ໂຮງຮຽນ ເອກະຊົນ ໃນ ປາກິສຖານ ຫ້າມໃຊ້ປຶ້ມ ນາງ Yousafzai

ນາງມາລາລາ Yousafzai ມອບປຶ້ມ ຂອງລາວໃຫ້ແກ່ ຣາຊີນີ Elizabeth ແຫ່ງອັງກິດ. ວັນທີ 18 ຕຸລາ 2013.

ບັນດາ​ເຈົ້າ​ໜ້າ​ທີ່​ຝ່າຍ​ສຶກສາ​ຂອງ​ປາ​ກິ​ສຖານ​ຫ້າມ​ໃຊ້​ປຶ້ມ​ຂອງ​
ນາງ Malala Yousafzai ຈາກ​ພວກ​ໂຮງຮຽນ​ເອກະ​ຊົນ​ໃນ​
ທົ່ວ​ປະ​ເທດ ​ໂດຍ​ອ້າງ​ວ່າ​ປຶ້ມ​ດັ່ງກ່າວ​ບໍ່ໄດ້ໃຫ້​ຄວາມ​ເຄົາລົບ​
ນັບຖື​ພຽງພໍ​ຕໍ່​ສາສະໜາ​ອິສລາມ​ແລະ​ເຮັດ​ໃຫ້​ນັກ​ເຄື່ອນ​ໄຫວ
ເດັກໄວ​ລຸ່ນຄົນ​ນີ້​ກາຍ​ເປັນເຄື່ອງມືຂອງ​ຝ່າຍ​ຕາ​ເວັນ​ຕົກ.

ນາງ​ມາລາ​ລາ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ທົ່ວ​ໂລກ​ໃນ​ປີ​ແລ້ວ​ນີ້ ​ເວລາ
​ກຸ່ມ​ຕາ​ລີ​ບັນຍິງປືນ​ໃສ່​ຫົວ​ນາງ​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​
ກິ​ສຖານ​ທີ່​ຕຳ​ໜິຕິຕຽນການຕີ​ຄວາມ​ໝາຍສາສະໜາອິສລາມ​ຂອງ​ກຸ່ມ​
ດັ່ງກ່າວ ທີ່​ຈຳກັດ​ບໍ່​ໃຫ້​ພວກ​ເດັກນ້ອຍ​ແມ່ຍິງໄດ້​ຮັບ​ການ​ສຶກສາ​ນັ້ນ.

ປະຫວັດ​ຫຼື​ເລື້ອງລາວ​ຂອງ​ນາງ​ໄດ້​ເລີ້ມ​ມີ​ຊື່​ສຽງ​ຂຶ້ນຢ່າງ​ສະ​ມໍ່າສະ​ເໝີນັບ​ແຕ່​ນັ້ນ​ມາ
​ແລະນາງ​ມາລາ​ລາ​ໄດ້​ເປີ​ດເຜີຍບັນທຶກ​ຄວາມ​ຊົງ​ຈຳ​ຂອງ​ນາງ​ອອກ​ມາທີ່​ມີ​ຊື່ວ່າ
"ຂ້ອຍແມ່ນ​ນາງ​ມາລາ​ລາ” ​ໃນ​ເດືອນ​ແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ທີ່​ເປັນ​ຜູ້ຕາງໜ້າ​ຂອງ​ພວກ​ໂຮງຮຽນ​ເອກະ​ຊົນ​ຫຼາຍພັນ​ແຫ່ງ​ໃນ​
ທົ່ວ​ປາກິ​ສຖານ​ກ່າວ​ວ່າ ປຶ້ມ​ຫົວ​ນີ້​ບໍ່​ໄດ້​ໃຫ້​ຄວາມ​ເຄົາລົບ​ນັບຖື​ສາສະໜາ​ອິສລາມ
​ພໍ ​ເພາະວ່າ​ມັນ​ໄດ້ບົ່ງ​ຊື່​ສາດສະດາຈານProphet Muhammad ຜູ້​ກໍ່​ຕັ້ງ​ສາສະ
ໜາ​ອິສລາມ​ອອກ​ມາ​ໂດຍ​ບໍ່​ໄດ້​ບົ່ງ​ຊື່​ຫຍໍ້ PUH ທີ່​ມີ​ຄວາມ​ໝາຍວ່າ ສັນຕິພາບ​ພາຍ
​ໃຕ້ທ່ານ​ໃນ​ຖານະ​ເປັນ​ປະ​ເພນີ​ໃນ​ຫຼາຍ​ພາກສ່ວນ​ຂອງ​ໂລກ​ມຸສລິ​ມ ນັ້ນ.

ນອກ​ນັ້ນ​ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້​ຍັງ​ຄັດຄ້ານ​ຕໍ່​ບົດ​ຂຽນ​ຂອງ​ນາງ​ມາລາ​ລາ ທີ່​ເຫັນ​ດີ
​ນຳ​ນັກ​ຂຽນ​ປຶ້ມທ່ານ Salman Rushdie ທີ່​ໄດ້​ເຮັດໃຫ້ຊາວ​ມຸສລິ​ມຫຼາຍ​ຄົນ​ເກີດ​
ໂມ​ໂຫ​ໂທ​ໂສກ່ຽວ​ກັບ​ປຶ້ມຫົວ​ນຶ່ງ​ຂອງ​ທ່ານ​ທີ່​ມີຊື່ວ່າ The Satanic Verses ນັ້ນ.

ພວກ​ເຈົ້າ​ໜ້າ​ທີ່​ເຫຼົ່າ​ນີ້ ຍັງ​ກ່າວ​ຕື່ມ​ວ່າ ປຶ້ມ​ຂອງ​ນາງ​ມາລາ​ລາ​ນີ້ຈະ​ບໍ່​ນຳ​ໄປ​ໃຊ້​ໃນ
ຫ້ອງສະໝຸດ ຫຼື​ຢູ່​ໃນ​ຫຼັກສູດ​ໃນ​ພວກ​ໂຮງ​ຮຽນ​ເອກະ​ຊົນ​ນັ້ນ​ເລີຍ. ນອກ​ນັ້ນ​ຈະ​ບໍ່​ປະ
​ໃຫ້​ໃຊ້​ປຶ້ມ​ຫົວ​ນີ້​ໃນຫຼັກສູດການ​ຮຽນ​ຕ່າງໆ​ເຊັ່ນ: ການ​ຂຽນ​ເລື້ອງ​ສັ້ນ ຫຼື​ essay ຫຼື​
​ການ​ແຂ່ງຂັນ​ໂຕ້​ວາ​ທີ​ຕ່າງໆ.