ສານສູງສຸດຂອງປາກິສຖານ ສັ່ງໃຫ້ ນາຍົກລັດຖະມົນຕີ ໄປປະກົດໂຕ

ນາຍົກລັດຖະມົນຕີ Raja Pervez Ashraf ທີ່ສານສູງສຸດຂອງປາກິສຖານ ສັ່ງໃຫ້ປະກົດໂຕ ທີ່ສານໃນຖານ ເມີນເສີຍຕໍ່ຄໍາສັ່ງຄະດີສໍ້ລາດບັງຫລວງ ນັ້ນ ໂບກມືໃສ່ປະຊາຊົນ ທີ່ນະຄອນຫລວງ ອິສລະມາບັດ ໃນວັນທີ 22 ມິຖຸນາ, 2012

ສານ​ສູງ​ສຸດ​ຂອງປາ​ກິ​ສຖານ ​ໄດ້​ສັ່ງ​ໃຫ້ນາຍົກລັດຖະມົນຕີ Raja Pervez Ashraf ​ໄປ​ປະ
ກົດ​ໂຕ ​ໃນ​ຖານ​ເມີນ​ເສີຍຕໍ່​ຄໍາ​ສັ່ງ​ໃຫ້​ເປີດຄະ​ດີກ່ຽວ​ກັບ​ການສໍ້​ລາດ​ບັງຫລວງ ຂອງປະທາ
ນາທິບໍດີປາ​ກິ​ສຖານ ​ຄືນ​ໃໝ່.

ໝາຍ​ເກາະຮຽກ​ຕົວ​ຂອງ​ສານ​ໃນ​ວັນ​ພຸດມື້ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ ​ໃນການຂັດ
​ແຍ້ງທີ່​ມີ​ມາ​ເປັນ​ເວລາ​ຍາວນານກັບລັດຖະບານ​ ​ກ່ຽວ​ກັບ​ການ​ກ່າວ​ຫາ ​ເລື້ອງ​ການ​ສໍ້​ລາດ​
ບັງຫລວງ ຕໍ່ປະທານາທິບໍດີ Asif Ali Zardari ຜູ້​ທີ່​ໄດ້​ປະ​ຕິ​ເສດ​ວ່າ ທ່ານ​ກະທໍາ​ຜິດ​ຫຍັງ.

​ໃນ​ເດືອນ​ມິ​ຖຸ​ນາຜ່ານ​ມາ ສານ​ສຸງສຸດຂອງ​ປາ​ກິ​ສຖານໄດ້​ພົບ​ເຫັນ​ວ່າ ອະດີດນາຍົກລັດຖະ
ມົນຕີ Yousuf Raza Gilani ມີ​ຄວາມ​ຜິດ ​ໃນ​ຖານ​ໝິ່ນປະ ໝາດຕໍ່​ສານ ຍ້ອນ​ບໍ່​ຍອມ​
ຂຽນ​ຈົດໝາຍ​ໄປຂໍ​ຮ້ອງ​ໃຫ້ເຈົ້າ​ໜ້າ​ທີ່ສະ​ວິສ ເປີດ​ຄະ​ດີສໍ້​ລາດ​ບັງ​ຫລວງ ​ຕໍ່​ປະທາ​ນາທິບໍດີ
Zardari ຄືນ​ໃໝ່. ​ສານ​ໄດ້​ຕັດສິນວ່າ ທ່ານ Gilani ບໍ່ມີ​ຄຸນ​ນະ​ສົມບັດ​ທີ່​ຈະ​ກໍາ​ໜ້າ​ທີ່ຕໍ່​ໄປ
​ແລະທ່ານ Ashraf ​ຈຶ່ງ​ໄດ້​ເຂົ້າຮັບ​ໜ້າທີ່​ດັ່ງກ່າວ​ນີ້ແທນ.

ວັນ​ພຸດ​ມື້​ນີ້ ສານ​ໄດ້​ສັ່ງ​ໃຫ້​ທ່ານ Ashraf ໄປ​ປະກົດ​ໂຕ ​ໃນ​ວັນ​ທີ 27 ​ເດືອນ​ນີ້ ​ແລະ​ສະ
​ແດງເຫດຜົນວ່າ ​ເປັນ​ຫຍັງ​ທ່ານ​ຈຶ່ງ​ຄວນ​ຖືກ​ຍົກ​ເວັ້ນ ​ຈາກການ​ດຳ​ເນີນ​ຄະດີ ​ໝິ່ນປະໝາດ
​ຕໍ່​ສານ​ນັ້ນ.