ສະມາຊິກງານແຕ່ງດອງ 17 ຄົນ ເສຍຊີວິດໃນເຫດເຮືອຫຼົ້ມ ທີ່ປາກິສຖານ (ວີດີໂອ)

ພາບນ້ຳຖ້ວມ ທີ່ເບິ່ງທາງອາກາດ ໃນເຂດ Muzzafargarh, ແຂວງປັນຈາບ, ວັນທີ 14 ກັນຍາ 2014.

ບັນດາ​ເຈົ້າ​ໜ້າ​ທີ່​ປາ​ກິ​ສຖານ ກ່າວ​ວ່າ ​ພວກ​ສະມາຊິກ ຢ່າງ
​ໜ້ອຍ 17 ຄົນ​ໃນ​ງານ​ກິນ​ລ້ຽງ​ແຕ່ງງານເສຍ​ຊີວິດ ​ເວລາ​ເຮືອ​
ຂອງ​ເຂົາ​ເຈົ້າຫລົ້ມ​ໃນ​ແມ່​ນ້ຳ​ສາຍ​ນຶ່ງ​ໃນ​ແຂວງ​ປັນ​ຈາບ ​ໃນ​
ລະຫວ່າງ​ເກີດ​ນ້ຳ​ຖ້ວມໃນລະດູມໍ​ລະ​ສຸມຄັ້ງ​ຮ້າຍ​ແຮງ​ທີ່​ສຸດ
ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ​ໃນ​ພາກ​ພື້ນ​ແຫ່ງ​ນັ້ນ ​ໃນ​ຮອບ​ຫຼາຍ​ທົດ
​ສະ​ວັດ​ຜ່ານ​ມາ.

ພວກ​ທີ່​ເສຍ​ຊີວິດ​ນັ້ນ​ແມ່ນ​ຮວມທັງ​ເຈົ້າ​ບ່າວ ພ້ອມ​ດ້ວຍ​ອ້າຍ
​ຂອງ​ລາວ​ແລະ​ເດັນ​ນ້ອຍ​ອີກ 2 ຄົນ. ມີ​ຄົນ​ຢູ່​ໃນ​ເຮືອຢ່າງ​ໜ້ອຍ
​30 ຄົນ​ເວລາ​ເຮືອເກີດ​ອຸບັດເຫດປີ້ນ​ຂວ້ຳ ​ໃນ​ເຂດ Muzaffar
garh ​ໃກ້​ກັບ​ເມືອງ Multan ​ໃນ​ວັນ​ອາທິດ​ວານ​ນີ້.

​ເຈົ້າ​ສາວ​ກ່າວ​ວ່າ ລາວ​ລອດ​ຊີວິດ​ມາ​ໄດ້ ​ໂດຍການກອດ​ເສົາ​ໄຟຟ້າ​ໄວ້ ​ແລະວ່າ ລາວ​ໄດ້​
ຂຶ້ນ​ໄປ​ນຳ​ເຮືອລຳ​ນັ້ນ ​ໂດຍ​ບໍ່​ຟັງຄຳ​ແນະນຳ​ຂອງ​ພໍ່​ແມ່​ລາວ.

ນ້ຳ​ຖ້ວມ​ແລະ​ດິນ​ເຈື່ອນ ຍ້ອນ​ຝົນຕົກ​ໜັກ​ໃນ​ລະດູມໍ​ລະ​ສຸມ ​ເປັນເວລາ​ຫຼາຍ​ມື້ ມາຮອດ
ປັດຈຸບັນ​ນີ້ ​ໄດ້​ເອົາ​ຊີວິດ​ຜູ້​ຄົນ​ໄປ​ແລ້ວ​ເກືອບ 500 ສົບ​ໃນ​ປາ​ກິ​ສຖານ​ແລະ​ອິນ​ເດຍ. ປາ
​ກິ​ສຖານ ຊຶ່ງ​ເຄີຍ​ໄດ້​ຮັບ​ຄວາມ​ເສຍ​ຫາຍຕິດ​ຕໍ່​ກັນ​ມ າ​ຫຼາຍ​ຄັ້ງ​ຈາກ​ໄພ​ນ້ຳ​ຖ້ວມ​ ໃນ​ແຕ່ລະ​
ປີ ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ​ເວົ້າ​ວ່າ ປະຊາຊົນ​ຈຳນວນ​ຫຼາຍ​ເຖິງ 2 ລ້ານ 3 ​ແສນ​ຄົນ ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ​ດັ່ງກ່າວ. ​

ໄພນ້ຳຖ້ວມ ຢູ່ເອເຊຍໃຕ້:

Your browser doesn’t support HTML5

SOUTH ASIA FLOODING VO