ປາກີສຖານ ແລະອິນເດຍ ພິຈາລະນາ ສ້າງເຂດປອດທະຫານ ຢູ່ແຄວ້ນ Kashmir

  • ບົວສະຫວັນ

ເຈົ້າໜ້າທີ່ປາກີສຖານ ແລະອິນເດຍ ທໍາການເຈລະຈາກັນກ່ຽວກັບເລື່ອງອາວຸດເປັນມື້ທີສອງ ຢູ່ນະຄອນອິສ ລາມາບັດ ໃນວັນອັງຄານ ທີ 27 ທັນວາ, 2011

ເຈົ້າໜ້າທີ່ປາ​ກີ​ສຖານ ແລະອິນເດຍ ກໍາລັງພິຈາລະນາຂໍ້​ສະ​ເໜີທີ່​ຈະສ້າງ​ເຂດ​ປອດ​ທະ
ຫານ​ຂຶ້ນ ​ໃນ​ບໍລິ​ເວນ​ຊາຍ​ແດນ​ທີ່​ມີ​ການ​ຂັດ​ແຍ້​ງກັນຢູ່ແຄວ້ນ Kashmir ໃນ​ເຂດ​ພູເຂົາ
ຫິມະໄລນັ້ນ ຂະນະທີ່ທັງສອງປະເທດທໍາການ ເຈລະຈາກັນກ່ຽວ​ກັບ​ເລື່ອງ​ອາວຸດເປັນມື້
ທີສອງ ຢູ່ນະຄອນອິສລາມາບັດ ໃນວັນອັງຄານມື້ນີ້.

ໃນລະຫວ່າງການເຈລະຈາມື້ທໍາອິດນັ້ນ ປາ​ກີ​ສຖານໄດ້ສະເໜີໃຫ້ທັງສອງຝ່າຍຖອນອາ
ວຸດໜັກຂອງຕົນ ອອກໄປຢູ່ 30 ຫຼັກກິ​ໂລ​ແມັດ​ ຫ່າງ​ຈາກເສັ້ນຄວບ​ຄຸມ ຊຶ່ງເປັນຊາຍ
ແດນທີ່​ແບ່ງການ​ປົກຄອງ​ໃນແຄວ້ນ Kashmir ລະຫວ່າງປາ​ກີ​ສຖານແລະອິນເດຍນັ້ນ

ຍັງບໍ່ມີຄໍາຕອບໃດໆ ຈາກຝ່າຍອິນເດຍ ຕໍ່ຄໍາສະເໜີດັ່ງກ່າວ.

ການເຈລະຈາຄັ້ງນີ້ ແມ່ນພາກສ່ວນນຶ່ງ​ຂອງຂັ້ນຕອນການສ້າງສັນຕິພາບ ທີ່ອິນເດຍຫາ
ກໍເລີ້ມເຂົ້າຮ່ວມເມື່ອໝໍ່ໆມານີ້ ລຸນຫລັງ​ໄດ້ມີການໂຈມຕີທີ່ນະຄອນ Mumbai ໃນປີ
2008 ທີ່ອິນເດຍໄດ້ຖິ້ມໂທດໃສ່ພວກກໍ່ການຮ້າຍ ທີ່ມີທີ່ໝັ້ນຢູ່ໃນປາ​ກີ​ສຖານນັ້ນ.

ເຖິງແມ່ນວ່າ ການໂຈມຕີຂ້າມຊາຍແດນຢູ່ໃນແຄວ້ນ Kashmir ໄດ້ຫລຸດລົງໃນຊຸມປີໝໍ່ໆ
ມານີ້ ພາຍຫລັງທີ່ມີສັນຍາຢຸດຍິງສະບັບນຶ່ງ ທີ່ໄດ້ເຊັນກັນໃນປີ 2003 ຊຶ່ງແຕ່ລະຝ່າຍມັກ
ຈະຕິຕຽນກັນຕະຫລອດວ່າ ເປັນຜູ້ກໍ່ໃຫ້ເກີດເຫດການຍິງກັນ ທີ່ຮ້າຍແຮງຂ້າມ​ຊາຍ​ແດນ
ໃນແຄວ້ນ​ແຄັສ​ເມຍ​ນັ້ນ.