ຊີໄອເອ ໂຈະການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ໃນປາກິສຖານ

  • ໄພສານ ວໍຣະຈັກ

ເຮືອບິນບໍ່ມີຄົນຂັບຕິດອາວຸດ MQ-9 ພວມແລ່ນຢູ່ທີ່ທາງຂຶ້ນແຫ່ງນຶ່ງ

ໜັງສືພິມ​ທີ່ມີ​ຊື່​ສຽງ​ສະບັບ​ນຶ່ງ​ຂອງ​ສະຫະລັດກ່າວ​ວ່າ ອົງການ​ສືບ​ລັບ​ຊີ​ໄອ​ເອ​ໄດ້​ໂຈະ​ການ
ໂຈມ​ຕີ​ທີ່​ໃຊ້​ເຮືອບິນ​ບໍ່​ມີ​ຄົນ​ຂັບ ຕໍ່​ພວກ​ຫົວ​ຮຸນ​ແຮງ​ຊັ້ນຜູ້​ນ້ອຍ​ຢູ່​ໃນ​ປາກິ​ສຖານໃນ​ຄວາມ
ພະຍາຍາມ​ເພື່ອ​ປົວ​ແປງ​ຄວາມ​ສຳພັນ ​ທີ່​ເກີດ​ຄວາມ​ເຄັ່ງ​ຕຶງຢ່າງ​ຮ້າຍ​ແຮງກັບປະ​ເທດ​ດັ່ງ
ກ່າວ.

ໃນ​ມື້ວັນ​ສຸກ​ວານ​ນີ້ ໜັງສືພິມ Los Angeles Times ​ໄດ້​ອ້າງ​ຄຳ​ເວົ້າຂອງ​ເຈົ້າໜ້າ​ທີ່ໆ​ບໍ່​
ປະສົງ​ອອກ​ຊື່​ທີ່​ກ່າວ​ວ່າ ການ​ຢຸດ​ເຊົາ​ການ​ໂຈມ​ຕີ​ແບ​ບບໍ່​ມີ​ການ​ປະກາດ​ຂອງອົງການ​ຊີ​ໄອ​ເອ
ທີ່​ວ່າ​ນີ້ ​ແມ່ນ​ແນ​ໃສ່​ເພື່ອ​ຕ່າວ​ປີ້ນການ​ສູນ​ເສຍໃນ​ການຂາດ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງ​ຮ້າຍ
ແຮງລະຫວ່າງ​ປະ​ເທດ​ທັງ​ສອງ ລຸນ​ຫຼັງທີ່ໄດ້​ເກີດ​ເຫດ​ຮ້າຍ​ຈຳນວນ​ນຶ່ງ ຮວມທັງ​ການ​ໂຈມ​ຕີ​
ຂອງ​ອົງການ​ເນ​ໂຕ້​ໃນ​ເດືອນພະ​ຈິກທີ​ເປັນ​ເຫດ​ໃຫ້​ທະຫານ​ປາ​ກິ​ສຖານ 24 ຄົນ​ເສຍ​ຊີວິດ.

ໜັງສືພິມ​ສະບັບ​ນີ້​ເວົ້າວ່າການ​ໂຈະ​ການ​ໂຈມ​ຕີ​ເປັນ​ເວລາ 6 ອາທິດ​ມີ​ຂຶ້ນທ່າມກາງ​ທີ່​ມີ​ການ
ອະພິປາຍ​ກັນ​ຢ່າງ​ຂຸ້ນຂ້ຽວ ໃນ​ລັດຖະບານ​ຂອງ​ປະທານາທິບໍດີບາຣັກໂອບາ​ມາກ່ຽວ​ກັບການ
ປະຕິບັດ​ງານ​ໂຈມ​ຕີ​ໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ​ຂອງ​ອົງການ​ຊີ​ໄອ​ເອ​ຢູ່​ໃນ​ປາ​ກິ​ສຖານໃນອະນາ
ຄົດ. ລາຍ​ງານ​ຂ່າວ​ແຈ້ງວ່າ ​ການ​ໂຈມ​ຕີໂດຍ​ເຮືອບິນ​ບໍ່​ມີ​ຄົນ​ຂັບ ໄດ້​ສັງຫານ​ໜ່ວຍ​ປະຕິບັດ​
ງານ​ຈຳນວນ​ຫຼາຍສິບ​ຄົນແລະພວກ​ນັກ​ລົບ​ຊັ້ນຜູ້​ນ້ອຍອີກ​ຫຼາຍຮ້ອຍ​ຄົນຂອງ​ກຸ່ມ​ກໍ່​ການ​ຮ້າຍ
ອາລກາຍ​ດາ​ນັບ​ແຕ່​ປີ 2004 ​ເປັນຕົ້ນມາ​ແຕ່​ການ​ໂຈ​ມຕີ​ເຫຼົ່ານີ້ຍັງ​ໄດ້​ສ້າງ​ຄວາມໂກດ​ແຄ້ນ
ໃຫ້​ແກ່​ຊາວປາ​ກິ​ສຖານ​ເປັນ​ຈຳນວນ​ຫຼວງຫຼາຍ.

ໜັງສືພິມ Los Angeles Times ​ໄດ້​ອ້າງ​ຄຳ​ເວົ້າຂອງ​ພວກ​ເຈົ້າໜ້າ​ທີ່​ຈາກ​ກະຊວງ​ການ​
ຕ່າງປະ​ເທດແລະ​ສະພາ​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ​ທີ່​ກ່າວວ່າ ການ​ໂຈມ​ຕີ​ເຫຼົ່າ
ນີ້​ແມ່ນ​ບໍ່​ເປັນ​ຜົນ​ດີ​ຫຍັງ​ເລີຍຍ້ອນ​ວ່າ​ພວກ​ຫົວ​ຮຸນ​ແຮງ​ຊັ້ນຜູ້​ນ້ອຍ​ ທີ່​ຖືກ​ຂ້າ​ຕາຍ​ເຫຼົ່ານີ້​ແມ່ນ
ງ່າຍ​ທີ່​ຈະ​ຫາ​ມາ​ແທນ​ໄດ້. ໜັງສືພິມ​ດັ່ງກ່າວ​ຍັງ​ເວົ້າວ່າ ການ​ກ່າວ​ອ້າງ​ຂອງ​ປາ​ກິ​ສຖານ​ກ່ຽວ
ກັບ​ການ​ບາດ​ເຈັບ​ລົ້ມຕາຍ​ຂອງ​ພົນລະ​ເຮືອນ ຊຶ່ງ​ສະຫະລັດ​ໄດ້​ຖົກ​ຖຽງໂຕ້​ແຍ້​ງນັ້ນ ​ເຮັດ​ໃຫ້
ລັດຖະບານ​ຂອງ​ປະທານາ​ທິບໍດີ Asif Ali Zardari ຊຶ່ງ​ເປັນ​ພັນທະ​ມິດ​ຂອງ​ສະຫະລັດບໍ່ມີ​
ສະຖຽນ​ລະ ພາບ.