16 ຄົນ ເສຍຊີວິດ ຍ້ອນລະເບີດແຕກ ຢູ່ປາກິສຖານ (ສະໄລດ໌)

ຜູ້ຄົນພາກັນໄປເບິ່ງລົດລາ ທີ່ຖືກລະເບີດແຕກໃສ່ ຢູ່​​ໃນເມືອງ Jamud ຊຶ່ງ​ເປັນ​​ສ່ວນ​ຊຶ່ງ​ຂອງ​ເຂດ​ຊົນ​ເຜົ່າ Khyber ຂອງປາກິສຖານ, ວັນທີ 17 ທັນວາ 2012.

ບັນດາເຈົ້າ​ໜ້າ​ທີ່ ຢູ່​ພາກຕາ​ເວັນ​ຕົກສຽງ​ເໜືອ​ຂອງປາ​ກິ​ສຖານ
ກ່າວ​ວ່າ ​ໄດ້ເກີດ​ເຫດລະ​ເບີດ​ ທີ່​ເຮັດ​ໃຫ້ມີ​ຜູ້​ເສ​ຍຊີວິດ 16 ຄົນ
​ແລະ​ ຫລາຍ​ກວ່າ 40 ຄົນໄດ້​ຮັບ​ບາດ​ເຈັບ​.

ບັນດາ​ເຈົ້າ​ໜ້າ​ທີ່ ກ່າວ​ວ່າ ລະ​ເບີດໄດ້ແຕກ​ຂຶ້ນຢູ່​ໃນ​ຕະຫລາດ
​ໃນ​ວັນ​ຈັນ​ມື້​ນີ້ ຢູ່​ໃກ້​ກັບ​ໂຮງການ​ຂອງ​ລັດຖະບານຢູ່ໃນເມືອງ
Jamud ຊຶ່ງ​ເປັນສ່ວນ​ຊຶ່ງ​ຂອງ​ເຂດ​ຊົນ​ເຜົ່າ Khyber. ​ເຈົ້າ​ໜ້າ​
ທີ່​ກ່າວ​ວ່າ ມີ​ຮ້ານ​ຄ້າ​ຈໍານວນ​ນຶ່ງແລະ​ລົດ​ລາ​ຫລາຍ​ຄັນ ​ໄດ້​ຮັບ​
ຄວາມ​ເສຍ​ຫາຍ​ໜັກຈາກ​ການວາງ​ລະ​ເບີດ​ດັ່ງກ່າວ.

ຍັງ​ບໍ່​ມີ​ກຸ່ມ​ໃດ​ອ້າງ​ເອົາ​ຄ​ວາ​ມຮັບຜິດຊອບ ສໍາລັ​ບ​ການ​ໂຈ​ມຕີຄັ້ງນີ້
​ເທື່ອ. ຂົງ​ເຂດ Khyber ​ແມ່ນບ່ອນຢູ່​ອາໄສ​ຂອງກຸ່ມ​ກໍ່​ການ​ຮ້າຍ
ອິສລາ​ມ ຫລາຍໆ​ກຸ່ມ ຮວມທັງພວກຕານ​ລິ​ບານ​ໃນປາ​ກິ​ສຖານ
ທີ່​ໄດ້​ທໍາ​ການ​ຕໍ່ສູ້ ຢ່າງ​ນອງ​ເລືອດ ຕ້ານກັບ​ລັດຖະບານ​ມາ​ເປັນ​ເວລາ​ຫລາຍ​ປີ.​

ປະມວນພາບເຫດລະເບີດແຕກໃນພາກຕາ​ເວັນ​ຕົກສຽງ​ເໜືອ​ຂອງປາ​ກິ​ສຖານ:

ລະເບີດແຕກເຮັດໃຫ້ 16 ຄົນເສຍຊີວິດ ຢູ່ປາກິສຖານ