ສານສູງສຸດ ປາກິສຖານ ຕັດສິນວ່າ ທ່ານ Gilani ບໍ່ມີສິດ ເປັນນາຍົກອີກ

  • ສິງ ບູຣົມມະວົງ

ນາຍົກລັດຖະມົນຕີ Yousuf Raza Gilani ແຫ່ງປາກິສຖານໂບກມື ໃສ່ປະຊາຊົນເວລາເດີນທາງມາຮອດສານສູງສຸດ ໃນກຸງອິສລາມາບັດ ປາກິສຖານ. ວັນທີ 19 ມິຖຸນາ 2012.























ສານ​ສູງ​ສຸດ​ຂອງ​ປາ​ກິ​ສຖານ​ໄດ້​ປະກາດ​ວ່າ ນາຍົກລັດຖະມົນຕີ Yousaf Raza Gilani ຂາດ​ຄຸນສົມ​ບັດ​ຫຼືບໍ່​ມີ​ສິດ​ດໍາລົງ​ຕໍາ​ແໜ່​ງ​ໄດ້ ຊຶ່ງ​ເຮັດໃຫ້​ປະ​ເທດ​ຕົກ​ຢູ່​ໃນ​ຄວາມ​ປັ່ນ​ປ່ວນ​ທາງ​ດ້ານ​ການ​ເມືອງ​ຮອບ​ໃໝ່.

​ໃນ​ວັນ​ທີ 26 ​ເມສາ​ຜ່ານ​ມາ ສານ​ສູງ​ສຸດໄດ້​ຕັດສິນ​ວ່າ ທ່ານ Gilani ມີຄວາມ​ຜິດໃນ​ຂໍ້​ຫາ​ຖານ​ປະໝາດ​ ບໍ່​ຍອມ​ຮ້ອງ​ຂໍ​ໃຫ້ທາງ​ການ​ຂອງ Switzerland ໄຂການ​ສືບສວນ​ສອບ​ສວນ​ຂອງ​ພ​ວກເຂົາ​ເຈົ້າ​ຄືນກ່ຽວ​ກັບ​ການ​ສໍ້​ລາດ​ບັງຫຼວງ​ຂອງ​ປະທານາທິບໍດີ Asif Ali Zardari ນັ້ນ.

ທ່ານ Iftikar Chaudhry ຫົວໜ້າ​ຜູ້​ພິພາກສາສານ​ສູງ​ສຸດ ຕັດສິນ​ວ່າ ຍ້ອນ​ທ່ານ Gilani ບໍ່​ໄດ້​ຂໍອຸທອນ​ຕໍ່​ຄໍາ​ຕັດສິນ​ມີ​ຄວາມ​ຜິດ​ນັ້ນ ທ່ານ​ຈຶ່ງ​ບໍ່​ມີ​ສິດ​ຈະ​ເປັນສະມາຊິກ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ​ບໍ່​ມີ​ສິດ​ເປັນ​ນາຍົກ​ລັດຖະມົນຕີ​ຂ​ອງປະ​ເທດໄດ້.

ທ່ານ Fawad Chaudhry ຜູ້​ຊ່ອຍ​ວຽກ​ຂັ້ນ​ອາວຸ​ໂສ​ຂອງ​ທ່ານ Gilani ໄດ້ໃຫ້​ຄໍາ​ຕອບ​ຕໍ່​ຄໍາ​ຕັດສິນ​ດັ່ງກ່າວ ​ໂດຍເວົ້າວ່າ ມີ​ແຕ່​ສະຫາ​ແຫ່ງ​ຊາດເທົ່າ​ນັ້ນ ​ທີ່​ສາມາດ​ປົດ​ນາຍົກລັດຖະມົນຕີ​ໄດ້ ບໍ່​ແມ່ນ​ສານ. ​ແຕ່​ອິງ​ຕາມກົດໝາຍ​ຂອງ​ປາ​ກິ​ສຖານ​ແລ້ວ ກໍ​ແມ່ນ​ວ່າບຸກຄົນ​ໃດ​ກໍ​ຕາມທີ່​ເຄີຍ​ຖືກຕັດສິນ​ມີ​ຄວາມ​ຜິດ​ມາ​ກ່ອນ ຈະ​ຮັບ​ໃຊ້​ຢູ່​ໃນ​ສະພາ​ແຫ່ງ​ຊາດບໍ່​ໄດ້.

ສານ​ໄດ້​ສັ່ງ​ໃຫ້​ປະທານາທິບໍດີ Zardari ​ເອົາ​ບາດກ້າວ​ຕ່າງໆ​ສໍາລັບການ​ເລືອກ​ຕັ້ງ​ເອົາ​ນາຍົກລັດຖະມົນຕີຄົນ​ໃໝ່. ພາຍ​ໃຕ້​ກົດໝາຍ​ລັດຖະທໍາມະນູນ ປະທານາທິບໍດີ​ຈະ​ຕ້ອງ​ຮຽກ​ກອງ​ປະຊຸມ​ຮ່ວມ​ຂອງ​ສະພາ​ແຫ່ງ​ຊາດ ເພື່ອ​ເລືອກ​ເອົາ​ນາຍົກລັດຖະມົນຕີ​ຄົນ​ໃໝ່.