80 ຄົນເສຍຊີວິດ ໃນການໂຈມຕີ ຢູ່ປາກິສຖານ

  • ໄພສານ ວໍຣະຈັກ

ຜູ້ຊາຍຄົນນຶ່ງທີ່ໄດ້ຮັບບາດເຈັບ ຍ້ອນການໂຈມຕີສະລະຊີບ ໃນເຂດເມືອງ Charsadda ຖືກຫາມອອກຈາກລົດ ທີ່ໂຮງໝໍ Lady Reading ໃນເຂດເມືອງ Peshawar (13 ພຶດສະພາ 2011)

ເຈົ້າໜ້າທີ່ປາກິສຖານກ່າວວ່າ ຈຳນວນຜູ້ເສຍຊີວິດຈາກ
ການໂຈມຕີດ້ວຍລະເບີດສະລະຊີບ 2 ຄັ້ງທີ່ສູນຝຶກກຳ
ລັງຮັກສາຄວາມສະຫງົບ ໃນເຂດພາກຕາເວັນຕົກສຽງ
ເໜືອຂອງປະເທດ ໄດ້ເພີ່ມຂຶ້ນເປັນ 80 ຄົນ.

ກຸ່ມທາລີບານໃນປາກິສຖານກ່າວວ່ າຕົນເປັນຜູ້ທຳການ
ໂຈມຕີໃນວັນສຸກມື້ນີ້ ເພື່ອແກ້ແຄ້ນຕໍ່ການສັງຫານນາຍ
Osama bin Laden ຜູ້ນຳຂອງກຸ່ມກໍ່ການຮ້າຍອາລ
ກາຍດາ.

ກຸ່ມຫົວຮຸນແຮງທາລີບານ ກ່າວວ່າ ການໂຈມຕີດ້ວຍລະ
ເບີດທັງ 2 ແມ່ນເປັນການແກ້ແຄ້ນຄັ້ງທຳອິດໃຫ້ແກ່ນາຍ
bin Laden.

ເຈົ້າໜ້າທີ່ປາກິສຖານກ່າວວ່າ ເກືອບທັງໝົດຂອງພວກທີ່ເສຍຊີວິດໃນການໂຈມຕີໃນວັນສຸກ
ມື້ນີ້ທີ່ສູນກາງຝຶກຕຳຫຼວດໃນເຂດຊາຍແດນຢູ່ Shabaqadar ໃນເຂດເມືອງ Charsadda
ນັ້ນແມ່ນເປັນພວກນັກຮຽນນາຍຮ້ອຍຕຳຫຼວດທີ່ເຂົ້າໃໝ່. ນອກນັ້ນຍັງມີອີກຫຼາຍສິບຄົນໄດ້
ຮັບບາດເຈັບ.

ເຈົ້າໜ້າທີ່ເວົ້າວ່າ ການໂຈມຕີທີ່ວ່ານີ້ມີຂຶ້ນໃນຂະນະທີ່ພວກນັກຮຽນນາຍຮ້ອຍກຳລັງພາກັນ
ຂຶ້ນລົດກັບບ້ານ ເນື່ອງໃນໂອກາດວັນພັກເປັນເວລາສັ້ນໆ.

ນາຍ bin Laden ໄດ້ຖືກຂ້າຕາຍໃນສັບປະດາແລ້ວ ໃນການບຸກເຂົ້າໄປຈັບຂອງໜ່ວຍກ້າ
ຕາຍສະຫະລັດທີ່ເມືອງ Abbottabad ຫົວເມືອງຄ້າຍທະຫານໃນພາກເໜືອປາກິສຖານ.