ປາກິສຖານ ເລື່ອນປະຊຸມ ສຸດຍອດ ໃນເຂດ ເອເຊຍໃຕ້

ໂຄສົກກະຊວງຕ່າງປະເທດປາກິສຖານ ທ່ານ Nafees Zakaria ຖະແຫຼງຕໍ່ສື່ມວນຊົນ ທີ່ກະຊວງການຕ່າງປະເທດ ໃນນະຄອນອິສລາມາບັດ (29 ກັນຍາ 2016)

ປາ​ກິ​ສຖານ​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຕົນ​ຈະ​ເລື່ອນ​ກອງ​ປ​ະຊຸມ​ປະມຸກ​ຂອງບັນດາ​ປະ​ເທດໃນ​ເຂ​ດ​ເອ​ເຊຍໃຕ້ຊຶ່ງ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ພະຈິກ​ອອກ​ໄປ ​ໂດຍ​ຖິ້ມ​ໂທດ​ໃສ່​ອິນເດຍທີ່​ເປັນ​ຄູ່​ປໍ​ລະ​ປັກ ທີ່ເຮັດ​ໃຫ້​ຂັ້ນຕອນ​ການ​ຮ່ວມ​ມືໃນພາກພື້ນດັ່ງກ່າວ ​ພັງ​ທະລາຍ​ລົງ.

ການ​ເຄື່ອນ​ໄຫວ​ດັ່ງກ່າວ ມີ​ຂຶ້ນທ່າມກາງຄວາມ​ເຄັ່ງ​ຕຶງ ໃນ​ເຂດ​ຊາຍ​ແດນ​ ແລະດ້ານ​ກາ​ນ ທູດ ​ລະຫວ່າງ​ອິສລາມາ​ບັດ​ ແລະ​ນິ​ວ​ເດ​ລີ ​ເພີ້ມທະວີ​ຂຶ້ນ ​ໂດຍ​ມີ​ການກ່າວ​ຫາ​ວ່າ ​ປາ​ກິ​ສ ຖານ​ເປັນ​ຜູ້​ຢູ່​ເບື້ອງຫຼັງການ​ໂຈ​ມຕີ​ຮ້າຍ​ແຮງ​ໃນຕົ້ນ​ເດືອນ​ກັນຍາ ຕໍ່​ຄ້າຍ​ທະຫານ​ອິນ​ເດຍ ​ໃນ​ແຄວ້ນ​ແຄັສ​ເມຍ​ທີ່​ມີ​ການ​ແບ່ງແຍກ.

ກ່ອນ​ໜ້ານີ້ອິນ​ເດຍ​ໄດ້​ຕັດສິນ​ໃຈ​ບໍ່​ໄປ​ຮ່ວມ​ກອງ​ປະຊຸມສຸດ​ຍອດສະມາຄົມເພື່ອ​ການຮ່ວມ​ມື​ພາກພື້ນ​ໃນ​ເຂດ​ເອ​ເຊຍ​ໃຕ້ທີ່​ເອີ້ນຫຍໍ້​ວ່າ SAARC ​ໂດຍ​ອ້າງ​ເຫດ​ຜົນໃນ​ອັນ​ທີ່​ຕົນ​ເອີ້ນ ວ່າ ການ​ໂຈມ​ຕີ​ກໍ່​ການ​ຮ້າຍ ​ຂ້າມ​ຊາຍ​ແດນ ຊຶ່ງ​ເປັນ​ຂໍ້​ກ່າວ​ຫາ ທີ່​ລັດຖະບານ​ປາ​ກິ​ສຖານ​ໄດ້​ປະຕິ​ເສດ.

ປາ​ກິ​ສຖານ ຊຶ່ງ​ຈະ​ເປັນ​ເຈົ້າພາບ ​ຈັດ​ກອງ​ປະຊຸມ​ສຸດ​ຍອດ ກ່າວ​ວ່າ ຕົນ​ຂໍສະ​ແດງ​ຄວາມ​ເສຍ​ໃຈ​ຕໍ່​ການ​ຕັດສິນ​ໃຈ​ທີ່​ຈະ​ບໍ່​ໄປ​ຮ່ວມ​ຂອງ​ອິນ​ເດຍອີງ​ຕາມ​ຖະ​ແຫຼງການ​ຂອງກະຊວງ​ກາ​ນຕ່າງປະ​ເທດ ທີ່​ນຳ​ອອກ​ເຜີຍ​ແຜ່​ຢູ່​ນະຄອນຫລວງ​ອິສລາມາ​ບັດ.

ຖະ​ແຫຼງການ​ກ່າວ​ຕື່ມ​ວ່າ “​ຈິດ​ໃຈ​ຂອງ​ກົດ​ບັດສະມາຄົມ​ເພື່ອ​ການ​ຮ່ວມ​ມື​ພາກພື້ນ​ໃນ​ເຂດ​ເອ​ເຊຍ​ໃຕ້ ​ໄດ້​ມີ​ການ​ລ່ວງ​ລະ​ເມີດ ​ເວລາ​ປະ​ເທດ​ສະມາຊິກ​ໃດ​ນຶ່ງ​ໄດ້ຍົກເອົາ​ບັນຫາ​ສອງ​ຝ່າຍ ​ມາ​ເປັນ​ເງົາ​ບົດ​ບັງກອງ​ປະຊຸມ​ການ​ຮ່ວມ​ມື​ພາກພື້ນຫຼາຍຝ່າຍ.”

ອົງການ​ສະຫະ​ປະຊາ​ຊາດ​ໃນ​ວັນ​ສຸກ​ວານ​ນີ້ ກ່າວ​ວ່າ ຕົນ​ມີ​ຄວາມ​ເປັນ​ຫ່ວງທີ່ສຸດ​ກ່ຽວກັບ​ຄວາມ​ເຄັ່ງ​ຕຶງ​ທີ່ເພີ້ມທະວີ​ຂຶ້ນລະຫວ່າງ​ສອງ​ປະ​ເທດ​ເພື່​ອນບ້ານ​ມະຫາ​ອຳນາດ​ນິວ​ເຄລຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