ສານສູງສຸດຂອງປາກິສຖານ ໃນມື້ວັນພະຫັດວານນີ້ ໄດ້ຍົກເລີກ ການຕັດສິນຂອງຮອງປະທານສະພາແຫ່ງຊາດ ທີ່ໄດ້ຂັດຂວາງການລົງຄະແນນສຽງບໍ່ໄວ້ວາງໃຈນາຍົກລັດຖະມົນຕີອິມຣານ ຄານ ທີ່ນໍາໂດຍພັກຝ່າຍຄ້ານ.
ຈາກຄວາມຂັດແຍ້ງພາຍໃນສະພາຕໍ່າໃນມື້ວັນອາທິດແລ້ວນີ້ ໄດ້ນໍາໄປສູ່ການຍຸບສະພາແຫ່ງຊາດ ໂດຍປະທານາທິບໍດີອາຣີຟ ອາລວີ (Alif Alvi), ເຊິ່ງປະ ຕິບັດຕາມຄໍາແນະນໍາ ຂອງທ່ານຄານ. ປະທານາທິບໍດີ ຍັງໄດ້ຮຽກຮ້ອງໃຫ້ມີການເລືອກຕັ້ງໃໝ່ ພາຍໃນ 90 ມື້ ແລະແຕ່ງຕັ້ງໃຫ້ທ່ານຄານ ເປັນຜູ້ບໍລິຫານຊົ່ວຄາວ ຫຼັງຈາກນາຍົກລັດຖະມົນຕີໄດ້ຍຸບຄະນະລັດຖະ ມົນຕີຂອງລາວ.
ນັກເຄື່ອນຂອງພັກຝ່າຍຄ້ານ ພາກັນສະເຫຼີມສະຫຼອງຄວາມດີໃຈ ລຸນຫຼັງທີ່ສານສູງສຸດ ໄດ້ປະກາດຄໍາຕັດສິນອອກມາ ຢູ່ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.
ຄະນະຜູ້ພິພາກສາຂອງສານສູງທັງ 5 ຄົນເຊິ່ງນໍາໂດຍຫົວໜ້າຜູ້ພິພາກສາຂອງປາກິສຖານ ທ່ານອູມາ ອະຕາ ບານດຽລ (Umar Ata Bandial), ຢ່າງໃດກໍຕາມ ໄດ້ປະກາດຢ່າງເປັນເອກະສັນວ່າຂັດຕໍ່ກົດໝາຍລັດຖະທໍາມະນູນໃນທຸກໆ ຂັ້ນຕອນ ເລີ້ມຈາກການທີ່ຮອງປະທານສະພາ, ໄດ້ປະກາດວ່າການລົງຄະແນນສຽງບໍ່ໄວ້ວາງໃຈນັ້ນ ບໍ່ຖືກຕ້ອງຕາມກົດໝາຍ ຍ້ອນໄດ້ຮັບການສະໜັບສະໜຸນໂດຍ “ມະຫາອໍານາດຕ່າງປະເທດ.”
ຄໍາສັ່ງໃນໄລຍະສັ້ນຂອງສານ ໃນມື້ວັນພະຫັດວານນີ້ ໄດ້ປະກາດວ່າ ການຕັດ
ສິນດັ່ງກ່າວ “ແມ່ນຂັດຕໍ່ລັດຖະມໍາມະນູນ ແລະກົດໝາຍ, ອັນບໍ່ມີຜົນທາງດ້ານກົດໝາຍ, ແລະດ້ວຍເຫດນີ້ ແມ່ນຍົກເລີກ ຕໍ່ການພິຈາລະນາຕັດສິນດັ່ງກ່າວ.” ຄໍາສັ່ງໄລຍະສັ້ນຂອງສານໄດ້ກ່າວຕໍ່ໄປວ່າ “ຄໍາແນະນໍາຂອງນາຍົກລັດຖະມົນຕີ ຕີ...ໃຫ້ປະທານາທິບໍດີຍຸບສະພານັ້ນ ແມ່ນຂັດຕໍ່ລັດຖະທໍາມະນູນ ແລະບໍ່ມີຜົນທາງດ້ານກົດໝາຍ.”
