ພວກຫົວຮຸນແຮງໂຈມຕີລົດບັນທຸກ ທີ່ Pakistan

ມືປືນຈຳນວນນຶ່ງ ໄດ້ໂຈມຕີບ່ອນຈອດລົດບັນທຸກ ຢູ່ນອກ
ນະຄອນຫຼວງ ປາກິດສະຖານ ໂດຍໄດ້ຈູດເຜົາຂະບວນ
ລົດບັນທຸກນໍ້າມັນແລະລົດບັນທຸກ ທີ່ ລຳລຽງເຄື່ອງໄປໃຫ້
ອົງການເນໂຕ້ ໃນ AFGHANISTAN.

ເຈົ້າໜ້າທີ່ປາກິດສະຖານກ່າວວ່າ ມືປືນລະຫວ່າງ 10
ຫາ 15 ຄົນ ໄດ້ລະດົມຍິງເຂົ້າໃສ່ບ່ອນຈອດລົດບັນທຸກ
ຊຶ່ງຕັ້ງຢູ່ 10 ຫຼັກກິໂລແມັດຫ່າງຈາກ ນະຄອນຫຼວງອິສະ
ລາມາບັດນັ້ນ ໃນວັນອັງຄານວານນີ້ ຍັງ​ຜົນ​ໃຫ້ລົດບັນທຸກ
ຢ່າງນ້ອຍ 50 ຄັນ ລຸກ​ໄໝ້​ຂຶ້ນ. ເຈົ້າໜ້າທີ່ເວົ້າວ່າ
ຫລັງຈາກນັ້ນ ພວກໂຈມຕີ ກໍໄດ້ພາກັນຂີ່ລົດ ແລະລົດຈັກຫຼົບໜີໄປ.

ເຈົ້າໜ້າທີ່ກ່າວວ່າ ມີຢ່າງນ້ອຍ 7 ຄົນເສຍຊີວິດ ຮວມທັງຄົນຂັບລົດບັນ ທຸກຈຳນວນນຶ່ງ

ນີ້ບໍ່ແມ່ນເທື່ອທຳອິດ ທີ່ພວກຫົວຮຸນແຮງໄດ້ໂຈມຕີລົດບັນທຸກທີ່ຂົນສຳພາ ລະໄປໃຫ້
ກຳລັງສະຫະລັດ ແລະອົງການເນໂຕ້ ໃນ AFGHANISTAN ແຕ່ ການໂຈມຕີ
ໃກ້ໆກັບນະຄອນຫຼວງອິສະລາມາບັດ ແບບນີ້ ​ແມ່ນບໍ່ມີ.