ປາກີສຖານປະຕິເສດ ການຕໍາໜິຕິຕຽນ ຂອງໜັງສືພິມສະຫະລັດ

  • ທອງປານ ເທບວົງສາ

ປາກີສຖານປະຕິເສດ ການຕໍາໜິຕິຕຽນ ຂອງໜັງສືພິມສະຫະລັດ

ນາຍພົນ ອາທາຣ໌ ອັບບັສ

ກອງທັບປາກີສຖານກ່າວວ່າ ຕົນປະຕິເສດ
ຕໍ່ລາຍງານຕ່າງໆໃນໜັງສືພິມອະເມຣິກັນ
The New York Times ເມື່ອໝໍ່ໆມານີ້
ທີ່ຕໍາໜິຕິຕຽນກອງທັບປາກີສຖານ ແລະອົງ
ການສືບລັບທີ່ມີອໍານາດທີ່ສຸດຂອງປະເທດ ທີ່​ເອີ້ນຊື່ ຫຍໍ້ວ່າ ISI ນັ້ນ.

ນາຍພົນຕີ Athar Abbas ຂອງປາກີສ
ຖານກ່າວວ່າບົດຄວາມຕ່າງໆໃນໜັງສື
ພິມສະຫະລັດນັ້ນ ຖືວ່າເປັນພາກສ່ວນ
ນຶ່ງຂອງການປຸກລະດົມ​ເພື່ອໃສ່ຮ້າຍປ້າຍ ສີຫລາຍກວ່າ.

ໜັງສືພິມ New York Times ໄດ້ລົງພິມບົດບັນນາທິການ ແລະບົດຄວາມບົດນຶ່ງເມື່ອ ອາທິດຜ່ານມາ ທີ່​ເອົາອົງການສືບລັບ ISI ​ໄປ​ພົວພັນ​ກັບ ການເສຍຊີວິດຂອງນັກຂ່າວຊາວ ປາກີສຖານຄົນນຶ່ງ ທີ່ໄດ້ຂຽນລາຍງານທີ່ ເປັນແນວ ວິຈານຢ່າງຮຸນແຮງກ່ຽວກັບການແຊກ ຊຶມຂອງພວກຫົວຮຸນແຮງ ​ເຂົ້າ​ໄປປະປົນຢູ່ໃນກອງທັບປາກີສຖານ.

ໜັງສືພິມ New York Times ທີ່ອ້າງຄໍາ​ເວົ້າ​ຂອງພວກເຈົ້າໜ້າທີ່ວໍຊິງ ຕັນທີ່ບໍ່ເປີດເຜີຍ ຊື່ນັ້ນ ກ່າວວ່າ ມີຂໍ້ມູນລັບກ່ຽວກັບການຫາຍສາບສູນຂອງນັກຂ່າວ ນາຍ Saleem Shahzad ທີ່ສະ​ແດງຫລັກຖານວ່າ ເຈົ້າໜ້າທີ່ ອາວຸໂສຂອງອົງການສືບລັບ ISI ເປັນຜູ້ ບົງການ​ໃຫ້ສັງຫານຜູ້ກ່ຽວ.

ບົດຄວາມອີກບົດນຶ່ງຂອງໜັງສືພິມ ນີວຢ໊ອກທາຍສ໌ ເວົ້າວ່າ ກອງທັບ ປາກີສຖານຍັງສືບຕໍ່ ໃຫ້ຄວາມອຸບປະຖໍາຄໍ້າຊູແກ່ກຸ່ມພວກຫົວຮຸນແຮງຢູ່ ຢ່າງກວ້າງຂວາງ ອັນເປັນພາກສ່ວນນຶ່ງ​ຂອງຍຸທະ ສາດທີ່​ດໍາ​ເນີນ​ມາ​ເປັນ​ເວລາສາມສັດຕະວັດ​ແລ້ວ ​ໃນການໃຊ້ຕົວແທນທໍາ​ການ​ເຄື່ອນ​ໄຫວຕໍ່ຕ້ານ ພວກປະເທດເພື່ອນບ້ານ ແລະກໍາລັງທະຫານສະຫະລັດໃນອັຟການີ ສຖານນັ້ນ.