ທາງການທະຫານຂອງອິສຣາແອລ ໄດ້ທຳການໂຈມຕີທາງອາກາດຂ້າມຄືນ
ໃສ່ເຂດກາຊາ ເພື່ອຕອບໂຕ້ ໃນອັນທີ່ໄດ້ກ່າວວ່າ ມີລູກຈະຫຼວດຈຳນວນຫຼາຍ
ຮ້ອຍລູກໂຈມຕີໂດຍພວກຫົວຮຸນແຮງໃສ່ອິສຣາແອລ.
ກອງກຳລັງປ້ອງກັນປະເທດຂອງອິສຣາແອລ ໄດ້ກ່າວໃນວັນອັງຄານມື້ນີ້ວ່າຝູງບິນ
ອາຍພົ່ນລົບຂອງຕົນ “ໄດ້ຍິງໂຈມຕີກຸ່ມຮາມາສ ແລະກຸ່ມປາແລັສໄຕນ໌ ອິສລາມ
ຈີຮາດ ທີ່ກໍ່ການຮ້າຍ ທີ່ແນເປົ້າໝາຍໃສ່ທົ່ວຂົງເຂດກາຊາ” ແລະ“ກຸ່ມຮາມາສ
ຈະຕ້ອງໄດ້ຮັບຜົນຕອບຮັບຂອງບົດບາດຂອງຕົນ.”
ໜ່ວຍງານການແພດຂອງອິສຣາແອລ ໄດ້ລາຍງານວ່າ ມີຜູ້ນຶ່ງຖືກຂ້າຕາຍ
ໃນຂະນະທີ່ ມີການໂຈມຕີດ້ວຍລູກຈະຫຼວດ ທີ່ໄດ້ເລີ້ມຂຶ້ນໃນບ່າຍວັນຈັນວານນີ້.
ການທະຫານໄດ້ຮວມເອົາຈຳນວນທັງໝົດຂອງລູກຈະຫຼວດ ທີ່ໂຈມຕີຈາກເຂດ
ກາຊາ ວ່າມີ 370 ລູກ ດ້ວຍການຖືກສະກັດກັ້ນ100 ລູກ ໂດຍລະບົບປ້ອງກັນຕ້ານຢັນ
ດ້ວຍລູກສອນໄຟ ຂອງ Iron Dome.
ສ່ວນເຂດຊາຍແດນທາງປາແລັສໄຕນ໌ ພວກເຈົ້າໜ້າທີ່ໄດ້ກ່າວວ່າ ການໂຈມຕີທາງ
ອາກາດ ອິສຣາແອລ ໄດ້ສັງຫານ 3 ຄົນ, ທີ່ຮວມມີທຫານ 2 ຄົນ ແລະເຮັດໃຫ້ບາດເຈັບ
9 ຄົນ.
ເຮືອບິນລົບອິສຣາແອລ ຍັງໄດ້ທຳລາຍ ສະຖານີໂທລະພາບ ແອລ ອັກຊາ ຂອງກຸ່ມ
ຮາມາສ (Al-Aqsa). ພວກພະນັກງານຂອງຫ້ອງການໄດ້ພາກັນອົບພະຍົບລົບໜີ
ກ່ອນທີ່ການໂຈມຕີຈະເລີ່ມຂຶ້ນ ທີ່ຕິດຕາມມາດ້ວຍການເຕືອນຈາກທາງທະຫານຂອງ
ອິສຣາແອລ.
ສະຫະລັດ ປະນາມກຸ່ມຮາມາສ ທີ່ໄດ້ສ້າງຄວາມຮຸນແຮງນີ້ ຊຶ່ງທ່ານເຈສັນກຣີນແບລັຕ
(Jason Greenblatt) ທູດພິເສດສະຫະລັດ ໄດ້ຂຽນລົງໃນທວິດເຕີຣ໌ວ່າ “ພວກເຮົາ
ຢືນຢູ່ຄຽງຂ້າງກັບອິສຣາແອລ ໃນຖານະທີ່ທຳການປ້ອງກັນຕົວເອງ ຕໍ່ການໂຈມຕີ.
ຄວາມຮຸນແຮງທີ່ວ່ານີ້ກີດຂວາງການຊ່ອຍເຫຼືອແທ້ໆໃດໆ ເພື່ອປະຊາຊົນເຂດກາຊາ.”
ທູດພິເສດປະຈຳອົງການສະຫະປະຊາຊາດ ໃນພາກຕາເວັນອອກກາງ ທ່ານນິກໂຄ
ໄລນ໌ ມລາເດີນອຟ ໄດ້ເອີ້ນການເພີ້ມທະວີຄວາມຮຸນແຮງນີ້ວ່າ “ເປັນອັນຕະລາຍຮ້າຍ
ແຮງຫຼາຍ” ແລະໄດ້ກ່າວເພີ້ມ ໃນການຂຽນລົງທວິດເຕີຣ໌ ວ່າ “ການຢັບຢັ້ງ ຕ້ອງແມ່ນ
ໄດ້ສະແດງອອກຈາກທຸກຝ່າຍ ທັງໝົດ.”
ອ່ານຂ່າວນີ້ເພີ້ມຕື່ມເປັນພາສາອັງກິດ
ໄຟແມບ ທີ່ຍິງມາຈາກກອງກຳລັງອິສຣາແອວ ທີ່ໄດ້ເຮັດໃຫ້ກາງຄືນແຈ້ງສະຫວ່າງ ໃນທ້ອງຟ້າເຂດກາຊາ 12 ພະຈິກ 2018, ໃນຂະນະທີ່ກອງກຳລັງທະຫານ ໄດ້ເລີ້ມທຳການໂຈມຕີທາງອາກາດ “ແນເປົ້າໝາຍ ກຸ່ມກໍ່ການຮ້າຍ” ໃນທົ່ວເຂດກາຊາ.