ກອງທະຫານເສີມ ພາກັນຢືນຍາມຢູ່ບໍລິເວນສະຖານທີ່ຂອງສານສູງສຸດປາກິສຖານ, ໃນນະຄອນຫຼວງອິສລາມາບັດ, ວັນທີ 7 ເມສາ 2022.
ຄໍາຕັດສິນ ຍັງໄດ້ຟື້ນຟູອຳນາດຂອງທ່ານຄານໃຫ້ກັບມາເປັນນາຍົກລັດຖະມົນຕີຄືນໃໝ່ ແລະລວມເຖິງຄະນະລັດຖະມົນຕີຂອງທ່ານກໍເຊັ່ນກັນ, ມີການຮຽກຮ້ອງໃຫ້ສະພາແຫ່ງຊາດຈັດການປະຊຸມຄືນໃໝ່ ໃນຕອນເຊົ້າວັນເສົານີ້ຕໍ່ການຈັດລະ ບຽບ ການລົງຄະແນນສຽງບໍ່ໄວ້ວາງໃຈເພື່ອກໍານົດຊະຕາກຳຂອງນາຍົກລັດຖະ ມົນຕີທີ່ພວມດີ້ນຮົນຕໍ່ສູ້. ຄຳຕັດສິນຍັງເສີມວ່າ ຖ້າມະຕິບໍ່ໄວ້ວາງໃຈ “ຫາກປະ ສົບຄວາມສໍາເລັດ ນັ້ນກໍໝາຍຄວາມວ່າຈະຕ້ອງຈັດການປະຊຸມໃນທັນທີ, ແລະການປະຊຸມໃນປັດຈຸບັນ ກໍຍັງຄົງຈະດໍາເນີນຕໍ່ໄປ ເພື່ອເລືອກເອົານາຍົກລັດຖະມົນຕີ.”
ທ່ານຄານ ໄດ້ສູນເສຍຄະແນນສຽງສ່ວນຫຼາຍ ຢູ່ໃນສະພາຕໍ່າ ທີ່ມີສະມາຊິກທັງໝົດຈໍານວນ 342 ຄົນ ໃນການລົງຄະແນນສຽງບໍ່ໄວ້ວາງໃຈ ໃນມື້ວັນອາທິດແລ້ວນີ້ ລຸນຫຼັງທີ່ສະມາຊິກສະພາຈາກພັກລັດຖະບານຂອງທ່ານ ໄດ້ໂຕນພັກ ແລະຄູ່ຮ່ວມໃນລັດຖະບານປະສົມຂອງທ່ານກໍໄດ້ປ່ຽນພັກ ໂດຍໄປເຂົ້າຮ່ວມກັບພັກຝ່າຍຄ້ານ.
ຜູ້ນໍາພັກຝ່າຍຄ້ານຂອງປາກິສຖານ ທ່ານເຊບາສ ຊາຣີຟ (Shehbaz Sharif), ກ່າວຢູ່ໃນການຖະແຫຼງຂ່າວ ກັບພວກຜູ້ນໍາພັກຄົນອື່ນໆ ໃນນະຄອນຫຼວງອິສລາມາບັດ, ເມື່ອວັນທີ 7 ເມສາ 2022.
ອະດີດດາລາຄຣິກເກັດຫຼືຕີຄີອາຍຸ 69 ປີ ຈາກພັກປາກິສຖານ ເຕຣິກ-ເອ-ອິນຊາຟ ຫຼື PTI ໄດ້ຮັບໄຊຊະນະບ່ອນນັ່ງໃນສະພາສ່ວນຫຼາຍໃນການເລືອກຕັ້ງປີ 2018, ແຕ່ບໍ່ໄດ້ຮັບເປັນສຽງສ່ວນຫຼາຍ ອັນເຮັດໃຫ້ທ່ານຄານຕ້ອງໄດ້ຈັດຕັ້ງລັດ ຖະບານປະສົມຂຶ້ນມາ.