ຄວາມຮຸນແຮງໃນປາກິສຖານ

  • ໄພສານ ວໍຣະຈັກ

ເຂດຊົນເຜົ່າ ປາກິສຖານ

ເຈົ້າໜ້າທີ່ປາກິສຖານກ່າວວ່າ ມີ ຜູ້ເສຍຊີວິດ ຢ່າງນ້ອຍ 10 ຄົນ ຍ້ອນລະເບີດແຄມທາງລູກນຶ່ງໃນ ເຂດຊົນເຜົ່າທີ່ວຸ້ນວາຍ ໃນພາກ ຕາເວັນຕົກສຽງເໜືອຂອງປາກິສ ຖານ.

ເຈົ້າໜ້າທີ່ເວົ້າວ່າ ລົດຕູ້ຂອງພວກເຄາະຮ້າຍໄດ້ໄປຢຽບລະເບີດຝັງດິນ ທີ່ບ້ານສອກຫຼີກຫ່າງ ໄກແຫ່ງນຶ່ງໃນເຂດເມືອງ Kurram ຊຶ່ງເປັນຫົວເມືອງຊົນເຜົ່າ ໃນວັນພະຫັດມື້ນີ້. ນອກຈາກ ພວກເສຍຊີວິດແລ້ວ ຍັງມີອີກ 4 ຄົນ ໄດ້ຮັບບາດເຈັບ.

ສ່ວນໃນ Wazirsistan ເໜືອ ຊຶ່ງຕັ້ງຢູ່ໃກ້ຄຽງນັ້ນ ການໂຈມຕີທີ່ສົງໄສວ່າ ມາຈາກເຮືອບິນ ບໍ່ມີຄົນຂັບ ຂອງສະຫະລັດ ໄດ້ສັງຫານພວກຫົວຮຸນແຮງ ຢ່າງນ້ອຍ 5 ຄົນ ໃນການໂຈມຕີ ຄັ້ງທີ 4 ຕໍ່ເຂດດັ່ງກ່າວ ພາຍໃນໄລຍະ 24 ຊົ່ວໂມງ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບ ເວົ້າວ່າ ການໂຈມຕີທີ່ວ່ານີ້ ໄດ້ແນເປົ້າໝາຍໃສ່ ເຮືອນຫຼັງ ນຶ່ງ ຢູ່ໃນເຂດຊານເມືອງ ຂອງເມືອງ Miran Shah ຊຶ່ງເປັນຫົວເມືອງສຳຄັນສຸດ ຢູ່ໃນເຂດ ດັ່ງກ່າວ.

ໄດ້ມີການໂຈມຕີ 3 ຄັ້ງ ໂດຍເຮືອບິນ ບໍ່ມີຄົນຂັບ​ເຊັ່ນ​ກັນ ຢູ່ທີ່ Wazirsistan ເໜືອ ໃນມື້ ວັນພຸດວານນີ້ ເຮັດໃຫ້ຢ່າງນ້ອຍ 18 ຄົນເສຍຊີວິດ ຊຶ່ງທາງ​ການ​ກ່າວຫາວ່າ ເປັນພວກຫົວ ຮຸນແຮງ.

ເຂດຊົນເຜົ່າ ໃນປາກິສຖານ ແມ່ນຖືກັນວ່າ ເປັນທີ່ໝັ້ນ ຂອງພວກທາລີບານ ແລະກຸ່ມຫົວ ຮຸນແຮງ ທີ່ເປັນເຄືອຂ່າຍ ຂອງພວກກໍ່ການຮ້າຍ ອາລກາຍດາ ທີ່ຖືກກ່າວຫາວ່າ ເປັນຜູ້ ວາງແຜນ ແລະທຳການໂຈມຕີກຳລັງເນໂຕ້ ຂ້າມຊາຍແດນ ເຂົ້າໄປໃນອັຟການິສຖານນັ້ນ.