ປາກິສຖານ ປ່ອຍນັກໂທດ ທາລິບານອັຟການິສຖານ

ປະທານາທິບໍດີ Hamid Karzai ນໍາພາຝ່າຍອັຟການິສຖານ (ຊ້າຍ) ເຈລະຈາກັບ ຝ່າຍປາກິສຖານ ທີ່ນໍາໂດຍນາຍົກລັດຖະມົນຕີ Nawaz Sharif, ຕອນທ່ານກາຊາຍ ໄປຢ້ຽມຢາມປາກິສຖານ ວັນທີ 26 ສິງຫາ 2013.

ປາ​ກິ​ສຖານ ກ່າວ​ວ່າ ຕົນ​ກໍາລັງຈະ​ປ່ອຍນັກ​ໂທ​ດ ທາ​ລິ​ບານ
ຈາກ ອັຟກາ​ນິສຖານ ​ເຈັດ​ຄົນ ​ເພື່ອ​ຊ່ວຍ​ເຮັດໃຫ້​ ຂັ້ນ​ຕອນ
​ການ​ສ້າງສັນຕິ​ພາບ ຢູ່​ໃນອັຟກາກິ​ສຖານ ສະດວກ​ຂຶ້ນ.

ປາ​ກິ​ສຖານ ​ໄດ້​ປະກາດ​ຂ່າວການ​ປ່ອຍ​ໂຕ​ໃນ​ວັນ​ເສົາ​ມື້​ນີ້ ​ພຽງ
|ບໍ່​ເທົ່າ​ໃດ​ມື້​ຫລັງ​ຈາກ ປະທານາທິບໍດີ Hamid Karzai ​ໄດ້ໄປ
ຢ້ຽມຢາມ ນະຄອນ Islamabad ​ເພື່ອ​ສົນທະນາ​ເລື້ອງ ​ການເຈລະຈາ​ສັນ​ຕິພາບ.

ການ​ປ່ອຍ​ໂຕນັກ​ໂທດ​ທາ​ລິ​ບານ​ຊຸດ​ຫລ້າ​ສຸດ​ນີ້ ​ເປັນ​ການ ​ເພີ້​ມຕື່ມ​ໃສ່ ຈໍາ​ນວນນັກ​ໂທດ
26 ຄົນ ທີ່ຖືກປ່ອຍ​ໂຕ​ໃນ​ປີ​ກາຍ​ນີ້.

ບັນດາ​ຜູ້​ນໍາ ອັຟກາ​ນິສຖານ ​ໄດ້​ກ່າວ​ຫາ​ມາ​ເປັນ​ເວລາ​ນານ​ແລ້ວ​ວ່າ ​ເພື່ອນ​ບ້ານໃກ້​ຄຽງ
ປາ​ກິ​ສ​ຖານ ​ໄດ້​ໃຫ້​ບ່ອນ​ພັກ​ເຊົາ​ແກ່ ບັນດາ​ຜູ້​ນໍາສຸງສຸດຂອງ ທາ​ລິ​ບານ ​ແລະວ່າ​ອົງການ​
ສືບ​ລັບ​ ISI ຂອງ​ປາ​ກິ​ສຖານ ​ໄດ້ຊ່ວຍ​ພວກກະບົດ ວາງ​ແຜນ​ການ​ໂຈມ​ຕີຂ້າມ​ຊາຍ​ແດນ
ເຂົ້າໄປ​ໃນ​ອັຟກາ​ນິສຖານ ​ເພື່ອ​ໂຈມ​ຕີກໍາລັງທ້ອງ​ຖິ່ນ ​ແລະ​ກໍາລັງ​ນາໆ​ຊາດ ທີ່​ນໍາພາ
ໂດຍສະຫະລັດນັ້ນ. ປາ​ກິ​ສຖານ​ ​ໄດ້​ປະຕິ​ເສດ​ການ​ກ່າວ​ຫາດັ່ງກ່າວ.

ປາ​ກິ​ສຖານ ກ່າວ​ວ່າ ຕົນ​ໄດ້​ຊ່ວຍ​ເຫລື​ອ ຜູ້ຕາງໜ້າ ທາ​ລິ​ບານ ຊາວ​ກວ່າ​ຄົນ ​ເດີນທາງ​
ໄປ Qatar ​ເພື່ອ​ເປີດ​ຫ້ອງການໆເມືອງ​ໃໝ່ຢູ່​ທີ່​ນັ້ນ ​ໃນ​ເດືອນມິຖຸ​ນາ ອັນເປັນ​ພາກ​ສ່ວນ​
ຂອງ ​ແຜນ​ສັນຕິພາບຂອງ​ສະຫະລັດ ​ເພື່ອ​ໃຫ້​ພວກ​ກະບົດ ມີທີ່ຢູ່ ສໍາລັບ​ການ​ຕິດ​ຕໍ່​ພົວ
ພັນ​ ທີ່ເຂົາ​ເຈົ້າ​ສາມາດໃຊ້ ​ໃນ​ການ​ເຈລະຈາ​ສັນຕິພາບ​ນັ້ນ.

​ແຕ່​ວ່າ ການ​ໂຕ້​ແຍ້​ງກັນ​ກ່ຽວ​ກັບ​ພິທີເປີດຫ້ອງການ​ໃໝ່ ​ແລະ​ຂໍ້​ສະ​ເໜີ​ໃຫ້​ມີ​ການ​ປະຊຸມ​
ກັນໂດຍ​ກົງ ລະ​ຫວ່າງກຸ່ມ ທາ​ລິ​ບານ ​ກັບເຈົ້າ​ໜ້າ​ທີ່ສະຫະລັດ ທີ່ເຮັດ​ໃຫ້ ປະທານາທິບໍ
ດີ Kazai ບໍ່ພໍ​ໃຈ ແລະ​ເຮັດໃຫ້​ທ່ານ ປະ​ທ້ວງ​ ບໍ່​ຍອມ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິ​ພາບ.

ມາ​ບັດ​ນີ້ ບັນດາ​ເຈົ້າ​ໜ້າທີ່ອັຟກາ​ນິສຖານ ກັບ​ໄດ້​ຮຽກຮ້ອງໃຫ້​ປາ​ກິ​ສຖານ ​ໃຊ້ອິດ​ທິພົນ
ອັນ​ດຽວ​ກັນ​ນັ້ນ ແຊກ​ແຊງ ເພື່ອ​ຊ່ວຍ​ໃຫ້​ມີ​ການ​ພົບ​ປະກັນ​ໂດຍ​ກົງ ​ລ​ະຫວ່າງພວກຜູ້
ຕາງໜ້າ
ທາ​ລິ​ບານ ​ແລະ​ສະມາຊິກ​ສະພາ​ສັນ​ຕິພາບ ຂອງອັ​ຟກາ​ນິສຖານ.