ກຸ່ມຕາລີບານ ໃນ ປາກິສຖານ ຢືນຢັນ ກ່ຽວກັບ ການເສຍຊີວິດ ຜູ້ນຳຂອງຕົນ

ທະຫານຄົນນຶ່ງ ຢືນຍາມຢູ່ທີ່ໂຮງຮຽນຫຼວງ ບ່ອນທີ່ພວກມືປືນ ກຸ່ມຕາລີບານທຳການໂຈມຕີ ໃນເມືອງ Peshawar. (ວັນທີ 17 ທັນວາ 2014)

ກຸ່ມ Tehreek-i-Taliban ໃນປາກິສຖານທີ່ເອີ້ນຫຍໍ້ວ່າ TTP ໄດ້ໃຫ້ການຢືນຢັນໃນ ວັນພຸດວານນີ້ ກ່ຽວກັບການເສຍຊີວິດ ຂອງທ້າວ Umar Mansoor ນຶ່ງໃນບັນດາຜູ້
ນຳສູງສຸດ ຂອງກຸ່ມດັ່ງກ່າວ ທີ່ຖືກກ່າວຫາວ່າ ເປັນຜູ້ຮັບຜິດຊອບໃນການໂຈມຕີຮ້າຍ ແຮງຫຼາຍໆຄັ້ງ ຢູ່ໃນປະເທດປາກິສຖານ.

ທ້າວ Mansoor ມີລາຍງານວ່າ ເປັນຜູ້ຢູ່ເບື້ອງຫຼັງການສັງຫານໝູ່ໃນປີ 2014 ທີ່ໂຮງ
ຮຽນຫຼວງໃນຄ້າຍທະຫານເມືອງ Peshawar ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 140
ຄົນ ຊຶ່ງສ່ວນໃຫຍ່ແລ້ວ ແມ່ນພວກເດັກນ້ອຍ.

ຖະແຫຼງການຂອງກຸ່ມ TTP ທີ່ສົ່ງທາງອີແມລໄປຫາສື່ມວນຊົນຂອງປາກິສຖານກ່າວ
ວ່າ “ພວກເຮົາຂໍຢືນຢັນກ່ຽວກັບການເສຍຊີວິດຂອງທ້າວ Khalifa Umar Mansoor
ແລະ ຂໍປະກາດວ່າ ທ້າວ Khalifa Usman Mansoor Hafizullah ຈະເຂົ້າຮັບຕຳ
ແໜ່ງແທນເປັນຜູ້ບັນຊາການຂອງກຸ່ມ TTP ໃນເຂດ Darra Adam Khel ແລະເມືອງ Peshawar.”

ອີແມລສະບັບນີ້ບໍ່ໄດ້ໃຫ້ຂໍ້ມູນຫຍັງຕື່ມ ກ່ຽວກັບວ່າເປັນດ້ວຍເຫດໃດແລະພາຍໃຕ້ສະ ພາບການແບບໃດທີ່ເຮັດໃຫ້ຜູ້ນຳຂອງກຸ່ມຕາລີບານເສຍຊີວິດ.

ແນວໃດກໍຕາມ ສື່ມວນຊົນຂອງປາກິສຖານລາຍງານວ່າ ທ້າວ Mansoor ໄດ້ຖືກຂ້າ
ຕາຍຈາກການໂຈມຕີ ໂດຍເຮືອບິນບໍ່ມີຄົນຂັບ ຂອງສະຫະລັດ. ໃນໄລຍະສອງສາມ
ອາທິດຜ່ານມານີ້ ມີການໂຈມຕີໂດຍເຮືອບິນບໍ່ມີຄົນຂັບ 2 ຄັ້ງຕໍ່ພວກຫົວຮຸນແຮງ ໃນ
ບໍລິເວນຊາຍແດນອັຟການິສຖານ ຕິດກັບປາກິສຖານ ຊຶ່ງມີລາຍງານວ່າ ໄດ້ສັງຫານ ພວກຫົວຮຸນແຮງ 31 ຄົນ​ ຮວມທັງທ້າວ Mansoor.

ທຳນຽບຫ້າແຈຍັງບໍ່ທັນໃຫ້ການຢືນຢັນ ກ່ຽວກັບເລື່ອງດັ່ງກ່າວນີ້.

ທ່ານ Tallal Chaudhry ລັດຖະມົນຕີກິດຈະການພາຍໃນຂອງປາກິສຖານ ໄດ້ໃຫ້
ການຢືນຢັນກ່ຽວກັບການເສຍຊີວິດຂອງທ້າວ Mansoor ແລະຖືວ່າເປັນຄວາມສຳ
ເລັດໃນການປາບປາມກຸ່ມກໍ່ການຮ້າຍ TTP.

ທ່ານ Chaudhry ກ່າວຕໍ່ວີໂອເອວ່າ “ຜູ້ບັນຊາການກຸ່ມຕາລີບານຄົນນີ້ແມ່ນພົວພັນ
ກັບການໂຈມຕີຮ້າຍແຮງຫຼາຍຄັ້ງ ໃນປາກິສຖານ. ຖ້າພວກເຮົາຫາກສາມາດ ສືບຕໍ່
ດຳເນີນການແບບນີ້ໄດ້ ແນ່ນອນ ມັນຈະຊ່ອຍພວກເຮົາໃຫ້ໄດ້ຮັບໄຊຊະນະ ໃນສົງ ຄາມຕໍ່ຕ້ານພວກກໍ່ການຮ້າຍ.”

ທ່ານກ່າວຕື່ມວ່າ “ມັນຍັງຈະຊ່ອຍພວກເຮົາ ສ້າງຄວາມໄວ້ເນື້ອເຊື່ອໃຈ ທີ່ມີຄວາມ
ຕ້ອງການເປັນຢ່າງຍິ່ງ ລະຫວ່າງອັຟການິສຖານ ແລະປາກິສຖານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