ບັນດານັກປຸກລະດົມດ້ານສິດທິມະນຸດຂອງໂລກ ແລະໃນທ້ອງຖິ່ນຢູ່ປາກິສຖານ ໃນວັນພຸດວານນີ້ ໄດ້ຮ້ອງຂໍໃຫ້ລັດຖະບານໂອນພວກນັກເຄື່ອນໄຫວດ້ານການເມືອງ ທີ່ກຳນົດວ່າ ຈະຖືກດຳເນີນຄະດີຢູ່ໃນສານທະຫານໃນຂໍ້ຫາຈູດເຜົາສະຖານທີ່ຕ່າງໆນັ້ນ ໄປໃຫ້ລະບົບຍຸຕິທຳຂອງພົນລະເຮືອນ.
ເຈົ້າໜ້າທີ່ປາກິສຖານ ໄດ້ສົ່ງມອບຕົວຜູ້ສະໜັບສະໜຸນອະດີດນາຍົກລັດຖະມົນຕີ ອິມຣານ ຄານ ຫລາຍສິບຄົນໃຫ້ແກ່ກອງທັບເມື່ອບໍ່ດົນມານີ້ ເພື່ອໃຫ້ດຳເນີນຄະດີໃນສານທະຫານ. ພວກເຂົາເຈົ້າຖືກກ່າວຫາວ່າ ໄດ້ໂຈມຕີສະຖານທີ່ສາທາລະນະ ແລະຂອງກະຊວງປ້ອງກັນປະເທດ ໃນໄລຍະທີ່ມີການປະທ້ວງຫຼາຍມື້ ທີ່ເກີດມາຈາກ ການຈັບກຸມທ່ານຄານ ຢ່າງວ່ອງໄວ ແລະຖ່າຍທອດສົດອອກເປັນເວລາສັ້ນໆ ໃນວັນທີ 9 ພຶດສະພາຜ່ານມາ ໃນຂໍ້ຫາສໍ້ລາດບັງຫຼວງ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ຫຼື HRW ກ່າວໃນຖະ ແຫຼງການສະບັບນຶ່ງວ່າ ການໄຕ່ສວນຄະດີຂອງທະຫານຕໍ່ພົນລະເຮືອນ ຈະລະເມີດພັນທະຂອງປາກິສຖານ ພາຍໃຕ້ກົດໝາຍສິດທິມະນຸດສາກົນ.
ອະດີດນາຍົກລັດຖະມົນຕີ ອິມຣານ ຄານ ກ່າວຕໍ່ພວກນັກຂ່າວໃນນະຄອນລາຮໍ, ວັນທີ 18 ພຶດສະພາ, 2023
"ສານທະຫານຂອງປາກິສຖານ ທີ່ນໍາໃຊ້ຂັ້ນຕອນລັບ ທີ່ປະຕິເສດສິດທິໃນ ຂະ ບວນການຍຸຕິທຳນັ້ນ ບໍ່ຄວນຖືກນໍາໃຊ້ເພື່ອດໍາເນີນຄະດີພົນລະເຮືອນ, ແມ່ນແຕ່ເປັນການກໍ່ອາຊະຍາກໍາຕ້ານການທະຫານກໍຕາມ," ນັ້ນຄືຄຳເວົ້າຂອງທ່ານນາງປາທຣີເຊຍ ກອສແມນ (Patricia Gossman), ຮອງຜູ້ອໍານວຍການ ຂົງເຂດເອເຊຍ ຂອງກຸ່ມປົກປ້ອງສິດທິມະນຸດ HRW ທີ່ຕັ້ງຢູ່ໃນສະຫະລັດ.