ປາກິສຖານ ຮຽກຮ້ອງໃຫ້ ສຫລ ຢຸດເຊົາ ການໂຈມຕີ ໂດຍ ເຮືອບິນ ບໍ່ມີຄົນຂັບ (ວີດີໂອ)

ປ. ໂອບາມາ ພົບປະກັບ ນ.ຍ. Sharif ແຫ່ງປາກິສຖານ ທີ່ທຳນຽບຂາວ ວັນທີ 23 ຕຸລາ, 2013.

ທ່ານ Nawaz Sharif ນາຍົກລັດຖະມຸນຕີປາກິສຖານ​ຮຽກ​
ຮ້ອງ​ໃຫ້​ທ່ານ​ບາຣັກ ​ໂອ​ບາ​ມາປະທານາທິບໍດີ​ສະຫະລັດ​ຢຸດ
​ການໂຈມ​ຕີ​ດ້ວຍ​ເຮືອບິນ​ທີ່​ບໍ່​ມີ​ຄົນ​ຂັບໃສ່ປະ​ເທດ​ຂອງ​ທ່ານ
ອັນ​ເປັນ​ການ​ໂຈມ​ຕີ​ ທີ່ໄດ້​ຮັບ​ການ​ຄັດຄ້ານຢ່າງ​ກວ້າງຂວາງ
ໃນ​ປາ​ກິ​ສຖານ.

ພາຍຫຼັງ​ການ​ໂອ້​ລົມ​ສົນທະນາ​ກັນ​ໃນ​ວັນ​ພຸດ​ວານ​ນີ້​ ທີ່​ທຳນຽບຂາວ ທ່ານ Sharif ກ່າວ​ວ່າ ທ່ານ​ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ຍຸດຕິ​ການ​ໂຈມ​ຕີ​ດັ່ງກ່າວ ​ແຕ່​ທ່ານ​ໂອ​ບາ​ມາ ບໍ່​ໄດ້ກ່າວ​ເຖິງ​ເລື້ອງ​ເຮືອບິນ​ບໍ່​ມີ​ຄົນ​ຂັບ​ໃນ​ການຖະ​ແຫຼງຂອງ​ທ່ານ​ຕໍ່​ບັນດາ​ນັກ​ຂ່າວ.

​ແຕ່​ໃນລາຍ​ງານຂ່າວທີ່​ພິມ​ເຜີຍ​ແຜ່ໃນ​ວັນ​ພະຫັດ​ມື້​ນີ້ໜັງສືພິມ Washington Post ກ່າວ​ວ່າ
ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ວົງ​ການ​ລັດຖະບານ​ປາ​ກິ​ສຖານໄດ້​ໃຫ້ການ​ສະໜັບສະໜຸນ​ຢ່າງ​ລັບໆ
​ຕໍ່ໂຄງການ​ໂຈມ​ຕີໂດຍເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຂອງ​ສະຫະລັດ​. ໜັງສືພິມ​ສະບັບ​ນີ້ກ່າວ​ຕື່ມ​ວ່າ​ເອກະ
ສານ​ລັບ​ສຸດ​ຍອດຂອງ​ອົງການ​ສືບ​ລັບ CIA ​ແລະ​ບັນທຶກ​ທາງ​ການ​ທູດ​ປາ​ກິ​ສຖານ​ທີ່​ໜັງສືພິມ​ໄດ້​
ຮັບ ສະ​ແດງ​ໃຫ້​ເຫັນ​ວ່າ ກຸງ​ອິສລາມາ​ບັດ​ໄດ້​ຮັບ​ລາຍງານແບບ​ລັບໆ ກ່ຽວ​ກັບ​ການ​ໂຈມ​ຕີ ​ແລະ​ຈຳນວນຜູ້​ບາດ​ເຈັບ​ລົ້ມ​ຕາຍ​.

