ຕຳຫຼວດປາກິສຖານ ໄດ້ເລີ້ມທຳການໂຈມຕີພວກນັກຂ່າວໂທລະ
ພາບແລະນັກຂ່າວອື່ນໆ ທີ່ໄປເອົາຂ່າວການປະທະກັນລະຫວ່າງ
ພວກປະທ້ວງຕໍ່ຕ້ານລັດຖະບານແລະຕຳຫຼວດ ໃນນະຄອນຫຼວງ
ອິສລາມາບັດ.
ທ້າວ Ayaz Gul ຜູ້ສື່ຂ່າວວີໂອເອ ທີ່ເມືອງຫຼວງຂອງປາກິສຖານ
ກ່າວວ່າ ນັກຖ່າຍພາບຫຼາຍຄົນທີ່ເຮັດວຽກກັບພວກອົງການຂ່າວ
ປາກິສຖານ ໄດ້ຮັບບາດເຈັບໃນວັນອາທິດມື້ນີ້ ແລະພວກນັກ
ຂ່າວຫຼາຍຄົນໄດ້ຖືກຕຳຫຼວດທຸບຕີ ເຊັ່ນກັນ.
ລັດຖະມົນຕີທ່ານນຶ່ງທີ່ໃກ້ຊິດກັບນາຍົກລັດຖະມົນຕີ Nawaz
Sharif ໄດ້ປະນາມການໂຈມຕີພວກນັກຂ່າວ ແລະບັນດາອົງການຂ່າວໃນທົ່ວປະເທດ
ກໍໄດ້ປະນາມ ເຊັ່ນກັນ.
ພວກປະທ້ວງ ຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດ ແລະຫລາຍກວ່າ 300 ຄົນໄດ້ຮັບບາດເຈັບ
ນັບແຕ່ການປະທະກັນໄດ້ເລີ້ມຂຶ້ນໃນວັນເສົາວານນີ້ ເວລາພວກປະທ້ວງທີ່ພາກັນປຸກເຕ້ນ
ພັກແຮມຢູ່ຂ້າງນອກຕຶກສະພາແຫ່ງຊາດ ມາເປັນເວລາ 2 ສັບປະດາ ພະຍາຍາມຈະບຸກ
ເຂົ້າໄປໃນບ້ານພັກຂອງນາຍົກລັດຖະມົນຕີ ໂດຍໃຊ້ລົດຍົກ ຂົນສິ່ງກີດກັນຕ່າງໆອອກ.
ຕຳຫຼວດໄດ້ຕອບໂຕ້ດ້ວຍແກສນ້ຳຕາ ແລະຍິງລູກປືນຢາງໃສ່.
ພວກປະທ້ວງ ທີ່ຮຽກຮ້ອງໃຫ້ທ່ານ Sharif ລາອອກຈາກຕຳແໜ່ງແມ່ນນຳພາໂດຍທ່ານ Imran Khan ນັກກີລາ cricket ທີ່ຫັນມາເປັນນັກການເມືອງ ແລະທ່ານ Tahir-ul-
Qadri ນັກບວດທີ່ປຸກລະດົມຜູ້ຄົນກໍ່ການຈະລາຈົນ. ພວກປະທ້ວງໄດ້ກ່າວຫາວ່າ ມີການ
ສໍ້ໂກງຢ່າງຫຼວງຫຼາຍໃນການເລືອກຕັ້ງຄັ້ງວັນທີ 13 ພຶດສະພາຜ່ານມາ ທີ່ໄດ້ນຳເອົາທ່ານ Sharif ຂຶ້ນກຳອຳນາດດ້ວຍສຽງຂ້າງຫຼາຍຢູ່ໃນສະພານັ້ນ.
ພວກນັກສັງເກດການນາໆຊາດ ກ່າວວ່າ ການປ່ອນບັດເລືອກຕັ້ງສ່ວນໃຫຍ່ ດຳເນີນໄປ
ຢ່າງເສລີ ແລະຍຸຕິທຳ.
ທ່ານ Sharif ກ່າວວ່າ ທ່ານຈະບໍ່ລາອອກຈາກຕຳແໜ່ງ. ທ່ານໄດ້ພະຍາຍາມແກ້ໄຂບັນຫາ
ການເມືອງທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມາ ຜ່ານການເຈລະຈາກັນມາ ຫຼາຍຮອບກັບບັນດາ
ຜູ້ນຳຝ່າຍຄ້ານ ແຕ່ບໍ່ປະສົບຜົນສຳເລັດ.
Your browser doesn’t support HTML5
pakistanpolitics31august14