ສານ ພານາມາ ສັ່ງໃຫ້ປ່ອຍ ກັບຕັນ ແລະລູກເຮືອ 2 ຄົນ ຂອງ ເກົາຫຼີເໜືອ

ພວກລູກເຮືອ ເກົາຫລີເໜືອ ອອກມາຢືນຢູ່ລະບຽງເຮືອ

ສານ​ພາ​ນາມາແຫ່ງນຶ່ງ​ ໄດ້​ຕັດສິນໃຫ້ກັບ​ຕັນແລະ​ລູກ​ເຮືອ​ສອງ​
ຄົນຂອງ​ເກົາຫລີ ​ເໜືອ ບໍ່ມີຄວາມຜິດ ​ໃນ​ຂໍ້ຫາ​ຂົນ​ສົ່ງ​ອາວຸດ
​ເຖື່ອນ. ​ເຮືອ​ດັ່ງກ່າວ ໄດ້​ບັນ​ທຸກ​ອາ ວຸດ​ຂອງຄິວ​ບາ ທີ່​ບໍ່​ໄດ້ແຈ້ງ
ໃຫ້​ຊາບໃນ​ຂະນະແລ່ນຜ່ານ​ຄອງພາ​ນາມາ ​ໃນ​ປີ​ກາຍ​ນີ້.

ສານ​ໄດ້​ສັ່ງ​ໃຫ້​ປ່ອຍ​ໂຕ ​ເຈົ້າ​ໜ້າ​ທີ່​ທັງສາມ ຂອງ​ເຮືອ Chong
Chon Gang ​ໃນ​ວັນ​ສຸກ​ວານ​ນີ້.

​ສ່ວນພວກລູກ​ເຮືອ ຂອງເກົາຫລີ​ເໜືອອີກ 32 ຄົນ​ໄດ້​ຮັບອະນຸ
ຍາດໃຫ້​ນຳເອົາ ເຮືອດັ່ງກ່າວກັບ​ຄືນ​ໄປເກົາຫລີ​ເໜືອ​ ໃນ​ເດືອນ​
ກຸມພາຜ່ານມາ ຫລັງ​ຈາກ​ເຈົ້າ​ຂອງ​ເຮືອ ​ໄດ້​ຈ່າຍ​ຄາ​ປັບ​ໃໝ
$666,000 ​ໂດ​ລາ. ເກົາຫລີ​ເໜືອກ່າວ​ວ່າ ການ​ຂົນ​ສົ່ງ​ອາວຸດ​ເຫຼົ່ານີ້ ເປັນສ່ວນນຶ່ງຂອງການ
ຕົກລົງທີ່​ຖືກຕ້ອງຕາມກົດໝາຍ.

ກັບ​ຕັນ​ ​ແລະ​ລູກ​ເຮືອ​ໄດ້​ຖືກ​ຄຸມຂັງໃນ​ເດືອນ​ກໍລະກົດ ປີ 2013 ​ເວລາ​ເຮືອ​ລຳ ດັ່ງກ່າວ ໄດ້​ຖືກ
​ຈັບ​ ໃນ​ຖານ​ລັກລອບອາວຸດ​ ໃນ​ສະ​ໄໝ​ສະຫະພາບໂຊ​ຫວຽດ ຈາກ​ຄິວ​ບາ ຮວມທັງ​ລູກ​ສອນ
​ໄຟ​ຍິງ​ຈາກ​ໜ້າດິນ​ສູ່​ອາກາດ ​ແລະ​ເຄື່ອງອາ​ໄຫລ່​ເຮືອບິນ​ລົບ ຊຶ່ງເປັນການລະເມີດ​ໂດຍ​ກົງຕໍ່
​ມະຕິກຂອງສະຫະ​ປະຊາ​ຊາດ. ​ເຄື່ອງ ຂອງເຫຼົ່ານີ້​ໄດ້​ຖືກ​ຊຸກ​ເຊື່ອງ​ໄວ້ ​ຢູ່​ກ້ອງ​ຖົງ​ນຳ້ຕານ​
ຫລາຍ​ພັນ​ໂຕນ.

​ໃນ​ເດືອນ​ມີນາຜ່ານມາ ຄະນະ​ກຳມະການສະຫະ​ປະຊາ​ຊາດ ກ່າວ​ວ່າ ​ເກົາຫລີ​ເໜືອ ​ໄດ້​ໃຊ້
​ວິທີການທີ່ສະ​ລັບ​ຊັບຊ້ອນ ​ເພື່ອ​ຫລີກ​ລ່ຽງການ​ລົງ​ໂທດຂອງນາໆ ຊາດທີ່ກຳນົດໂດຍ​ສະພາ​
ຄວາ​ມໝັ້ນຄົງນັ້ນ.

ລາຍ​ງານ​ກ່າວ​ວ່າ ສະຖານທູດຂອງພຽງ​ຢາງ​ ໃນຄິວ​ບາ ​ແລະ​ສິງ​ກະໂປ ​ມີການ​ສົງ​ໄສ​ວ່າ
ເປັນຜູ້ຈັດແຈງແລະອຳນວຍຄວາມສະດວກກ່ຽວກັບ​ການ​ຄ້າ​ອາວຸດ ດັ່ງກ່າວນີ້.

ມະຕິຂອງສະພາ​ຄວາມ​ໝັ້ນຄົງຕໍ່​ເກົາຫລີ​ເໜືອ ແມ່ນໄດ້ຫ້າມການນຳເຂົ້າ ​ແລະ​ສົ່ງອອກ​
ອາວຸດຫຼາຍຢ່າງໄປຍັງ​ເກົາຫລີ​ເໜືອ ​ເຊັ່ນ​ວ່າ ​ເຮືອບິນ​ລົບ ​ແລະ​ລະບົບ​ລູກ​ສອນ​ໄຟເປັນຕົ້ນ.