ທາງການປາກິສຖານ ປິດຫ້ອງການ ອົງການຊ່ວຍເຫຼືອ ເດັກນ້ອຍສາກົນ ໃນອິສລາມາບັດ

ຕຳຫລວດຄົນ ຢືນຍາມ ດ້ານນອກ ສຳນັກງານ ຂອງອົງການກຸສົນ Save the Children ຢູໃນນະຄອນຫຼວງ ອິສລາມາບັດ ປະເທດປາກິສຖານ, ວັນທີ 12 ມີຖຸນາ 2015.

ປາ​ກິ​ສຖານ ​ໄດ້​ປິດ​ຫ້ອງການ​ ຂອງ​ອົງການ​ຊ່ວຍ​ເຫຼືອ​ເດັກນ້ອຍ
ສາກົນ ຫຼື Save the Children ​ໂດຍ​ກ່າວ​ຫາ ອົງການ​ດັ່ງກ່າວ
ວ່າ​ພົວພັນ​ກັບ​ “ກິດຈະ​ກຳ​ຕໍ່ຕ້ານ​ປາ​ກິ​ສຖານ.”

​ກະຊວງ​ພາຍ​ໃນປາ​ກິ​ສຖານ ກ່າວວ່າ ບັນດາ​ເຈົ້າໜ້າ​ທີ່ ອັດ
ຫ້ອງການ ຢູ່​ທີ່​ນະຄອນຫຼວງ Islamabad ໃນ​ວັນ​ພະຫັດວານນີ້
ແລະ ໃຫ້ເວລາ ແກ່ສະມາ​ຊິກ​ຂອງ​ອົງການ​ດັ່ງກ່າວ 15 ມື້ ​ເພື່ອ​
ອອກ​ຈາກ​ປະ​ເທດ.

​ເຈົ້າໜ້າ​ທີ່​ປາ​ກິ​ສຖານ ທ່ານ​ນຶ່ງເວົ້າ​ວ່າ “ພວກ​ເຮົາ​ໄດ້​ຕິດຕາມ​
ການ​ໂທອອກ​ໂທ​ເຂົ້າ ​ແລະ ​ໄດ້​ຈັບຕາເບິ່ງ​ຫ້ອງການຂອງ​
ພວກ​ເຂົາ​ເຈົ້າ​ ແລະ ​ເຫັນ​ວ່າ ​ເປັນ​ທີ່​ໜ້າ​ສົງ​ໄສຫຼາຍ.”
​ ເຈົ້າໜ້າ​ທີ່​ດັ່ງກ່າວ ບໍ່​ໄດ້​ລະບຸ​
ວ່າ ກິດຈະກຳ​ອັນໃດ ​ທີ່​ເຫັນ​ວ່າ ເປັນທີ່ບໍ່ພໍໃຈ.

ອົງການ Save the Children ຊຶ່ງ​ເຂົ້າ​ໄປ​ໃນ​ປາ​ກິ​ສຖານ​ມາໄດ້ 35 ປີ​ແລ້ວ ກ່າວ​ໃນ​
ຖະ​ແຫລ​ງການ​ສະບັບ​ນຶ່ງວ່າ ຕົນ​ບໍ່​ມີ​ພະນັກງານ ທີ່ມີ ເຊື້ອ​ສາຍປາກິສຖານຈາກຕ່າງ
​ປະ​ເທດ ​ໃນນະຄອນຫຼວງ Islamabad ​ເລີຍ. ອົງການ​ກຸສົນດັ່ງກ່າວ ເວົ້າວ່າ “ພວກ​ເຮົາ​
ຄັດ​ຄ້ານ​ຢ່າງ​ແຮງ​ກ້າ​ ຕໍ່​ການ​ກະທຳນີ້​ ​ແລະ ຈະ​ນຳ​ເອົາ​ຄວາມ​ກັງວົນ​ ອັນ​ຮ້າຍ​ແຮງ​ເຫຼົ່ານີ້ ຂຶ້ນ​ໄປລາຍ​ງານ ຕໍ່​ຂັ້ນສູງສຸດຕ່າງໆ.”

ພະນັກງານ​ທີ່ມີເຊື້ອສາຍປາກິສຖານຈາກຕ່າງປະ​ເທດ ຂອງ​ອົງການ​ກຸສົນ​ນີ້ ​ໄດ້​ຖືກ​ກົດດັນ​
ໃຫ້​ອອກ​ຈາກ​ປະ​ເທດ ​ເມື່ອສອງ​ສາມ​ປີຜ່ານມາ ຫຼັງຈາກ​ທີ່​ໜ່ວຍ​ສືບ​ລັບ​ປາ​ກິ​ສຖານ ​ໄດ້
ລາຍ​ງານ​ວ່າ ອົງການ Save the Children ມີ​ຄວາມ​ສຳພັນກັບທ່ານ Shakil Afridi
ຊາວ​ປາ​ກິ​ສ ຖານຜູ້​ເປັນທ່ານໝໍ ທີ່​ຖືກ​ກ່າວ​ຫາ​ວ່າ ອົງການ​ສືບ​ລັບ​ສະຫະລັດ ​ໄດ້​ເກນ​
ຜູ້ກ່ຽວໃຫ້ຊ່ອຍຊອກ​ຫາ ຫົວໜ້າ ກຸ່ມ al-Qaida ນາຍ Osama bin Laden ນັ້ນ.
ອົງການ​ດັ່ງກ່າວ​ໄດ້​ປະຕິ​ເສດຕໍ່​ການ​ມີ​ຄວາມສຳພັນ​ ໃດໆ ກັບ​ທ່ານໝໍຄົນນີ້.

ອົງການ Save the Children ​ເວົ້າ​ວ່າ “ວຽກ​ງານ​ຂອງ​ພວກ​ເຮົາ​ທັງ​ໝົດ ​ແມ່ນ​ອອກ
ແບບ​ມາ ​ແລະ ສົ່ງ​ມອບ ການ​ຮ່ວມ​ມືທີ່​ໃກ້ຊິດ​ກັ ບ ກະຊວງ​ຕ່າງໆ​ຂອງ​ລັດຖະບານ​
ໃນທົ່ວ​ປະ​ເທດ ​ແລະ ໂດຍແນໃສ່ເພື່ອ​ເຮັດ​ໃຫ້​ລະບົບ​ການໃຫ້​ບໍລິການ​ຕໍ່ສາທາ
ລະນະ​ຕ່າງໆ ໃນ​ດ້ານ​ສຸຂະພາບ ​ໂພ​ຊະນາ​ການ ການ​ສຶກສາ ​ແລະ ສະຫວັດດີ​ການ
ຂອງພວກເດັກນ້ອຍ ມີຄວາມເຂັ້ມ​ແຂງຂຶ້ນ.”

Your browser doesn’t support HTML5

Pakistan Save the Children