ທີ່ປາກິສຖານ ຊາວຄຣິສຕຽນໃນທົ່ວປະເທດ ພາກັນໄວ້ອາໄລ
ໃນວັນຈັນມື້ນີ້ ນຶ່ງມື້ຫຼັງຈາກຜູ້ໂຈມຕີສະຫຼະຊີບສອງຄົນ ລະເບີດ
ໂຕຕາຍຢູ່ນອກໂບດຄຣິສຕຽນສອງແຫ່ງໃນເມືອງ Lahore ທີ່
ໄດ້ເອົາຊີວິດຜູ້ຄົນໄປ 15 ຄົນ ຮວມທັງເດັກນ້ອຍຜູ້ຊາຍຄົນນຶ່ງ
ອາຍຸ 9 ຂວບ.
ພວກໂຮງຮຽນຄຣິສຕຽນຕ່າງໆໃນປາກິສຖານ ປິດໃນວັນຈັນມື້ນີ້
ເພື່ອທຳພິທີສົ່ງສະການພວກທີ່ໄດ້ຮັບເຄາະຮ້າຍເສຍຊີວິດໄປນັ້ນ.
ມີ 70 ຄົນໄດ້ຮັບບາດເຈັບ ໃນການໂຈມຕີເມື່ອວັນອາທິດວານນີ້
ເວລາມືປືນສອງຄົນ ພະຍາຍາມຍິງປືນບຸກເຂົ້າໄປໃນໂບດເຫຼົ່າ
ນັ້ນໃນລະຫວ່າງການທຳພິທີທາງສາສະໜາ ໃນຄຸ້ມ Youhanabadທີ່ປະຊາຊົນສ່ວນຫຼາຍເປັນຊາວຄຣິສຕຽນໃນເຂດຊານເມືອງ Lahore.
ເວລາພວກເຈົ້າໜ້າທີ່ຮັກສາຄວາມປອດໄພ ຢຸດພວກມືປືນຢູ່ທາງເຂົ້າໂບດ ພວກເຂົາກໍກົດປຸ່ມຂະນວນລະເບີດຂອງພວກເຂົາ.
ແຜນທີ່ເມືອງ ລາຮໍ
ກຸ່ມຫົວຮຸນແຮງກຸ່ມນຶ່ງທີ່ເປັນພັນທະມິດກັບກຸ່ມຕາລີບັນ
ປາກິສຖານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມ
ຕີຄັ້ງນີ້.
ພວກ ຊາວຄຣິສຕຽນໃນຫຼາຍຫົວເມືອງ ຮວມທັງເມືອງ
Lahore ພາກັນເດີນຂະບວນຢູ່ຕາມຖະໜົນໃນວັນຈັນມື້ນີ້
ຄືກັນກັບຈຳນວນນຶ່ງໄດ້ ພາກັນເດີນຂະບວນໃນວັນອາທິດ
ວານນີ້ ເພື່ອປະທ້ວງຕໍ່ອັນທີ່ພວກເຂົາເຈົ້າເວົ້າວ່າ ເປັນຄວາມ
ລົ້ມແຫຼວຂອງເຈົ້າໜ້າທີ່ ທີ່ບໍ່ສາມາດປົກປ້ອງເຂົາເຈົ້າ.
ປະຊາຊົນຈຳນວນເກືອບນຶ່ງລ້ານຄົນອາໄສຢູ່ໃນຄຸ້ມ Youhanabad ຊຶ່ງເປັນບ່ອນຢູ່ອາ
ໄສໃຫຍ່ທີ່ສຸດຂອງຊາວຄຣິສຕຽນ ຊົນກຸ່ມນ້ອຍໃນປາກິສຖານ.
Your browser doesn’t support HTML5
Pakistan Blasts