ສານສູງສຸດຂອງປາກິສຖານ ໃນວັນອັງຄານວານນີ້ ໄດ້ເລີ້ມກວດສອບການສືບສວນທີ່ປາກົດວ່າ ບໍ່ແຈ້ງຂາວຂອງລັດຖະບານໃນສິ່ງທີ່ສານສູງສຸດກ່າວວ່າ “ເປັນການສັງຫານຢ່າງໂຫດຮ້າຍ” ຕໍ່ນັກຂ່າວສືບສວນທີ່ມີຊື່ສຽງສູງຂະນະ ທີ່ລາວຢູ່ໃນປະເທດເຄັນຢາ.
ທ່ານອາຊາດ ຊາຣີຟ (Arshad Sharif), ອາຍຸ 50 ປີຖືກຍິງໃສ່ຫົວພາຍໃຕ້ ສະຖານະການອັນລຶກລັບ ໂດຍເຈົ້າໜ້າທີ່ຕຳຫຼວດ ຢູ່ດ່ານກວດຄົນແຫ່ງນຶ່ງ ຢູ່ນອກນະຄອນຫຼວງໄນໂຣບີຂອງເຄັນຢາ ໃນເດືອນຕຸລາຜ່ານມາ ໃນອັນທີ່ ໄດ້ຖືກປະກາດຢ່າງໄວວາວ່າ ເປັນກໍລະນີການຍິງ “ຜິດຄົນ” ໂດຍຄິດວ່າ ທ່ານເປັນຄົນລັກຈີ້ເອົາລົດ.
ຄະນະຜູ້ພິພາກສາ 5 ຄົນ ທີ່ນຳພາໂດຍຫົວໜ້າສານ ໃນການຮັບຟັງຄະດີຂັ້ນຕົ້ນ ໄດ້ຮ້ອງຂໍໃຫ້ກະຊວງການຕ່າງປະເທດ ແລະກະຊວງພາຍໃນຂອງປາກິສຖານ ພ້ອມທັງອົງການສືບສວນລັດຖະບານກາງ ສົ່ງຄຳຕອບຂອງເຂົາເຈົ້າໃຫ້ໃນວັນພຸດມື້ນີ້ ເມື່ອສານກັບມາປະຊຸມກັນອີກ.
ໃນຖະແຫຼງການຂອງຕົນນັ້ນ ສານສູງສຸດປາກິສຖານກ່າວວ່າ “ປະຊາຄົມນັກຂ່າວ ແລະ ປະຊາຊົນສ່ວນໃຫຍ່ແມ່ນມີຄວາມໂສກເສົ້າຢ່າງເລິກເຊິ່ງ ແລະ ເປັນຫ່ວງກ່ຽວກັບການເສຍຊີວິດ ຂອງນັກຂ່າວອະວຸໂສຄົນນີ້ ແລະ ພວມສະແຫວງຫາທາງ ໃຫ້ມີການພິຈາລະນາຢ່າງຖີ່ຖ້ວນ ຂອງສານຕໍ່ເລື່ອງນີ້.”
ຜູ້ຈັດລາຍການຂ່າວ Arshad Sharif ທີ່ມີຊື່ສຽງໂດ່ງດັງກ່າວຢູ່ໃນກອງປະຊຸມກ່ຽວກັບ "ການສົມຮູ້ຮ່ວມຄິດເພື່ອປ່ຽນແປງລະບອບການປົກຄອງ ແລະເຮັດໃຫ້ປາກິສຖານຂາດສະຖຽນລະພາບ" ທີ່ນະຄອນຫລວງອິສລາມາບັດ ວັນທີ 22 ມິຖຸນາ, 2022.
ທ່ານຊາຣີຟ (Sharif) ໄດ້ເປັນຜູ້ຈັດລາຍການສົນທະນາດ້ານການເມືອງທາງໂທລະພາບທີ່ມີຊື່ສຽງຂອງອົງການຂ່າວ ອາຣີ ນີວສ໌ (ARY News) ມາເປັນເວລາຫລາຍປີ ກ່ອນທີ່ຈະຫລົບຫນີຈາກປາກິສຖານໄປຢູ່ເຄັນຢາ ໃນເດືອນ ກໍລະກົດຜ່ານມາ ໂດຍອ້າງເຖິງການຂົ່ມຂູ່ເຖິງຊີວິດຂອງທ່ານພາຍຫລັງທີ່ລັດຖະບານໄດ້ລົງທະບຽນຄະດີທໍລະຍົດຊາດຕໍ່ທ່ານ.
ການສັງຫານທ່ານໄດ້ເຮັດໃຫ້ເກີດຄວາມວຸ້ນວາຍຢູ່ໃນປາກິສຖານ, ໂດຍການຮຽກຮ້ອງໃຫ້ມີການສືບສວນທີ່ບໍ່ລຳອຽງ ເພື່ອກໍານົດວ່າໃຜເປັນຜູ້ຮັບຜິດຊອບຕໍ່ການເສຍຊີວິດຂອງທ່ານ.
ໃນລາຍງານສະບັບນຶ່ງ ຕຳຫຼວດເຄັນຢາກ່າວວ່າ ເຂົາເຈົ້າໄດ້ຕັ້ງສິ່ງກີດຂວາງຫົນທາງເພື່ອສະກັດກັ້ນພວກໂຈນລັກລົດແລະໄດ້ຍິງປືນໃສ່ລົດຂອງທ່ານຊາຣີຟ ໃນເວລາທີ່ລົດຄັນນັ້ນຂັບຜ່ານສິ່ງຕັນຫົນທາງໄປ ໃນຕອນກາງຄືນ ໂດຍບໍ່ໄດ້ຢຸດ. ບົດລາຍງານໃຫ້ນັ້ນກ່າວວ່າ ລູກປືນລູກນຶ່ງໃນຈຳນວນ 9 ລູກທີ່ຍິງໃສ່ລົດຄັນດັ່ງກ່າວ ໄດ້ຖືກຫົວຂອງທ່ານຊາຣີຟ.
ແຕ່ບັນດາເຈົ້າໜ້າທີ່ສືບສວນປາກິສຖານ, ຫຼັງຈາກໄປຢ້ຽມຢາມເຄັນຢາໃນເດືອນແລ້ວນີ້ ໄດ້ໂຕ້ແຍ້ງຕໍ່ການກ່າວອ້າງຂອງຕຳຫຼວດ ໂດຍກ່າວວ່າ ທ່ານຊາຣີຟແມ່ນຜູ້ໄດ້ຮັບເຄາະຮ້າຍໃນການສັງຫານແບບມີເປົ້າໝາຍ, ບໍ່ແມ່ນການຍິງຖືກໂດຍບັງເອີນ.