Your browser doesn’t support HTML5

Obama, Sharif Discuss Drones, Extremism, Afghanistan



ທ່ານ​ໂອ​ບາ​ມາ ​ໄດ້​ກ່າວ​ອ້າງເຖິງ​ການ​ຕໍ່​ສູ້​ຂອງ​ປາ​ກິ​ສຖານ​ ກັບ​ພວກ​ກໍ່​ການ​ຮ້າຍ​ໂດຍ​ເວົ້າວ່າ ປະຊາຊົນ​ປາ​ກິ​ສຖານ​ຈຳນວນ​ຫຼາຍ​ກວ່າ 40 ພັນ​ຄົນ​ໄດ້​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ຂອງພວກ​ຫົວ​ຮຸນ​ແຮງ​ຈັດ ​ໃນ​ລະຫວ່າງ​ນຶ່ງ​ທົດ​ສະ​ວັດ​ຜ່ານ​ມາ​ນີ້. ທ່ານ​ໂອ​ບາ​ມາ ​ກ່າວ​ຕື່ມ​ວ່າທ່ານ​ຮູ້ຈັກ​ດີ​ວ່າ ທ່ານ Sharif ມີ​ຄວາມ​ໝາຍ​ໝັ້ນ​ຢ່າງ​ໜັກ​ແໜ້ນ​ເພື່ອ​ພະຍາຍາມ​ລົດ​ຜ່ອນ​ການກໍ່​ການ​ຮ້າຍ​ລົງ​ໃນ​ປາ​ກິ​ສຖານ ​ແລະ​ປ້ອງ​ກັນ​ບໍ່​ໃຫ້​ການ​ກໍ່​ການ​ຮ້າຍ​ນີ້​ແຜ່​ລາມ​ອອກ​ໄປ​ບ່ອນ​ອື່ນ.

ຖະ​ແຫຼ​ງການ​ຮ່ວມ​ສະບັບ​ນຶ່ງ​ ຂອງ​ຜູ້ນຳ​ທັງ​ສອງກ່າວ​ວ່າ ການ​ເປັນ​ຄູ່​ພາຄີ​ກັນຂອງພວກ​ທ່ານ​ແມ່ນ​
ອີງ​ໃສ່​ຫຼັກການ​ແຫ່ງ​ຄວາມ​ເຄົາລົບ​ນັບຖື​ອະທິປະ​ໄຕ​ແລະ​ເຂດ​ນ້ຳ​ແດນ​ດິນ​ອັນ​ຄົບ​ຖ້ວນ​ຊຶ່ງ​ກັນ​ແລະ​ກັນ.

ທ່ານ​ໂອ​ບາ​ມາ ຍັງ​ກ່າວເຊັ່ນ​ກັນວ່າ ທ່ານ​ໄດ້​ພະຍາຍາມ​ໃຫ້​ຄວາມ​ໝັ້ນ​ໃຈ​ຕໍ່​ທ່ານ Sharifກ່ຽວ​ກັບ​ຖານະ​ຂອງ​ອັຟກາ​ນິສຖານບ່ອນ​ທີ່​ກຳລັງ​ສູ້​ລົບ​ຂອງ​ສະຫະລັດ​ວາງ​ແຜນ​ຈະ​ຖອນອອກ​ໄປໃນ​ປີໜ້າ​ນີ້. ທ່ານ​ກ່າວ​ວ່າ ທ່ານ​ມີ​ຄວາມ​ໝັ້ນ​ໃຈ ກ່ຽວ​ກັບການ​ແກ້​ໄຂ​ທີ່ດີ​ສຳລັບ​ອັຟກາ​ນິສຖານ ​ແຕ່​ຍັງ​ຊ່ອຍປົກ​ປ້ອງ​ປາ​ກິ​ສຖານ​ເຊັ່ນ​ກັນໃນ​ໄລຍະ​ຍາວ​ນັ້ນ.


Your browser doesn’t support HTML5

Obama: Pakistan is Important Strategic Partner