ປາກິສຖານ ເປີດສາກ ໂຈມຕີ ທີ່ໝັ້ນຂອງ ກຸ່ມຕາລີບານ ໃນເຂດ Waziristan ເໜືອ (ວີດີໂອ)

ທະຫານປາກິສຖານ ກຳລັງເດີນທາງໄປ ໃນລົດຄັນນຶ່ງ ມຸ້ງໜ້າ ໄປສູ່ເຂດ Waziristan ເໜືອ ຈາກເມືອງ Bannu, ວັນທີ 19 ມິຖຸນາ 2014.

ກອງທັບ​ປາ​ກິ​ສຖານ ກ່າວ​ວ່າ ຕົນໄດ້ເປີດ​ສາກ​ທຳ​ການ​ໂຈມ​ຕີ
ທາງ​ພາກ​ພື້ນ​ດິນ ຕໍ່​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຕາ​ລີ​ບານ ​ໃກ້ໆ
​ກັບ​ຊາຍ​ແດນ​ອັຟກາ​ນິສຖານ ຫຼັງ​ຈາກ​ທຳ​ການ​ອົບ​ພະຍົບ
ພວກ​ປະຊາຊົນ​ໃນ​ທ້ອງ​ຖິ່ນ​ ປະມານ​ເຄິ່ງລ້ານ​ຄົນ ​ອອກ​ຈາກ
​ເຂດ​ດັ່ງກ່າວ ​ແລະ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ​ມາ​ໄດ້ 2 ສັບ
ປະດາ​ແລ້ວ​ນັ້ນ.

ກອງທັບ​ກ່າວ​ໃນ​ວັນ​ຈັນ​ມື​ນີ້ ວ່າ ຕົນ​ໄດ້​ເລີ້ມ​ທຳ​ການ​ເຂົ້າ​ກວດ
​ຄົ້ນ​ໃນ​ບ້ານ​ເຮືອນ​ແຕ່​ລະ​ຫຼັງໆ​ໄປໃນ​ເມືອງ Miran Shah ທີ່
ໝັ້ນ​ໃຫຍ່​ໃນເຂດ Waziristan ເໜືອ ຂອງ​ພວກ​ກຸ່ມ​ຫົວ​ຮຸນ
​ແຮງ​ຕ່າງໆ ທີ່​ປະຕິບັດ​ ງານ​ຢູ່​ໃນ​ປາ​ກິ​ສຖານ ​ແລະ​ໃນ​ອັຟການິສຖານ. ກອງທັບກ່າວ​
ຕື່ມ​ວ່າ ພວກ​ຫົວ​ຮຸນ​ແຮງ​ປະມານ 15ຄົນ​ເສຍ​ຊີວິດ ​ໃນ​ການ​ບຸກ​ໂຈມ​ຕີທາງ​ພາກ​ພື້ນ​ດິນ​ ບັ້ນທຳ​ອິດ​ນັ້ນ.

ນັບ​ແຕ່​ການ​ໂຈມ​ຕີ​ທາງ​ອາກາດ ​ໄດ້​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 15 ມິຖຸນາ​ເປັນ​ຕົ້ນມາ ກອງທັບ​ກ່າວ​ວ່າ ພວກ​ຕົນ​ໄດ້​ສັງຫານ​ພວກ​ທີ່​ສົງ​ໄສ​ວ່າ​ເປັນ​ພວກ​ກໍ່​ການ​ຮ້າຍ ຈຳນວນ​ຫຼາຍ​ກວ່າ 330 ຄົນ​ແຕ່ການ​ເຄື່ອນ​ໄຫວ​ຂອງ​ກອງທັບ ​ໄດ້​ບັງຄັບ​ໃຫ້​ປະຊາຊົນ​ຈຳນວນ​ເກືອບ​ເຄິ່ງລ້ານ ຊຶ່ງ​ສ່ວນ​ຫຼາຍ​ເປັນ​ພວກ​ແມ່ຍິງ ​ແລະ​ເດັກນ້ອຍ ຕ້ອງ​ຫລົບໜີ​ໄປ​ອາ​ໄສ​ຢູ່​ບ່ອນປອດ​ໄພ.

ສະຫະລັດ ປະກາດ​ໃນ​ສັບປະດາ​ຜ່ານ​ມາ​ນີ້​ວ່າ ຕົນ​ໄດ້​ໃຫ້ການ​ຊ່ອຍ​ເຫຼືອ​ຕື່ມ​ອີກ 8 ລ້ານ​ດອນ​ລາ ​ເພື່ອ​ຊ່ອຍ​ລັດຖະບານ​ປາ​ກິ​ສຖານ ຮັບ​ມື​ກັບ​ຄວາມ​ຕ້ອງການດ້ານ​ເຂົ້າປາ​ອາ
ຫານ​ແລະ​ອາຫານ​ບຳລຸງ​ອື່ນໆຂອງ ​ພວກ​ອົບ​ພະຍົບພາຍ​ໃນ​ປະ​ເທດ​ນັ້ນ.

ພວກ​ປະ​ເທດ​ພັນທະ​ມິດ​ຂອງ​ປາ​ກິ​ສຖານ ​ໂດຍ​ສະ​ເພາະ​ສະຫະລັດ ​ໄດ້​ຮຽກຮ້ອງໄປຍັງ​ລັດຖະບານປາ​ກິ​ສຖານ ​ມາໄດ້​ຫຼາຍ​ປີແລ້ວ​ ເພື່ອໃຫ້ກຳຈັດ​ພວກ​ທີ່​ໝັ້ນ​ແຫ່ງ​ຕ່າງໆ​ຂອງ​ກຸ່ມ​ຕາ​ລີ​ບານ ​ໃນ​ເຂດ Waziristan ​ເໜືອ​ນັ້ນ.

Your browser doesn’t support HTML5

pakistanwaziristan30june14