ປະຊາກອນຂອງ ປາກິສຖານ 64 ເປີເຊັນແມ່ນມີອາຍຸຕ່ຳກວ່າ 30 ປີ. ໃນຂະນະທີ່ໂອກາດຕ່າງໆທີ່ຈະເຂົ້າໃນການແຂ່ງຂັນກິລາປົກກະຕິແລ້ວແມ່ນໜ້ອຍຫຼາຍສຳລັບປະຊາກອນນີ້, ເຂົາເຈົ້າເກືອບວ່າບໍ່ມີເລີຍສຳລັບເດັກຍິງໃນປະເທດນີ້. ນັກຂ່າວວີໂອເອ ຊິດຣາ ດາ ໄດ້ພົບກັບສອງເອື້ອຍນ້ອງຊາວ ປາກິສຖານ ໃນເມືອງ ຄາຣາຈີ ຜູ້ພະຍາຍາມຈະປ່ຽນແປງສິ່ງນັ້ນ, ເຊິ່ງ ພຸດທະສອນ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
Your browser doesn’t support HTML5
ນາງ ໂຊເນຍ ນາຊາ ອຸລ ອິສລາມ ກ່າວວ່ານາງຢາກເປັນນັກກິລາ ຈິມນາສຕິກ ຕັ້ງແຕ່ລາວໄດ້ເຫັນພວກເດັກຊາຍຊ້ອມກັນຢູ່ໃນໝູ່ບ້ານຂອງລາວ ໃນເມືອງ ຄາຣາຈີ, ປະເທດ ປາກິສຖານ.
ນາງ ໂຊເນຍ ກ່າວວ່າ “ເວລາຍ່າງຢູ່ຫົນທາງ, ຂ້ອຍເຄີຍຊ່ອງເຂົ້າໄປໃນໂຮງຮຽນເພື່ອເບິ່ງວ່າພວກເຮົາເດັກຊາຍກຳລັງເຮັດຫຍັງຢູ່, ໂດດຂຶ້ນ ແລະ ລົງ, ຂ້ອຍກໍຢາກເຮັດຄືກັນ, ສະນັ້ນຂ້ອຍຈຶ່ງໄດ້ມາທີ່ນີ້.”
ນາງ ໂຊເນຍ ແລະ ນ້ອງສາວ ນາງ ອານວາຣາ ແມ່ນນັກຮຽນປໍ 9 ຜູ້ທີ່ອາໄສຢູ່ໃນເມືອງ ມາຈຮາ, ເຊິ່ງແມ່ນເຂດທຸກຍາກຂອງເມືອງ ຄາຣາຈີ ເຊິ່ງປະຊາກອນສ່ວນໃຫຍ່ແມ່ນຊົນເຜົ່າ ເບັງກາລ. ຢູ່ທີ່ນີ້ມັນແມ່ນສິ່ງທົ່ວໄປທີ່ຈະເຫັນເດັກນ້ອຍເຮັດວຽກເປັນແຮງງານເດັກ.
ແຕ່ສອງຄົນນີ້ໄດ້ຮັບໂອກາດທີ່ຈະເຂົ້າຮ່ວມໃນການຫຼິ້ນກິລາຈິມນາສຕິກ, ຍ້ອນພໍ່ແມ່ຂອງເຂົາເຈົ້າ, ຜູ້ທີ່ຕໍ່ຕ້ານການຮຽກຮ້ອງໃຫ້ນຳເອົາເດັກຍິງທັງສອງນັ້ນໄປເຮັດວຽກ.
ນາງ ໂຊເນຍ ກ່າວວ່າ “ຢູ່ທີ່ນີ້ໃນຖະໜົນຂອງພວກເຮົາ, ລຸງ, ອາວ, ແລະ ອາໄດ້ບອກພໍ່ແມ່ຂອງພວກເຮົາວ່າ, ເອົາລູກຂອງເຈົ້າອອກຈາກກິລາຈິມນາສຕິກ ແລະ ເອົາເຂົາເຈົ້າໄປເຮັດວຽກ. ແມ່ຂອງຂ້ອຍກ່າວວ່າ, “ມັນບໍ່ຈຳເປັນ, ຂ້ອຍຈະບໍ່ສົ່ງລູກຂອງຂ້ອຍໄປເຮັດວຽກ, ຂ້ອຍຈະສອນເຂົາເຈົ້າ ແລະ ເຮັດໃຫ້ເຂົາເຈົ້າຫຼິ້ນຈິມນາສຕິກ.”
ນາງ ອານວາຣາ ນາຊາ ອຸລ ອິສລາມ ນັກຈິມນາສຕິກ ກ່າວວ່າ “ຫຼັງຈາກໄດ້ຍິນຄົນຕຳໜິ, ບາງເທື່ອແມ່ ແລະ ພໍ່ຈະບອກໃຫ້ເຮົາເຊົາຫຼິ້ນ. ຂ້ອຍຈະເວົ້າວ່າ “ບໍ່, ຄົນພວກນີ້ຈະເວົ້າໄປເລື້ອຍໆ. ຄົນພວກນີ້ເຫັນພວກເຮົາເຮັດສິ່ງນີ້, ສະນັ້ນເຂົາເຈົ້າອິດສາ. ເວລາເຂົາເຈົ້າເຫັນເຮົາປະສົບຄວາມສຳເລັດ, ເຂົາເຈົ້າກໍຈະເຂົ້າໃຈ.”
