ອະດີດຜູ້ນໍາຜະເດັດການ ແລະຄ້າຢາເສບຕິດ ຂອງປານາມາ ກັບຄືນປະເທດ

  • ທອງປານ ເທບວົງສາ

Vulkan Etna na Siciliji koji je sa Međunarodne svemisrke stanice snimio kanadski astronaut Chris Hadfield. (NASA)

ທ່ານ Manuel Noriega ອະດີດ​ຜູ້​ນໍາ​ຜະ​ເດັດ​ການ​ທະຫານ​ທີ່​ຄ້າ​ຢາ​ເສບຕິດ​ຂອງ​ປາ​ນາ
ມາ​ໃນ​ຊຸມ​ປີ 1980 ​ກັບ​ຕ່າວ​ຄື​ນບ້ານ​ໃນ​ວັນ​ອາທິດ​ມື້​ນີ້.

ທ່ານ ນໍຣິ​ເອກາ ​ໄດ້​ຖືກ​ຈໍາ​ຄຸກ​ເປັນ​ເວລາ​ຫລາຍ​ກວ່າ 20 ປີ ຢູ່​ໃນ​ສະຫະລັດ ​ແລະ​ຝຣັ່ງ
ຫລັງ​ຈາກ​ຖືກ​ຕັດສິນ​ວ່າ​ ມີ​ຄວາມ​ຜິດ​ຂໍ້​ຫາ​ລັກລອບ​ຄ້າ​ຢາເສບ​ຕິດ ​ແລະ​ຂໍ້​ຫາ​ຟອກ​ເງິນ.
ທ່ານ ນໍຣິ​ເອກາ ກໍາລັງ​ອອກ​ຈາກ​ປະ​ເທດ ຝຣັ່ງພາຍ​ໃຕ້​ການ​ຄວບ​ຄຸມ​ຕົວ​ຂອງເຈົ້າໜ້າທີ່​
ປາ​ນາມາ.

ທ່ານ​ນໍຣິກາປະເຊີນກັບໂທດຈຳຄຸກ 20 ກວ່າປີໃນຄວາມຜິດສາມ​ກະທົງ​ຢູ່​ປາ​ນາມາ​ຍ້ອນ ຄວາມຜິດທີ່ໄດ້ກໍ່ຂຶ້ນໃນລະຫວ່າງການປົກຄອງແບບຜະເດັດການຂອງທ່ານ ໂຮມທັງ
ການ​ຄາດ​ຕະກໍາ​ພວກ​ຕຳໜິຕິຕຽນທ່ານນຳດ້ວຍ.

ອະດີດ​ຜູ້​ນໍາ​ອາຍຸ 77 ທ່ານນີ້ມີ​ສິດຖືກກັກ​ບໍລິ​ເວນໃຫ້ຢູ່ແຕ່ໃນ​ບ້ານ​ເຮືອນ ແທນ​ທີ່​ຈະ​ຢູ່​ໃນ
ຄຸກຍ້ອນອາຍຸ​ຊະລາ​ຂອງ​ຜູ້ກ່ຽວ ຊຶ່ງລັດຖະບານ​ປາ​ນາມາ​ຈະ​ເປັນ​ຜູ້​ຕັດສິນ​ໃຈ​ໃນ​ເລຶ່ອງນີ້.

ແນວ​ໃດ​ກໍ​ດີ ພວກ​ປະ​ທ້ວງ​ພາກັນ​ໂຮມ​ຊຸມນຸມກັນ​ລ່ວງ​ໜ້າການ​ກັບ​ຕ່າວ​ຄືນບ້ານ​ຂອງ​ທ່ານ
ເພື່ອ​ຮຽກຮ້ອ​ງ​ໃຫ້​ລັດຖະບານ​ຈໍາ​ຄຸກຜູ້ກ່ຽວ​ຕໍ່ໄປ.