ບັນດາເຈົ້າໜ້າທີ່ປາແລສໄຕນ໌ ກ່າວວ່າ ການໂຈມຕີຂອງອິສຣາ
ແອລໃນເຊົ້າວັນຈັນມື້ນີ້ ໄດ້ສັງຫານປະຊາຊົນ 5 ຄົນໃນເຂດກາ
ຊາ ໃນຂະນະທີ່ການສູ້ລົບກັນລະຫວ່າງສອງຝ່າຍດຳເນີນສືບຕໍ່
ໄປ ເປັນມື້ທີ 49.
ກອງທັບອິສຣາແອລ ກ່າວວ່າ ຕົນໄດ້ທຳການໂຈມຕີທາງອາກາດ
16 ຄັ້ງໃນວັນຈັນມື້ນີ້ ຊຶ່ງເປົ້າໝາຍແມ່ນຮວມທັງໂບດສອງແຫ່ງ
ໃນເຂດກາຊາ.
ການໂຈມຕີທາງອາກາດຄັ້ງຫລ້າສຸດນີ້ ມີຂຶ້ນນຶ່ງມື້ ຫລັງຈາກ
ນາຍົກລັດຖະມົນຕີ Benjamin Netanyahu ໄດ້ບອກຊາວ
ອິສຣາແອລໃຫ້ກະກຽມເພື່ອສົງຄາມທີ່ຈະດຳເນີນໄປຈົນຮອດເດືອນກັນຍາ ແລະເຕືອນປະຊາຊົນໃນເຂດກາຊາໃຫ້ພາກັນໜີອອກຈາກສະຖານທີ່ຕ່າງໆ ອັນເປັນບ່ອນທີ່ພວກ
ກຸ່ມຫົວຮຸນແຮງຮາມັສ ປະຕິບັດງານຢູ່ນັ້ນ. ທ່ານ Netanyahu ກ່າວວ່າ ບ່ອນໃດກໍຕາມ
ທີ່ພວກຮາມັສນຳໃຊ້ນັ້ນ ຈະຕົກເປັນເປົ້າໝາຍຂອງກຳລັງຂອງອິສຣາແອລ.
Your browser doesn’t support HTML5
israelpalestinians25august14
ອິສຣາແອລໄດ້ແນເປົ້າໝາຍ ໃສ່ຄະນະນຳພາຂອງກຸ່ມຮາມັສອີກ ໃນວັນອາທິດວານນີ້
ໂດຍໄດ້ສັງຫານເຈົ້າໜ້າທີ່ການເງິນທີ່ສຳຄັນຄົນນຶ່ງ ທີ່ອິສຣາແອລກ່າວວ່າ ເປັນຜູ້ຮັບ
ຜິດຊອບໃນ “ການໂອນເງິນ ໃຫ້ພວກກໍ່ການຮ້າຍນັ້ນ.”
ກອງທັບອິສຣາແອລ ກ່າວວ່າ ການໂຈມຕີທາງອາກາດບັ້ນນຶ່ງໃສ່ລົດຄັນນຶ່ງ ໄດ້ສັງຫານ
ນາຍ Mohammed al-Ghoul ທີ່ເມືອງກາຊາ ພຽງບໍ່ເທົ່າໃດມື້ ຫຼັງຈາກການໂຈມຕີ
ບັ້ນນຶ່ງ ໄດ້ສັງຫານຜູ້ບັນຊາການ 3 ຄົນຂອງກຸ່ມຮາມັສ.
ອິສຣາແອລ ບັນລະຍາຍນາຍ Ghoul ວ່າ “ຜູ້ມີບົດບາດທີ່ສຳຄັນ ຄົນນຶ່ງຂອງກຸ່ມຮາ
ມັສ” ທີ່ໄດ້ຊ່ອຍໂອນເງິນໄປສ້າງໂຄງລ່າງພື້ນຖານຂອງກຸ່ມກໍ່ການຮ້າຍໃນເຂດກາຊາ
ຮວມທັງພວກອຸໂມງຕ່າງໆ ທີ່ໃຊ້ໂດຍພວກຫົວຮຸນແຮງຮາມັສ ເພື່ອລັກລອບເຂົ້າໄປທຳ
ການໂຈມຕີໃນອິສຣາແອລ. ພວກທີ່ເຫັນເຫດການ ກ່າວວ່າ ມີການພົບເຫັນເງິນດອລ
ລ່າສະຫະລັດ ຢູ່ໃນລົດຂອງຜູ້ກ່ຽວ ທີ່ຖືກທຳລາຍນັ້ນ.
ວິກິດການ ໃນເຂດ Gaza - ວັນອາທິດ ທີ 24 ສິງຫາ