ສະຖານທີ່ໆເດັກຍິງທີ່ວ່ານີ້ຝຶກຊ້ອມແມ່ນເອີ້ນວ່າ “ແຄລ໌,” ເຊິ່ງແມ່ນຄຳເວົ້າໃນພາສາ ເອີດູ ສຳລັບ “ກິລາ.” ມັນແມ່ນໂຄງການຂອງອົງການ ສະຫວັດດີການ ອິມຄານ, ເຊິ່ງຈະສະໜອງໂອກາດທັງຫຼາຍໃຫ້ເດັກນ້ອຍຫຼິ້ນກິລາ. ຜູ້ກໍ່ຕັ້ງຂອງເຂົາເຈົ້າ, ທ່ານນາງ ທາເຮຣາ, ເວົ້າວ່າມັນມີຄວາມທ້າທາຍທີ່ຈະຊອກຫາຄູສອນກິລາຈິມນາສຕິກ.
ທ່ານນາງ ທາເຮຣາ ຮາຊານ, ຈາກອົງການມູນນິທິສະຫວັດດີການ ອິມຄານ ກ່າວວ່າ “ພວກເຮົາບໍ່ມີສະຖານທີ່ ແລະ ກໍບໍ່ມີໂອກາດ, ສະນັ້ນເວລາທີ່ພວກເຮົາໄດ້ເລີ່ມມັນ, ມັນມີນັກກິລາຈິມນາສຕິກພຽງນຶ່ງ ຫຼື ສອງຄົນ. ພວກເຮົາມີນັກກິລາຈິມນາສຕິກພຽງຄົນດຽວທີ່ແຂ່ງຂັນໃນສາກົນ, ເຈົ້າຂອງຫຼຽນຄຳ, ແລະ ກໍມີເທົ່ານັ້ນ.”
ເຖິງແມ່ນຈະມີຄວາມຕ້ອງການຂອງໂຄງການດັ່ງກ່າວ, ເດັກຍິງທີ່ວ່ານີ້ແມ່ນມີຄວາມຫວັງວ່າ ກິລານີ້ ຈະປ່ຽນແປງຊີວິດ ແລະ ອະນາຄົດຂອງເຂົາເຈົ້າ.
ນາງ ໂຊເນຍ ກ່າວວ່າ “ຖ້າຂ້ອຍບໍ່ໄດ້ຫຼິ້ນຈິມນາສຕິກ, ຂ້ອຍຄົງຈະບໍ່ໄດ້ອອກໄປນອກ. ຂ້ອຍໄດ້ເຫັນຫຼາຍສະຖານທີ່ແຕກຕ່າງກັນ ເພາະວ່າຂ້ອຍໄດ້ເຂົ້າຫຼິ້ນຈິມນາສຕິກ. ເພາະວ່າ ພວກເຮົາເຄີຍຖືກຈຳກັດແຕ່ຢູ່ໃນໝູ່ບ້ານ ເບັງກາລີ. ຂ້ອຍຮູ້ສຶກດີຫຼາຍທີ່ໄດ້ພົບກັບຄົນ.”
ໃນກໍລະນີນີ້, ການເຂົ້າຮ່ວມໃນກິລາ ຍັງໄດ້ສະແດງໃຫ້ເດັກຍິງທີ່ວ່ານີ້ເຫັນວ່າ ຄວາມເປັນໄປໄດ້ແມ່ນມີຢູ່ເໜືອການເຮັດວຽກເຮັດແຮງງານເດັກ ແລະ ໂຮງງານອະນາໄມປາ ແລະ ທຸລະກິດອື່ນໆຢູ່ໃນຂົງເຂດ.
ອ່ານລາຍງານນີ້ເປັນພາສາອັງກິດ
Sonia Nazar ul Islam says she has wanted to be a gymnast ever since she saw boys practicing in her Karachi, Pakistan, neighborhood.
"While walking in the streets, I used to peek into such schools to see what the boys were doing, jumping up and down, I also wanted to do the same, so I came here."
Sonia and her sister Anwara are ninth-grade students who live in Machhar Colony, an impoverished area of Karachi whose population is mostly of Bengali ethnicity. Here it is common to see children working as child laborers.
But these two got a chance to participate in gymnastics, thanks to their parents, who resisted calls to put the girls to work.
"Here in our street, my uncle, maternal and paternal aunts said to our parents, 'Take your daughter out of gymnastics and put her to work.' My mother said, 'There is no need, I will not send my daughters to work, I will educate them and make them do gymnastics.'"
"After hearing people’s criticism, sometimes Mom and Dad would tell us to quit. I would say, 'No, these people will keep talking. These people see us doing this, so they get jealous. When they see us succeed, they will understand.'"
The place where these girls practice is called “khel,” the Urdu word for "sports." It is a project of the Imkaan Welfare Organization, which provides children with opportunities to play sports. Its founder, Tahera Hasan, says it has been a challenge to find gymnastics teachers.
"We neither have the facilities nor the opportunities, so when we started it, there was only one or two gymnasts. We have only one gymnast who has played internationally, a gold medalist, and that’s it."
Despite the program's needs, these girls are hopeful that this sport can change their lives and futures.
“If I didn't do gymnastics, I would not have gone out. I got to see all the different places because I got into gymnastics. Otherwise, we used to be limited to this Bengali neighborhood. I feel great when I meet people.”
In this case, participating in sports has also shown these girls that possibilities exist beyond working as child laborers in shrimp and fish cleaning factories and other businesses in the area.