ຊາວປະແລັສຕາຍນ໌ ແລະອາຣັບ ໃນອິສຣາແອລ ລະນຶກເຖິງ ວັນ Nakba (ສະໄລດ໌)

ຊາວປາແລັສຕາຍນ໌ ພາກັນຖືຮູບຂອງພວກນັກໂທດ ແລະທຸງຊາດ ຂອງປາແລສຕາຍນ໌ ໃນຂະນະທີ່ເຂົາເຈົ້າພາກັນ ສະຫລອງການສີ້ນສຸດຂອງການອົດອາຫານ ຂອງພວກນັກໂທດທີ່ຢູ່ໃນຄຸກຂອງ ອິສຣາແອລ ທີ່ West Bank ເມຶອງ Ramallah, ວັນທີ 14, ພຶດສະພາ 2012.

ຊາວ​ປາ​ແລັ​ສຕາ​ຍນ໌ ​ແລະ​ຊາວ​ອາຣັບອິສຣາແອ​ລ ພາກັນ​ລະນຶກ​ເຖິງ ວັນ
“Nakba” ຊຶ່ງ​ເປັນ​ຂີດ​ໝາຍ​ໃນ​ການ​ອົບ​ພະຍົບຫຼົບ​ໄພ​ຂອງ​ຊາວ​ປາ​ແລັສຕາ​ຍນ໌
ຫລາຍ​ຮ້ອຍ​ພັນ​ຄົນຫລັງ​ຈາກປະ​ເທດອິສຣາ​ແອ​ລ​ໄດ້​ຖືກ​ສະຖາປະນາ​ຂື້ນ​ໃນ
​ປີ 1942.

ຊາວ​ປາ​ແລ​ສຕາຍນ໌ ພາກັນລະນຶກ​ເຖິງ ວັນ “Nakba’ ຊຶ່ງ​ມີ​ຄວາມ ໝາຍວ່າ
“ຄວາມ​ພິນາດ” ​ໂດຍ​ມີ​ການ​ປະ​ທ້ວງ​ໃນທຸກໆ​ປີ​ໃນ​ວັນ​ທີ່ 15 ​ເດືອນ​ພຶດສະພາ
ນຶ່ງ​ມື້​ຫລັງ​ຈາກວັນ​ຄົບຮອບ ​ໃນ​ການ​ສ້າງ​ຕັ້ງອິສຣາ​ແອ​ລ. ອິສຣາ​ແອ​ລ​ໃຊ້ປະ​ຕິ​
ທິນຂອງສາ​ສະ​ໜາ ຮີບຣູ ​ເພາະ​ສະ​ນັ້ນ ສະຫລອງ​ວັນຄົບຮອບ 64 ປີ​ຈຶ່ງ​ຕົກ​ໃສ່​
ວັນ​ທີ 26 ເດືອນ​ເມສາ ​ໃນປີ​ນີ້.

​ມີ​ການ​ກະ​ປະມານ​ກັນ​ວ່າ ຊາວ​ປະ​ແລັສຕາ​ຍນ໌ ຫລາຍ​ກວ່າ 700.000 ຄົນໄ​ດ້
ພາກັນຫລົບໜີ ຫລື​ຖືກ​ຂັບ​ໄລ່​ໃຫ້​ໜີ​ຈາກ​ເຮືອນ​ຊານ​ຂອງ​ເຂົາ​ເຈົ້າ ​ໃນ​ລະຍະ​ທີ່
​ເກີດ​ສົງຄາມ ຫຼັງຈາກ​ໄດ້​ມີ​ການ​ປະ​ກາດເປັນປະ​ເທດ​ຂອງອິສຣາ​ແອ​ລ ​ໃນ​ປີ 1948.

ວັນ​ຄົບຮອບ​ດັ່ງກ່າວນີ້​ໄດ້​ມີ​ຂຶ້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງຫລັງ​ບໍ່​ເທົ່າ​ຈາກນັກ​ພວກໂທດ
ຊາວ​ປາແລັສ​ຕາ​ຍນ໌ຫລາ​ຍຮ້ອຍ​ຄົນທີ່ຢູ່​ໃນ​ຄຸກອິສຣາ​ແອ​ລ ​ພາກັນ​ຕົກ​ລົງກາ​ນຢຸດ
ອົດ​ອາຫານປະ​ທ້ວງມາ​ເປັນ​ເວລາ​ຫລາຍ​ອາທິດ ​ເພື່ອ​ເປັນ​ການ​ແລກປ່ຽນ​ກັບຄໍາ
ໝັ້ນ​ສັນຍາໃນ​ການ​ປັບປຸງສະພາບ​ການ​ເປັນ​ຢູ່​ໃຫ້ດີ​ຂື້ນ.