ປາກິສຖານເປີດດ່ານຂ້າມຊາຍແດນ ໃຫ້ເນໂຕ້ຄືນແລ້ວ.

  • ບົວສະຫວັນ

ລົດບັນທຸກຂອງປາກິສຖານ ທີ່ລໍາລຽງສໍາພາລະ ໄປໃຫ້ທະຫານເນໂຕ້ ໄດ້ເຂົ້າໄປໃນຊາຍແດນອັຟການິສຖານ ໂດຍຜ່ານດ່ານທີ່ເມືອງ Torkham, ໃນວັນອາທິດມື້ນີ້, ທີ 10 ຕຸລາ 2010.

ປາກິສຖານ ໄດ້ປີດດ່ານຂ້າມຊາຍແດນ ໄປຍັງອັຟການິສຖານ ໃນວັນທີ 30 ກັນຍາ ຫລັງຈາກການໂຈມຕີຂອງເນໂຕ້ ສັງຫານທະຫານປາກິສຖານ 2 ຄົນ.

ປາກິສຖານໄດ້ປິດ ດ່ານຂ້າມຊາຍແດນ Torkham ທີ່ຢູ່​ໃນເຂດຊົນເຜົ່າ Khyber ​ໃນ​ພາກຕາເວັນຕົກສຽງເໜືອ ຂອງປະ​ເທດ ເມື່ອວັນທີ່ 30 ເດືອນກັນຍາ ຊຶ່ງເປັນມື້ດຽວ ກັນກັບທີ່ຍົນເຮລິຄອບເຕີຂອງເນໂຕ້ ໄດ້ຍິງລູກສອນໄຟ ໃສ່ຄ້າຍທະຫານປາກິສຖານ​ແຫ່ງ​ນຶ່ງ ທີ່ສົ່ງຜົນ​ເຮັດໃຫ້ ທະຫານປາກິສຖານເສຍຊີວິດສອງຄົນນັ້ນ.

ການສອບສວນເຫດການຮ່ວມລະຫວ່າງເນໂຕ້ ແລະລັດ ຖະບານປາກິສຖານ ພົບຫລັກຖານວ່າ ເປັນຄວາມເຂົ້າໃຈ ຜິດຂອງນັກບິນອາເມຣິກັນ ທີ່​ຄິດ​ວ່າ​ເປັນ​ຄ້າຍ​ຂອງພວກ ຫົວຮຸນແຮງ ຊຶ່ງສະຫະລັດກໍໄດ້ຂໍຂະມາໂທດ ສໍາລັບອຸບັດ ຕິເຫດອັນນີ້ແລ້ວ.

ການປິດຊາຍແດນໄດ້ເຮັດໃຫ້ລົດບັນທຸກຂອງ​ເນ​ໂຕ້ ຕ້ອງ ຕົກຄ້າງຢູ່ຕາມ​ເສ້ນ​ທາງ​ແຄບໆ​ທີ່​ເນ່ງ​ໄປ​ໃສ່​ດ່ານ​ນັ້ນ ຊຶ່ງ​ເປັນການ​ເຜີຍ​ແບ​ໃສ່ການໂຈມຕີຂອງພວກຫົວຮຸນແຮງ.

ຂະນະ​ດຽວ​ກັນ ພວກເຈົ້າໜ້າທີ່ສືບລັບໃນປາກິສຖານກ່າວວ່າ ​ເ​ຮືອບິນບໍ່ມີຄົນຂັບຂອງສະ ຫະລັດໄດ້ໂຈມຕີເຂດຊົນເຜົ່າ ​ໃນ​ພາກຕາເວັນຕົກສຽງເໜືອຂອງປາກິສຖານ ​ໃນ​ວັ​ນອາທິດ​ມື້​ນີ້ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງ​ນ້ອຍ 7 ຄົນ.

ພວກເຈົ້າໜ້າທີ່ກ່າວວ່າ ​ການໂຈມຕີ​ໄດ້ແນເປົ້າໃສ່ບ້ານຫລັງນຶ່ງໃນ​ເຂດ Waziristan ເໜືອ ທີ່ຮູ້ກັນວ່າເປັນບ່ອນຫລົບລີ້ຂອງກຸ່ມອາລຄາອີດາ ແລະພວກຫົວຮຸນແຮງຢູ່​ໃນເຂດຊາຍແດນ ອັຟການິສຖານນັ້ນ.

ກ່ອນ​ໜ້າ​ນັ້ນ ​ໃນ​ວັນ​ອາທິດ​ນີ້ ກຸ່ມ​ທາ​ລີ​ບານ​ໃນ​ປາ​ກິ​ສຖານ​ໄດ້​ກ່າວ​ອ້າງ​ວ່າ ພວກ​ຕົນ​ໄດ້​ຈູດ​ເຜົາ​ລົດ​ບັນທຸກ​ນໍ້າມັນ​ຂອງ​ເນ​ໂຕ້ 29 ຄັນ ​ໃນ​ເຂດ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ປາ​ກິ​ສຖານ ​ໃນ​ມື້ວານ​ນີ້ ​ແລະ​ເວົ້າ​ອີກ​ວ່າ ການ​ໂຈມ​ຕີ​ຈະ​ມີ​ຂຶ້ນ​ຕໍ່​ໄປ ຈົນ​ກ່ວາ​ສະຫະລັດ​ຈະ​ຢຸດ​ເຊົາທໍາ​ການ​ໂຈມ​ຕີ​ໃສ່ດິນ​ຂອງ​ປາ​ກິ​ສຖານ ​ໂດຍ​ເ​ຮື​ອບິນ​ບໍ່​ມີ​ຄົນ​ຂັບ​ນັ້ນ.