງປະເທດຈີນ ທ່ານ Hong Lei ພວມຖະແຫຼງຂ່າວ ຢູ່ກະຊວງຕ່າງປະເທດ ທີ່ນະຄອນຫຼວງປັກກິ່ງ. (5 ເມສາ 2015)

ຈີນ​ໄດ້​ດຳ​ເນີນ​ການ​ຢ່າງ​ວ່ອງ​ໄວເພື່ອ​ປິດງຽບ​ບໍ່​ໃຫ້​ມີ​ການ​ຫາລື​ໃດໆກ່ຽວ​ກັບ​ເອກ​ກະສາ​ນ ​ປາ​ນາມາແລະ​ຂໍ້ມູນ ​ກ່ຽວ​ກັບ​ການ​ໃຊ້​ບ່ອນ​ຫລົບ​ລີ້ບໍ່​ເສຍ​ພາສີ​ໂດຍຢ່າງ​ໜ້ອຍແປດຄອບ
ຄົວ ຂອງ​ພວກ​ຜູ້ນຳ​ຂັ້ນສູງ ​ທັງ​ໃນ​ປັດຈຸບັນ​ແລະ​ອະ ດີດ ຮວມທັງ​ນ້ອງ​ເຂີຍ​ຂອງ​ປະທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນຜິ​ງ ນຳ​ດ້ວຍ.

ການ​ສ້າງ​ຄວາມ​ລ້ຳ​ລວຍ​ຢ່າງ​ມະຫາສານ ຂອງ​ບັນດາ​ຄອບຄົວ​ສະມາຊິກ​ພັກ​ຄອມ​ມູນິສ ຈີນ​ທີ່​ປົກຄອງ​ປະ​ເທດ​ຢູ່​ໃນ​ເວລາ​ນີ້ ​ແມ່ນ​ຄວາມ​ວິຕົກ​ກັງວົນ​ອັນ​ໃຫຍ່​ຫລວງ​ທີ່​ມີ​ມາ​ເປັນ ເວລາ​ດົນ​ນານ​ແລ້ວ​ໃນ​ຈີນແຕ່​ຍັງ​ເປັນ​ຫົວ​ຂໍ້​ບ່ອນ​ທີ່​ການ​ສົນທະນາ​ຫາລື​ໄດ້​ມີ​ການ​ຄວບ ຄຸມ​ຢ່າງ​ເຂັ້ມງວດ​ມາໄດ້​ດົນ​ນານເຊັ່ນ​ກັນ.

​ໃນ​ວັນ​ອັງຄານ​ວານ​ນີ້ ການຄົ້ນຫາ​ຂໍ້​ມູນ​ຢູ່​ຕາມ​ເວັບ​ໄຊ​ຕ່າງໆ​ເປັນ​ພາສາ​ຈີນໄດ້​ນຳ​ໄປ​ສູ່ ລິ້ງຂອງ​ເລື້ອງລາວ​ຕ່າງໆ​ກ່ຽວ​ກັບ​ເອກກະສາ​ນ​ເປັນ​ຈຳນວນ​ຫຼວງຫຼາຍ​ແຕ່ນອກ​ເໜືອ​ໄປ​ຈາກເລື້ອງຂອງ​ດາລາກິລາ​ແລ້ວ ສ່ວນ​ໃຫຍ່​ແມ່ນ​ໄດ້​ຖືກ​ສະກັດກັ້ນ​ໄວ້.

​ໃນ​ດ້ານ​ສື່​ສັງຄົມ​ນັ້ນ ການ​ຫາລື​ແມ່ນ​ໄດ້​ມີ​ການກວດ​ຂັນ​ຢ່າງ​ເຂັ້ມງວດ ​ແລະ​ ອີງ​ຕາມ​ເວັບ​ໄຊ Freeweibo.com ​ແລ້ວ ຄຳ​ວ່າ ປາ​ນາມາ​ໃນ​ພາສາ​ອັງກິດ​ແລະຄຳ​ວ່າປາ​ນາມາແລະ​ ເອກ​ກະສາ​ນປາ​ນາມາ​ໃນ​ພາສາ​ຈີນ ແມ່ນ​ຮວມຢູ່​ໃນ​ຈຳນວນ 10 ຄຳດັບ​ທຳອິດ ​ທີ່ໄດ້ຖືກ ສະກັດ​ກັ້ນ​ໃນ​ວັນ​ອັງຄານ​ວານ​ນີ້.

ມີ​ຜູ້​ຂຽນ​ຄົນ​ນຶ່ງໄດ້​ພິມ​ຂໍ້ຄວາມ​ແຕ່​ໄດ້​ຖືກ​ລຶບ​ໄປ​ແລ້ວ​ທີ່​ກ່າວ​ວ່າ ບ່ອນ​ຫລົບ​ລີ້ບໍ່​ເສຍ​ພາສີ ແມ່ນ​ເປັນ​ເລື້ອງທີ່​ຂ້ອນ​ຂ້າງ​ທຳ​ມະ​ດາ ​ແລະມີ​ເຫດ​ຜົນ​ສຳລັບ​ຜູ້​ເຮັດ​ທຸລະ​ກິດ ​ແຕ່​ເງິນ​ທັງ ໝົດ​ທີ່​ບໍ່​ເສຍ​ພາສີ​ດັງ​ກ່າວ​ມາ​ຈາກ​ໃສ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ຮັບ.

ການ​ປິດງຽບ​ແລະ​ຄວບ​ຄຸມທີ່​ວ່າ​ນີ້​ໄດ້​ພາ​ໃຫ້​ມີ​ບາງ​ຄົນ​ຍັງ​ສັບສົນ​ຢູ່. ສຳລັບ​ຄົນອື່ນໆ​ແລ້ວ ມີ​ແຕ່​ພາ​ໃຫ້​ເກີດ​ຄວາມ​ສົງ​ໄສ​ຫລາຍ​ຂຶ້ນ​ເທົ່າ​ນັ້ນ.

Your browser doesn’t support HTML5

Panama Papers