ປາກິສຖານທຳການໄວ້ອາໄລນຶ່ງມື້ ໃນວັນພະຫັດມື້ ຫຼັງຈາກທີ່
ໄດ້ມີການໂຈມຕີດ້ວຍອາວຸດປືນແລະລະເບີດຢູ່ທີ່ມະຫາວິທະ
ຍາໄລ ຊຶ່ງໄດ້ສັງຫານ 21 ຄົນ ແລະບາດເຈັບອີກຫຼາຍສິບຄົນ.
ນາຍົກລັດຖະມົນຕີປາກິສຖານ ທ່ານ Nawaz Sharif ໄດ້ປະ
ກາດກ່ຽວກັບການໄວ້ອາໄລ ເພື່ອສະແດງໃຫ້ເຫັນເຖິງຄວາມ
ເປັນນ້ຳນຶ່ງໃຈດຽວກັນ ໃນການໄວ້ອາໄລ ໃຫ້ແກ່ ພວກເຄາະ
ຮ້າຍເສຍຊີວິດ ເວລາກຸ່ມກໍ່ການຮ້າຍ 4 ຄົນ ໄດ້ບຸກເຂົ້າໄປໃນ
ມະຫາວິທະຍາໄລ Bacha Khan ໃນເມືອງ Charsadda ເມື່ອວັນພຸດວານນີ້.
ຈຳນວນພວກນັກສຶກສາທີ່ເສຍຊີວິດໄດ້ເພີ້ມຂຶ້ນເປັນ 21 ຄົນ ພາຍໃນເວລາຂ້າມຄືນ ເມື່ອນຶ່ງໃນຈຳນວນພວກນັກສຶກສາ 19 ຄົນ ໄດ້ຖືກສັງຫານພ້ອມກັບພະນັກງານຂອງມະຫາວິທະຍາໄລສອງຄົນ. ໂຄສົກກອງທັບປາກິສຖານ ທ່ານ Asim Bajwa ໄດ້ບອກກັບພວກນັກຂ່າວວ່າ ກຳລັງທະຫານ ທີ່ຮວມທັງໜ່ວຍກ້າຕາຍຂອງກອງທັບບົກໄດ້ຍິງສັງຫານພວກໂຈມຕີທັງ 4 ຄົນ ແລະທຳການກວດຄົ້ນຢ່າງລະອຽດເປັນເຂດໆໄປ ໃນການປະຕິບັດງານ ກວດລ້າງຢູ່ໃນບໍລິເວນມະຫາວິທະຍາໄລທັງໝົດ.
ຮອງຜູ້ບັນຊາການຕຳຫຼວດຂອງຂົງເຂດ ທ່ານ Saeed Wazir Khan ໄດ້ກ່າວວ່າ ມີຢ່າງນ້ອຍ 2 ຄົນ ທີ່ເປັນພວກວາງລະເບີດສະລະຊີບ ຮວມຢູ່ໃນພວກໂຈມຕີນີ້.
Your browser doesn’t support HTML5
ທ່ານ Mohammad Khorasani ໂຄສົກຂອງກຸ່ມຕາລີບານໃນປາກິສຖານ ກ່າວວ່າ ກຸ່ມຂອງຕົນບໍ່ໄດ້ກ່ຽວຂ້ອງ ກັບການໂຈມຕີທີ່ມະຫາວິທພຍາໄລດັ່ງກ່າວ ແຕ່ຢ່າງໃດ ແລະຍັງກ່າວເພີ້ມຕື່ມວ່າ ສະຖາບັນທີ່ບໍ່ແມ່ນການທະຫານແລ້ວນັ້ນ ແມ່ນບໍ່ໄດ້ຢູ່ໃນລາຍຊື່ຂອງເປົ້າໝາຍຂອງພວກຕົນ. ໃນຖະແຫຼງການສະບັບນຶ່ງ ທີ່ໄດ້ສົ່ງໄປໃຫ້ VOA ທ່ານ Khorasani ໄດ້ປະກາດວ່າ ການໂຈມຕີໃນວັນພຸດວານນີ້ ແມ່ນເປັນການໂຈມຕີຕໍ່ “ກົດໝາຍ Sharia ຂອງອິສລາມ.”
ກ່ອນໜ້ານີ້ ຜູ້ບັນຊາການທ້ອງຖິ່ນຂອງຕາລິບານ ໄດ້ກ່າວວ່າ ຕົນໄດ້ສົ່ງພວກໂຈມຕີ 4 ຄົນໄປຍັງມະຫາວິທະຍາໄລ ແຕ່ຍັງບໍ່ທັນມີການອະທິບາຍໃດໆກ່ຽວກັບການກ່າວອ້າງທີ່ມີ
ການຂັດແຍ້ງກັນນັ້ນ.