ຄວາມວຸ້ນວາຍໃນປາກິສຖານ

  • ໄພສານ ວໍຣະຈັກ

ທະຫານແລະອາສາສະມັກປາກິສຖານຊ່ອຍຜູ້ບາດເຈັບຈາກການໂຈມຕີ ດ້ວຍລະເບີດລົດບັນທຸກ ທີ່ນະຄອນກາຣາຈີ (11 ພະຈິກ 2010)

ເຈົ້າໜ້າທີ່ປາກິສຖານກ່າວໃນວັນສຸກມື້ນີ້ວ່າ ບໍ່ມີການຂັງພວກກໍ່ການຮ້າຍທີ່ຕຶກໂຮງການ
ຕຳຫຼວດ ໃນເມືອງທ່າກາຣາຈີ ເວລາພວກຫົວຮຸນແຮງບຸກເຂົ້າໂຈມຕີອາຄານດັ່ງກ່າວໃນ
ວັນພະຫັດວານນີ້ທີ່ເປັນເຫດໃຫ້ມີຜູ້ເສຍຊີວິດຢ່າງນ້ອຍ 18 ຄົນແລະໄດ້ຮັບບາດເຈັບອີກ
ຫຼາຍກວ່າ 115 ຄົນ.

ເຈົ້າໜ້າທີ່ໄດ້ໃຫ້ການຊີ້ແຈງກ່ຽວກັບການທີ່ມີການຄາດຄະເນກັນວ່າພວກໂຈມຕີພະຍາຍາມ
ທີ່ຈະບຸກເຂົ້າໄປຊ່ອຍພັກພວກຂອງຕົນທີ່ຖືກຄຸມຂັງຢູ່ນັ້ນວ່າ ມີການຄຸມຂັງພວກທີ່ສົງໄສວ່າ
ເປັນຜູ້ກໍ່ການຮ້າຍໄວ້ຢູ່ບ່ອນອື່ນພຸ້ນ.

ເຈົ້າໜ້າທີ່ຮັກສາຄວາມສະຫງົບຂອງປາກິສຖານກ່າວວ່າ ພວກໂຈມຕີໄດ້ລະດົມຍິງປືນເຂົ້າໃສ່
ຕຶກໂຮງການຂອງກົມສືບສວນ ກ່ອນທີ່ຈະບີບຄະນວນລະເບີດລູກນຶ່ງໃຫ້ແຕກຂຶ້ນ. ເຫດລະ
ເບີດໄດ້ທຳລາຍສ່ວນໃຫຍ່ຂອງຕຶກໂຮງການ ຊຶ່ງຕັ້ງຢູ່ໃນເຂດທີ່ມີການຮັກສາຄວາມປອດໄພ
ຢ່າງເຄັ່ງຄັດນັ້ນໂດຍໄດ້ສ້າງຄວາມເສຍໃຫ້ແກ່ເຮືອນຊານທີ່ຕັ້ງຢູ່ໄກ້ຄຽງແລະເຮັດໃຫ້ເກີດຂຸມ
ຂະໜາດໃຫຍ່ຂຸມນຶ່ງຢູ່ທີ່ຫົນທາງ.

ກຸ່ມທາລີບານໃນປາກິສຖານໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້.

ກົມສືບສວນຂອງປາກິສຖານ ເປັນຜະແນກການທີ່ນຳໜ້າໃນການຕາມລ່າຫາໂຕພວກກໍ່
ການຮ້າຍໃນນະຄອນກາຣາຈີຫົວເມືອງໃຫຍ່ສຸດຂອງປາກິສຖານແລະ ຖືກໃຊ້ເປັນສູນກາງ
ຄຸມຂັງພວກອາຊະຍາກອນຈຳນວນນຶ່ງ.