ປາກິສຖານ ໂຈະຖ້ຽວບິນ ໄປຍັງນະຄອນກາບູລ ຍ້ອນການປະພຶດ 'ບໍ່ເໝາະສົມ' ຂອງກຸ່ມຕາລີບານ

ນັກລົບຕາລີບານຢືນຍາມ ໃນຂະນະທີ່ເຮືອບິນ ຂອງສາຍການບິນລະຫວ່າງປະເທດປາກິສຖານ ບິນຂຶ້ນຈາກນະຄອນຫຼວງກາບູລ ເມື່ອວັນທີ 13 ກັນຍາ 2021.

ສາຍການບິນລະຫວ່າງປະເທດຂອງປາກິສຖານ (PIA) ໄດ້ໂຈະຖ້ຽວບິນໄປຍັງນະຄອນ ຫຼວງກາບູລ ຂອງອັຟການິສຖານ ຍ້ອນອັນທີ່ທາງການຂອງບໍລິສັດລັດວິສາຫະກິດຂອງປາກິສຖານ ກ່າວຫາວ່າ ມີການແຊກແຊງ “ຫຼາຍເກີນໄປ” ໂດຍພວກຕາລີບານທີ່ປົກຄອງອັຟການິສຖານຊຶ່ງເປັນປະເທດເພື່ອນບ້ານໃນເວລານີ້.

ການໂຈະດັ່ງກ່າວ ມີຂຶ້ນໃນມື້ດຽວກັນ ກັບທີ່ຖະແຫຼງການ ຂອງກະຊວງຂົນສົ່ງ ຕາລີບານ ເຕືອນວ່າ ຕົນຈະສັ່ງໃຫ້ງົດ ການປະຕິບັດງານ ຂອງສາຍການບິນລະ ຫວ່າງປະເທດປາກິສຖານ ແຕ່ນະຄອນອິສລາມາບັດ ຫານະຄອນຫຼວງຂອງອັຟການິສຖານນອກຈາກວ່າສາຍການບິນດັ່ງກ່າວຈະສັ່ງໃຫ້ຫລຸດລາຄາປີ້ໂດຍສານ ລົງສູ່ລະດັບທີ່ຂາຍກັນ ກ່ອນກາງເດືອນສິງຫາ ເວລາກຸ່ມອິສລາມຫົວຮຸນແຮງດັ່ງກ່າວເຂົ້າຄວບຄຸມປະເທດ.

ນອກນັ້ນ ຖະແຫຼງການຍັງໄດ້ສັ່ງໃຫ້ສາຍການບິນອັຟການິສຖານ Kam Air ຫຼຸດຄ່າປີ້ໂດຍສານ ລະຫວ່າງນະຄອນຫຼວງກາບູລ ຫາອິສລາມາບັດ ສູ່ລະດັບກ່ອນ ຫຼືບໍ່ດັ່ງນັ້ນແລ້ວກໍຈະຖືກສັ່ງໃຫ້ສາຍການບິນດັ່ງກ່າວຢຸດເຊົາບິນ.

ໂຄສົກຂອງສາຍການບິນລະຫວ່າງປະເທດປາກິສຖານ ທ່ານອັບດູລລາ ຄານ ກ່າວຕໍ່ວີໂອເອໃນວັນພະຫັດວານນີ້ວ່າ “ພວກເຮົາໄດ້ໂຈະຖ້ຽວບິນຂອງພວກເຮົາ (ລະຫວ່າງອິສລາມາບັດຫາກາບູລ) ຢ່າງບໍ່ມີກໍານົດ.

ທ່ານຄານກ່າວຕື່ມວ່າ “ການຕັດສິນໃຈດັ່ງກ່າວມີຂຶ້ນ ຍ້ອນການປະພຶດທີ່ບໍ່ເໝາະສົມຂອງເຈົ້າໜ້າທີ່ບໍລິຫານ ໃນທ້ອງຖິ່ນຂອງຕາລີບານ ແລະມີເງື່ອນໄຂບໍ່ພຽງພໍໃນການປະຕິບັດງານສຳລັບຖ້ຽວບິນຂອງພວກເຮົາ.”

ທ່ານໃຫ້ການອະທິບາຍວ່າ ຖ້ຽວບິນຂອງສາຍການບິນລະຫວ່າງປະເທດປາກິສຖານແມ່ນຖ້ຽວບິນຮັບເໝົາ “ບົນພື້ນຖານທາງດ້ານມະນຸດສະທຳ” ແລະກໍເປັນສາຍການບິນລະຫວ່າງປະເທດສາຍການບິນດຽວເທົ່ານັ້ນ ທີ່ເຊື່ອມຕໍ່ນະຄອນຫຼວງຂອງອັຟການິສຖານ ຜ່ານປາກິສຖານ ສູ່ໂລກພາຍນອກ.

ກຸ່ມຕາລີບານກ່າວຢູ່ໃນຖະແຫຼງການວ່າ “ຂໍ້ມູນໄດ້ມີການສົ່ງໄປໃຫ້ສາຍການບິນລະຫວ່າງປະເທດຂອງປາກິສຖານ ແລະບໍລິສັດສາຍການບິນ Kam Air ຂອງເອກກະຊົນ ເພື່ອໃຫ້ຫລຸດຄ່າໂດຍສານລະຫວ່າງກາບູລ ຫາອິສລາມາບັດ ລົງສູ່ລະດັບກ່ອນການໄດ້ຮັບໄຊຊະນະຂອງປະເທດເອເມີເຣັສອິສລາມ. ຖ້າສາຍການບິນທັງສອງຫາກບໍ່ປະຕິບັດຕາມຂໍ້ສະເໜີດັ່ງກ່າວນີ້ແລ້ວ ການບິນຂອງພວກເຂົາເຈົ້າ ໃນເສັ້ນທາງດັ່ງກ່າວ ຈະຖືກສັ່ງໃຫ້ຢຸດເຊົາ.”

ທັງສາຍການບິນລະຫວ່າງປະເທດປາກິສຖານ ແລະ Kam Air ຕ່າງກໍໃຊ້ຖ້ຽວບິນຮັບເໝົາ ທີ່ມີລາຄາແພງ ໂດຍອ້າງເຫດຜົນຍ້ອນຄ່າປະກັນໄພສູງ ຈຶ່ງບໍ່ເລີ້ມຖ້ຽວບິນພານິດຕາມປົກກະຕິຄືນໃໝ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