ໄອຍະການ ກຳກັບຄະດີ ມື້ລາງ ທ່ານນາງ Bhutto ຖືກຍິງ ຕາຍ (ວີດີໂອ)

ທ້າວ Qamar Abbas (ທີ 2 ຈາກຊ້າຍ) ລູກຊາຍ ຂອງໄອຍະການ Chaudhry Zulfiqar ພວມກວດເບິ່ງ ລົດພໍ່ລາວ ທີ່ເຕັມໄປດ້ວຍຮອຍລູກປືນ ຫລັງຈາກການໂຈມຕີ ຂອງພວກ ມືປືນ ທີ່ນະຄອນອິສລາມາບັດ (3 ພຶດສະພາ 2013)

ຕຳຫຼວດປາກິສຖານກ່າວວ່າ ໄອຍະການຄົນສຳຄັນ ທີ່ກຳກັບນຳ
ການສືບສວນກ່ຽວກັບການຄາດຕະກຳມື້ລາງນາຍົກລັດຖະມົນຕີ
Benazir Bhutto ແລະການໂຈມຕີດ້ວຍລະເບີດ ທີ່ນະຄອນມູມ
ໄບ ປະເທດອິນເດຍ ຖືກຍິງຕາຍ ທີ່ນະຄອນອິສລາມາບັດ.

ພວກໂຈມຕີ ທີ່ຂີ່ລົດຈັກ ໄດ້ຍິງທ່ານ Chaudry Zulfikar ຫຼາຍໆ
ຄັ້ງ ໃນວັນສຸກມື້ນີ້. ອາລັກຂາຂອງທ່ານໄດ້ຖືກຍິງບາດເຈັບແລະ
ຄົນທີ່ຍ່າງຜ່ານມາຜູ້ນຶ່ງ ໄດ້ເສຍຊີວິດ ເວລາລົດຂອງໄອຍະການ
ແລ່ນໄປຕຳນາງ. ສ່ວນພວກໂຈມຕີທ່ານ Zulfikar ສາມາດຫຼົບໜີ
ໄປໄດ້.

ນອກນັ້ນ ຕຳຫຼວດຍັງເວົ້າວ່າ ທ່ານ Sadiq Zaman Khattak ຜູ້ສະມັກເຂົ້າແຂ່ງຂັນ ເອົາ
ບ່ອນນັ່ງໃນສະພາແຫ່ງຊາດກໍໄດ້ຖືກຍິງຕາຍທີ່ນະຄອນກາຣາຈີໃນຂະນະທີ່ຄວາມຮຸນແຮງ ຖີບໂຕສູງຂຶ້ນ ກ່ອນໜ້າການເລືອກຕັ້ງໃນວັນທີ 11 ພຶດສະພານີ້.

ທ່ານ Zulfikar ເປັນຜູ້ກຳກັບນຳການສືບສວນ ການຄາດຕະກຳ ມື້ລາງທ່ານນາງ Bhutto ໃນເດືອນທັນວາປີ 2007 ຊຶ່ງມີຂຶ້ນທີ່ນະຄອນຣາວັນປິນດີ ບໍ່ເທົ່າໃດອາທິດ ຫລັງຈາກທ່ານ ນາງໄດ້ເດີນທາງກັບຄືນປາກິສຖານ ລຸນຫຼັງທີ່ໄດ້ໄປລີ້ໄພຢູ່ຕ່າງປະເທດດ້ວຍຄວາມສະມັກ
ໃຈ. ບໍ່ມີການຈັບກຸມຜູ້ໃດມາລົງໂທດຫຼືເຂົ້າຄຸກ ກ່ຽວກັບການເສຍຊີວິດຂອງທ່ານນາງເລີຍ. ຕຳຫຼວດເວົ້າວ່າທ່ານພວມຈະເດີນທາງໄປຟັງຄຳໃຫ້ການທີ່ພົວພັນກັບການໂຈມຕີທ່ານນາງ Bhutto ເວລາທ່ານ Zul fikar ຖືກຍິງຕາຍ.

ມີການກ່າວຫາວ່າ ທ່ານ Pervez Musharraf ອະດີດນາຍທະຫານທີ່ເຄີຍປົກຄອງປາກິສ
ຖານ ມີສ່ວນພົວພັນໃນຄະດີທ່ານນາງ Bhutto.

ນອກນັ້ນແລ້ວທ່ານ Zulfikar ຍັງເປັນຜູ້ສືບສວນກ່ຽວກັບຄະດີການໂຈມຕີທີ່ນະຄອນມູມໄບ ທີ່ເປັນເຫດໃຫ້ 166 ຄົນເສຍຊີວິດ. ອິນເດຍໄດ້ຖິ້ມໂທດການໂຈມຕີດັ່ງກ່າວນີ້ໃສ່ກຸ່ມຫົວຮຸນ ແຮງ Lashkar-e-Taiba.

Your browser doesn’t support HTML5

ວີດີໂອ ມືປືນ ສັງຫານ ໄອຍະການ ປາກິສຖານ