ປາກິສຖານ ຈະຈັດການເລືອກຕັ້ງໃໝ່ ຫຼັງຈາກການລົງຄະແນນສຽງບໍ່ໄວ້​ວາງ​ໃຈ ຕໍ່ນາຍົກລັດຖະມົນຕີ ຖືກປະກາດວ່າ ຜິດກົດໝາຍ

ຜູ້ສະໜັບສະໜູນພັກ ເທຣີກ-ອີ-ອິນຊາຟ, ຮ້ອງຄຳຂວັນ ໃນການສະໜັບສະໜູນ ນາຍົກລັດຖະມົນຕີ ອິມຣານ ຄານ ຢູ່ນອກຕຶກສະພາແຫ່ງຊາດ ໃນນະຄອນຫຼວງ ອິສລາມາບັດ. 3 ເມສາ, 2022.

ນາຍົກລັດຖະມົນຕີ ປາກິສຖານ ທ່ານ ອິມຣານ ຄານ ໄດ້ລອດຈາກການພະ ຍາຍາມທີ່ນຳໜ້າໂດຍຝ່າຍຄ້ານ ເພື່ອປົດທ່ານອອກຈາກຕຳແໜ່ງ ຜ່ານການລົງຄະແນນສຽງບໍ່ໄວ້​ວາງ​ໃຈທີ່ເປັນບັນຫາໃນສະພາແຫ່ງຊາດ.

ໃນທັນທີທີ່ສະພາແຫ່ງຊາດ ທີ່ມີສະມາຊິກ 342 ຄົນ ຫຼື ສະພາຕໍ່າ, ໄດ້ເລີ່ມກອງປະຊຸມທີ່ໄດ້ມີການລໍຄອຍຢ່າງຕັ້ງໜ້າຕັ້ັງຕາເພື່ອພິຈາລະນາການປົດທ່ານ ຄານ ນັ້ນ, ລັດຖະມົນຕີກົດໝາຍທ່ານ ຟາວາດ ຮຸສເຊນ ໄດ້ຮຽກຮ້ອງ ໃຫ້​ຜູ້​ຮັກ​ສາການປະທານສະພາຕໍ່າ ປະກາດການລົງຄະແນນສຽງດັ່ງກ່າວວ່າຜິດກົດໝາຍ ສຳລັບການກ່າວຫາ ທີ່ຖືກສະໜັບສະໜູນໂດຍ ສະຫະລັດ.

ທ່ານລັດຖະມົນຕີໄດ້ອ້າງມາດຕາຂອງລັດຖະທຳມະນູນໃນຄຳປາໄສສັ້ນໆຂອງທ່ານວ່າ “ຄວາມຈົງຮັກພັກດີຕໍ່ລັດ ແມ່ນໜ້າທີ່ພື້ນຖານ ຂອງປະຊາຊົນທຸກໆຄົນ.”

ປະທານ ກາຊິມ ຄານ ຊູຣີ ໄດ້ຕັດສິນວ່າ ທ່ານບໍ່ສາມາດອະນຸຍາດໃຫ້ຈັດການລົງຄະແນນສຽງ ກ່ຽວກັບ ສິ່ງທິີ່ທ່ານໄດ້ກ່າວວ່າເປັນການເຄື່ອນໄຫວລົງ​ມະ​ຕິ​ບໍ່​ໄວ້​ວາງ​ໃຈ ທີ່ຜິດກົດໝາຍຕໍ່ນາຍົກລັດຖະມົນຕີ.

ທ່ານ ຊູຣີ ໄດ້ກ່າວ, ໃນຂະນະທີ່ທ່ານໄດ້ເລື່ອນກອງປະຊຸມພິເສດຢ່າງວ່ອງໄວທ່າມກາງການປະ ທ້ວງ ໂດຍພວກສະມາຊິກສະພາຝ່າຍຄ້ານວ່າ “ບໍ່ມີອຳນາດຕ່າງປະເທດໃດໆຄວນໄດ້ຮັບອະນຸ ຍາດໃຫ້ໂຄ່ນລົ້ມລັດຖະບານທີ່ຖືກເລືອກຜ່ານການສົມຮູ້ຮ່ວມຄິດ.”

ສະຫະລັດ ໄດ້ປະຕິເສດການມີບົດບາດ ເພື່ອພະຍາຍາມທີ່ຈະປົດນາຍົກລັດຖະ ມົນຕີນີ້.

ຜູ້ຕາງ​ໜ້າກະຊວງການຕ່າງປະເທດຄົນນຶ່ງ ໃນຂະນະທີ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ຄວາມຄືບໜ້າ ແລະ ການກ່າວຫາຄັ້ງໃໝ່ ກ່ຽວກັບ ການແຊກແຊງຂອງ ສະ ຫະລັດ ຕໍ່ວີໂອເອໃນວັນອາທິດວານນີ້ວ່າ ມັນ “ບໍ່ມີຄວາມຈິງ” ຕໍ່ການກ່າວຫາທີ່ວ່ານີ້.

ຜູ້ແທນຄົນດັ່ງກ່າວໄດ້ເວົ້າວ່າ “ພວກເຮົາກຳລັງຕິດຕາມຄວາມຄືບໜ້າ ໃນ ປາກິສຖານ ຢ່າງໃກ້ ຊິດ. ພວກເຮົາເຄົາລົບ ແລະ ສະໜັບສະໜູນຂັ້ນຕອນຕາມລັດຖະທຳມະນູນ ແລະ ລະບຽບກົດ ໝາຍຂອງ ປາກິສຖານ.”

ອ່ານຂ່າວນີ້ເປັນພາສາອັງກິດ