ຜູ້ວາງລະເບີດສະລະຊີບຄົນນຶ່ງແລະມືປືນຈຸນຶ່ງໄດ້ທໍາການໂຈມຕີ 2 ບັ້ນ ທີ່ເຮັດໃຫ້ຜູ້ຄົນເສຍຊີວິດໃນວັນພະຫັດມື້ນີ້ ທີ່ແນເປົ້າໝາຍໃສ່ຕໍາຫຼວດໃນ Karachi ເມືອງໃຫຍ່ທີ່ສຸດຂອງປາກິສຖານ.
ຕໍາຫຼວດກ່າວວ່າ ມີ 3 ຄົນເສຍຊີວິດແລະອີກ 13 ຄົນໄດ້ຮັບບາດເຈັບເວລາຜູ້ວາງລະເບີດສະລະຊີບລະເບີດໂຕຕາຍ ຢູ່ທາງຂ້າງລົດຄັນນຶ່ງທີ່ຫົວໜ້າຕໍາຫຼວດເຂດນຶ່ງຂອງເມືອງຂ່ີໄປ. ແຕ່ທ່ານ Rao Anwar ຫົວໜ້າຕໍາຫຼວດເຂດ Malir ລອດຊີວິດຈາກການໂຈມຕີ.
ໃນແຫ່ງອື່ນໆອີກ ທີ່ນະຄອນ Karachi ໃນວັນພະຫັດມື້ນີ້ ພວກມືປືນຈຸນຶ່ງທີ່ບໍ່ຊາບວ່າແມ່ນກຸ່ມໃດ ໄດ້ທໍາການໂຈມຕີໜ່ວຍລາດຕາເວນຂອງຕໍາຫຼວດຈຸນຶ່ງ ເຮັດໃຫ້ຕໍາຫຼວດ 3 ຄົນເສຍຊີວິດ.
ທ່ານໝໍຄົນນຶ່ງທີ່ໂຮງໝໍ Jinnah ທີ່ນະຄອນ Karachi ກ່າວວ່າ ພວກທີ່ເສຍຊີວິດນັ້ນແມ່ນຮວມທັງຮອງສາລະວັດແລະຕໍາຫຼວດອີກ 2 ຄົນ.
ຄວາມຮຸນແຮງທາງດ້ານສາສະໜາ ໄດ້ຖືກຖິ້ມໂທດໃສ່ວ່າເປັນສາເຫດທີ່ເຮັດໃຫ້ປະຊາຊົນເສຍຊີວິດໄປຫຼາຍຮ້ອຍຄົນ ໃນນະຄອນ Karachi ໃນຫວ່າງບໍ່ເທົ່າໃດປີຜ່ານມານີ້. ການເຂັ່ນຂ້າກັນຫຼາຍບັ້ນ ແມ່ນຖິ້ມໂທດໃສ່ພວກແກ໊ງຊົນກຸ່ມນ້ອຍ ທີ່ມີສ່ວນພົວພັນກັບພວກກຸ່ມການເມືອງທີ່ເປັນຄູ່ປໍລະປັກກັນຕ່າງໆເຊ່ນ: ກຸ່ມ MQM ຊົນກຸ່ມໃຫຍ່ທີ່ປາກພາສາ Urdu ແລະພັກ Awami ແຫ່ງຊາດຂອງພວກອົບພະຍົບເຜົ່າ Pashtun.
http://www.voanews.com/templates/widgetDisplay.html?id=146274265&player=article